ອິດທິພົນຂອງດິນຕໍ່ການຈະເລີນເຕີບໂຕຂອງພືດ

Andy Souvanphakdy
ຊີວະນາໆພັນກະສິກຳ
https://www.google.com/url?sa=i&url=https%3A%2F%2Fwww.acvenviro.com%2Fservices%2Fdisposal%2Fsoil-processing-solutions%2F&psig=AOvVaw1hY0dsurlxTzyq4IP3-SmC&ust=1607586402005000&source=images&cd=vfe&ved=0CAMQjB1qFwoTCJCC9pW0wO0CFQAAAAAdAAAAABAJ
www.acvenviro.com

ກົດຄື ປະລິມານໄຮໂດເຈນໄອອອນ ຫຼື ປະລິມານໄຮໂຕຣເຈນໄອອອນ ທີ່ຢູ່ໃນສານລະລາຍ ສານໃດແຕກຕົວໃຫ້ໄຮໂຕຣນຽມໄອອອນ ຫຼື ໄຮໂຕຣເຈນໄອອອນຫຼາຍ ເອີ້ນວ່າ ກົດແກ່, ສານໃດທີ່ແຕກຕົວໃຫ້ໄຮໂຕຣນຽມໄອອອນ ຫຼື ໄຮໂຕຣເຈນໄອອອນໜ້ອຍ ເຮົາເອີ້ນວ່າ ກົດອອ່ອນ. ປະລິມານໄນໂດຣກຊິລໄອອອນ ຫຼື ຢູ່ໃນສານລະລາຍສານໃດທີ່ແຕກຕົວໃຫ້ ຮີໂດຣກຊິດໄອອນຫຼາຍເຮົາເອີ້ນວ່າ ດ່າງແກ່ ແລະ ສານໃດທີ່ແຕກຕົວໃຫ້ຮີໂດຣກຊິດໄອອອນໄດ້ນ້ອຍເຮົາເອີ້ນວ່າ ດ່າງອ່ອນ

ສາເຫດຂອງການເກີດກົດໃນດິນມາຈາກຫຼາຍປັດໄຈເຊັ່ນ:

  • ແກັສຄາບອນໄດອອກໄຊໃນອາກາດ ເປັນອົງປະກອບແກັສຄາບອນໄດອອກໄຊ ເມືອລະລາຍລົງໄປໃນດິນຂະນະຝົນຕົກ ນ້ຳກໍຈະລວມກັບແກັສຄາບອນໄດອົກໄຊ ໃນດິນກາຍເປັນແກັສກາກໂບນິກ
  • ເກີດຈາກຂະບວນການພຸພົງເນົ່າເປື່ອຍຂອງອິນຊີວັດຖຸ, ຄວາມເປັນກົດມີຢູ່ 2  ຊະນິດຄື: ຄວາມເປັນກົດຈິງ ແລະ ຄວາມເປັນກົດແຝງ

ການວັດແທກ ຄ່າ pH ຂອງດິນຈະວັດແທກຄ່າປະລີມານໄຮໂຕຣນຽມໄອອອນ ຫຼື ໄຮໂຕຣເຈມໄອອອນ ຫຼື ຢູ່ໃນສານລະລາຍຄື: ວັດແທກແຕ່ຄວາມເປັນກົດຈິງເທົ່ານັ້ນ ເຊິ່ງບອກໃຫ້ເຮົາຮູ້ວ່າ ດິນມີຄວາມເປັນກົດຫຼາຍໜ້ອຍຍພຽງໃດ ເພື່ອປັບສະພາບດິນໃຫ້ເໝາະສຳລັບການປູກພືດ ຄ່າ pH ທີ່ເໝາະສົມຕໍ່ການຈະເລີນເຕີບໂຕຂອງພືດສ່ວນໃຫ່ຍຈະຢູ່ໃນລະຫວ່າງ 5.00 ເຖິງ 6.00.  ຖ້າຄ່າ pH ຕໍ່າກວ່າ 4 ສະແດງວ່າ ສານລະລາຍມີຄວາມເປັນກົດຈັດ ເຮັດໃຫ້ດິນມີແຄລຊຽມ ມັງການິດຊ່ຽມ ແລະ ໂປຣຕັດຊຽມຂ້ອນຂ້າງຕໍ່າ

ຄວາມເປັນກົດດ່າງຂອງດິນບໍ່ມີຜົນໂດຍກົງຕໍການຈະເລີນເຕີບໂຕຂອງພືດ ແຕ່ຈະມີຜົນທາງອ້ອມຕໍ່ການຈະເລີນເຕີບໂຕຂອງພືດຄື: ເປັນຕົວຄວບຄຸມປະລິມານທາດອາຫານພືດ ທີ່ລະລາຍອອກມາໜ້ອຍເກີນໄປກໍຈະເຮັດໃຫ້ພືດຂາດທາດອາຫານທີ່ຈຳເປັນໄດ້. ນອກຈາກຄວາມເປັນກົດດ່າງ ຈະຄວບຄຸມການລະລາຍຂອງທາດອາຫານພືດແລ້ວ pH ຍັງມີອິດທິພົນຕໍ່ການຈະເລີນເຕີບໂຕ ແລະ ການທຳງານຂອງຈຸລິນຊີດິນ ຈຸລິນຊີພວກແບັກທີເຣຍ ຈະເລີນເຕີບໄດ້ໃນດິນທີ່ມີປະຕິກິລິຍາມໍ່ໆ 7.0 ສຳລັບເຊື້ອຣາ ຈະເລີນໄດ້ດີໃນດິນທີຂ້ອນຂ້າງເປັນກົດ

ພືດແຕ່ລະຊະນິດຈະມີຄ່າຂອງ Ph ທີ່ເໝາະສົມຕໍ່ການຈະເລີນເຕີບໂຕແຕກຕ່າງກັນໄປ ຂຶ້ນຢູ່ກັບຊະນິດຂອງພືດ ແລະ ພັນຂອງພືດຄືດັ່ງຕາຕະລາງລຸ່ມນີ້
 

ພືດ/ຄ່າ pH 4.5 5.0 5.5 6.0 6.5 7.0
ເຂົ້າສາລີ       * * *
ເຂົ້າຟາງ, ໝາກຮຸງສາ       * * *
ຖົ່ວດິນ, ຢາສູບ, ໝາກເຜັດ, ໝາກຝັກຄຳ       * *  
ຝ້າຍ     * * * *
ຜັກບົ່ວ         *  
ຜັກກາດຫົວ, ຜັກກາດສະຫຼັດ, ກະລຳປີດອກ         * *
ຖົ່ວຝັກຍາວ       * * *
ໝາກເຂືອ       *    
ໝາກໂມ   *        

 

ອ່ານເພີ່ມເຕີມ 

Contribute