ຄວາມອຸດົມສົມບູນຂອງດິນ

Andy Souvanphakdy
ຄວາມອຸດົມສົມບູນຂອງດິນ ປັດໄຈ 4 ທີ່ມະນຸດຕ້ອງການ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ດິນເປັນສິ່ງທີ່ມີຜົນຕໍ່ການດຳລົງຊີວິດ ໂດຍສະເພາະມະນຸດເປັນຢ່າງຍິ່ງ ການສຶກສາກ່ຽວກັບດິນ ແລະ ການກຳເນີດດິນ ຈຶ່ງເປັນສິ່ງສຳຄັນເພາະເປັນສິ່ງທີ່ຈະຊ່ວຍໃຫ້ມະນຸດໄດ້ເຂົ້າໃຈໃນສະພາບຄວາແຕກຕ່າງ ຕະລອດຈົນຮອດຄວາມປ່ຽນແປງຂອງດິນໃນລັກສະນະຕ່າງໆ ອັນຈະເຮັດໃຫ້ມະນຸດນຳດິນທີ່ມີຢູ່ມາໃຊ້ໃຫ້ເກີດປະໂຫຍດຕາມທີ່ຕ້ອງການໄດ້ຫຼາຍທີ່ສຸດ

ຄວາມສຳຄັນຂອງດິນຕໍ່ການເປັນຢູ່ຂອງມະນຸດ

ດິນເປັນທີ່ມາຂອງປັກໄຈ 4 ທີ່ມະນຸດເຮົາຕ້ອງການ ເຊິ່ງໄດ້ແກ່ ອາຫານ, ເຄື່ອນຸ່ງຫົ່ມ, ທີ່ຢູ່ອາໄສ ແລະ ຢາປົວພະຍາດ ຫຼື ອາດຈະກ່າວໄດ້ອີກຢ່າງໜຶ່ງວ່າ: ດິນຈະມີຄວາມສຳຄັນຕໍ່ມະນຸດທາງເສດຖະກິດສັງຄົມ ແລະ ການເມືອງ

ດິນຊັ້ນເທິງນັ້ນມີຄວາມສຳຄັນຫຼາຍ ນອກຈາກຈະເປັນແຫຼ່ງສະສົມອາຫານຂອງພືດແລ້ວຍັງໃຊ້ເປັນທີ່ຢູ່ສຳຄັນຂອງພືດ ແລະ ມະນຸດທັງມວນອີກດ້ວຍ

ຄວາມສຳຄັນຂອງດິນທີ່ມີຕໍ່ການກະສິກຳ

ທາດອາຫານ, ນ້ຳ, ອາກາດ, ອຸນຫະພູມ, ທີ່ຢືດໜຽວ ແລະ ແສງສະຫວ່າງດິນເປັນແຫຼ່ງປູກພືດ ເພື່ອຜະລິດອາຫານ, ເຄື່ອງນຸ່ງຫົ່ມ ທີ່ຢູ່ອາໄສ ແລະ ຢາປົວພະຍາດ ເພາະດິນ ເປັນຕົວກາງທີ່ເຮັດໃຫ້ນ້ຳ, ແສງແດດ ຮ່ວມກັນສ້າງຜົນຜະລິດທາງການກະສິກຳ ຊະນິດຕາມທີ່ສະພາບແວດລ້ອມຈະເອື້ອອຳນວຍ ນອກຈາກນີ້ ດິນຍັງເປັນແຫຼ່ງສະສົມອາຫານຂອງພືດ ເປັນບ່ອນຮາກພືດໄດ້ຍຶດເກາະເພື່ອຄົງຕົວຢູ່ກັບຄວາມຊຸ່ມ ແລະ ອາກາດສຳລັບການຈະເລີນເຕີບໂຕຂອງພືດອີກດ້ວຍ

ຄວາມສຳຄັນຂອງດິນທີ່ມີຕໍ່ທາງດ້ານນເສດຖະກິດສັງຄົມ

ການກະສິກຳ, ການບໍລິການນຂົນສົ່ງ, ການຄ້າ, ອຸດສາຫະກຳຂຸດຄົ້ນບໍ່ແຮ່, ປ່າໄມ້, ລ້ຽງສັດ ແລະ ປະມົງ ທັງົ້ໝດອາຊີບເຫຼົ່ານີ້ ແມ່ນຕ້ອງອາໄສດິນທັງນັ້ນຕົວຢ່າງການລ້ຽງສຫດຈະຕ້ອງອາໄສພື້ນດິນ ເພື່ອເປັນທີ່ຢູ່ອາໄສ ຫຍ້າທີ່ນຳໄປເປັນອາຫານ ກໍແມ່ນການຈະເລີນເຕີບໂຕຂຶ້ນມາຈາກດິນ ການຈະເລີນງອກງາມຂອງປ່າໄມ້ ຫຼື ສັດນ້ຳ ຈະຕ້ອງອາໄສພື້ນດິນເຊັ່ນດຽວກັນ ດັ່ງນັ້ນ ຈຶ່ງກ່າວໄດ້ວ່າ ກິດຈະກຳທາງເສດຖະກິດຂອງມະນຸດທຸກຊະນິດຈະຕ້ອງຜູກພັນຢູ່ກັບດິນໂດຍທາງກົງ ແລະທາງອ້ອມ

Source

Contribute