ການປູກໝາກຫຸ່ງ

SoulivanhBOUNTHAMMY
ການປູກໝາກຫຸ່ງ ປູກໄວ້ກິນເອງ ຫຼື ຈະປູກໄວ້ຂາຍກໍ່ສາມາດສ້າງລາຍໄດ້ເປັນຢ່າງດີ
ແນະນຳວິທີເຮັດ
https://www.google.com/search?biw=1280&bih=561&tbm=isch&sa=1&ei=MjhSXcGfMqa0mAWEjp_oAg&q=%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%A1%E0%B8%B0%E0%B8%A5%E0%B8%B0%E0%B8%81%E0%B8%AD&oq=%E0%B8%81%E0%B8%B2&gs_l=img.1.0.35i39l2j0l8.156332.157232..159354...0.0..0.139.237.1j1......0....1..gws-wiz-img.94CmyETgd_Q#imgrc=7U_ixMjEveJ7rM:
technologychaoban.com

ການກະກຽມດິນ
   ໝາກຫຸ່ງເປັນພືດທີ່ມັກດິນຜຸຜຸ່ຍ, ດິນຕົມແກມຊາຍ ຫຼື ດິນທີ່ສາມາດລະບາຍນ້ໍາໄດ້ດີ, ບໍ່ມັກບ່ອນທີ່ນ້ໍາຂັງ, ບ່ອນປູກໝາກຫຸ່ງຄວນຫຼີກລ້ຽງພື້ນທີ່ປູກທີ່ມີແລວລົມແຮງ. ການກະກຽມດິນແມ່ນໃຫ້ຂຸດດິນເປັນຮູບຈະຕຸລັດ 30x30 ຊມ ແລະ ເລິກ 20 ຊມ, ຂຸດດິນຂຶ້ນມາກອງໄວ້ໃກ້ຂຸມແລ້ວນໍາເອົາຝຸ່ນຄອກ ຫຼື ຝຸ່ມບົ່ມປະສົມກັບດິນແລ້ວເອົາລົງຂຸມຄືນໃຫ້ພຽງກັບໜ້າດິນ. ໄລຍະຫ່າງແຕ່ລະຂຸມແມ່ນ 2.5-3 ແມັດ.
ການປູກ ແລະ ບົວລະບັດຮັກສາ
   ນໍາເອົາເບ້ຍທີ່ກ້າອາຍຸໄດ້ 30-45 ມື້ ຫຼື ເບ້ຍທີ່ມີໃບແທ້ 6-8 ໃບນໍາໄປປູກໃນຂຸມທີ່ກະກຽມໄວ້. ການປູກຄວນປູກໃນຕອນອາກາດເຢັນ/ເວລາຕາເວັນອ່ອນລົງ ແລະ ໃນໄລຍະ 1 ເດືອນທໍາອິດຕ້ອງຫົດນໍ້າ 2 ຄັ້ງຕໍ່ມື້, ຫຼັງຈາກນັ້ນຫົດນໍ້າໜ້ອຍລົງ. ເມື່ອເຫັນຕົ້ນໝາກຫຸ່ງອອກດອກ ຫຼື ມີໝາກນ້ອຍໆໃຫ້ນໍາເອົານໍ້າສະກັດຊີວະພາບຂັບໄລ່ແມງໄມ້ສິດໃສ່ທຸກໆ 7-10 ມື້ຈະເຮັດໃຫ້ຜົນຜະລິດມີປະສິດທິພາບສູງ, ສັງເກດການອອກໝາກ, ຖ້າມີໝາກຫຼາຍຄວນປິດໝາກທີ່ບໍ່ສົມບູນຖິ້ມເພື່ອເຮັດໃຫ້ໝາກທີ່ຍັງເຫຼືອສົມບູນ ແລະ ແຂງແຮງ.
ການເກັບກ່ຽວ
   ຖ້າກໍລະນີເກັບກິນໝາກດິບແມ່ນເລືອກເອົາໝາກຫຸ່ງທີ່ມີອາຍຸແກ່ສົມບູນຈິ່ງມີລົດຊາດດີ. ໃນກໍລະນີເກັບກິນໝາກສຸກໃຫ້ສັງເກດເບິ່ງກົ້ນຂອງໝາກຫຸ່ງຖ້າມີສີເຫຼືອງແມ່ນສາມາດເກັບມາບົ່ມກິນສຸກໄດ້.
ຄຸນຄ່າທາງໂພຊະນາການ
   ໝາກຫຸ່ງແມ່ນໝາກໄມ້ຊະນິດຫນຶ່ງທີ່ມີວິຕາມິນຊີ (C) ສູງ (62 ມິນລິກຼາມ ໃນ 100 ກຼາມ), ນອກຈາກນັ້ນຍັງມີວິຕາມິນເອ (A), ບີ (B), ແລະ ອີ (E); ທາດໄຂມັນ, ໂປຣຕີນ, ໄຍອາຫານ, ນ້ໍາຕານ ແລະ ທາດເຫຼັກອີກດ້ວຍ. ໂດຍສະເພາະວິຕາມິນເອແມ່ນມີຄວາມສໍາຄັນຕໍ່ແມ່ຍິງຖືພາ.

ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

Contribute