ຜັກ ແລະ ໝາກໄມ້ທີ່ມີຄວາມສ່ຽງຕໍ່ພະຍາດຫົວໃຈ ແລະ ຫຼອດເລືອດຕັນຈົນໄປເຖິງຂັ້ນເສຍຊີວິດໄດ້.

bouavone
ຜັກ ແລະ ໝາກໄມ້ທີ່ມີຄ່ານ້ຳຕານສູງ (Glycemic Index) ທີ່ເຮົາຄວນຈໍາກັດປະລິມານໃນການຮັບປະທານ
ຊີວະນາໆພັນກະສິກຳ
ຜັກ ແລະ ໝາກໄມ້ທີ່ມີຄວາມສ່ຽງຕໍ່ພະຍາດຫົວໃຈ ແລະ ຫຼອດເລືອດຕັນຈົນໄປເຖິງຂັ້ນເສຍຊີວິດໄດ້.
www.phakhaolao.la

     ຈາກບົດຄວາມຈາກ Harvard Health Publishing ລະບຸວ່າ ຜັກ ແລະ ໝາກໄມ້ທີ່ມີທາດນໍ້າຕານສູງ (Glycemic Index) ເຊິ່ງເຮົາຄວນຫຼີກລ້ຽງໃນການຮັບປະທານຫຼາຍຈົນເກີນໄປ ເພາະມັນຈະສົ່ງຜົນເຮັດໃຫ້ສຸຂະພາບຮ່າງກາຍເຮົາມີບັນຫາ ຊຶ່ງອາດສ່ຽງເປັນພະຍາດຫົວໃຈ ແລະ ຫຼອດເລືອດຕັນຈົນໄປເຖິງຂັ້ນເສຍຊີວິດໄດ້.

     ຜັກ ແລະ ໝາກໄມ້ທີ່ມີທາດນ້ຳຕານສູງ ທີ່ເຮົາຄວນຈໍາກັດປະລິມານໃນການຮັບປະທານໄດ້ແກ່:

  • ຜັກ
  1. ມັນຝຣັ່ງ
  2. ກະຣົດ
  3. ສາລີ
  4. ໝາກເລັ່ນ
  5. ຜັກກະລໍາສີມ້ວງ
  6. ໝາກໂຕ່ນ
  • ໝາກໄມ້
  1. ໝາກໂມ
  2. ໝາກນັດ
  3. ໝາກມ່ວງ
  4. ທຸລຽນ
  5. ລໍາໃຍ
  6. ໝາກມີ
  7. ໝາກໝັ້ນ
  8. ໝາກຂຽບ
  9. ໝາກຜາງ
  10. ໝາກພິລາ
  11. ໝາກລິນຈີ່

     ໂດຍອີງຕາມຂໍ້ມູນຈາກໂຮງໝໍແມັດຄໍມິກ ( McCORMICK ) ໄດ້ໃຫ້ຂໍ້ມູນກ່ຽວກັບ Glycemic Index ວ່າ ເປັນດັດສະນີທີ່ໃຊ້ໃນການວັດປຽບທຽບຄວາມສາມາດໃນການດູດຊືມອາຫານ ຊຶ່ງມີຜົນເຮັດໃຫ້ລະດັບນໍ້າຕານໃນເລືອດເພີ່ມຂຶ້ນສູງຂອງອາຫານຊະນິດຕ່າງໆ ໂດຍອາຫານທີ່ມີຄ່າ Glycemic Index ສູງຈະເຮັດໃຫ້ຮ່າງກາຍເຮົາດູດຊືມໄວ້ ແລະ ເຮັດໃຫ້ຫິວໄດ້ງ່າຍ ຢາກກິນອາຫານເພີ່ມຂຶ້ນ ແລະ ຫຼາຍຂຶ້ນຈົນໄປເຮັດໃຫ້ນໍ້າໜັກເພີ່ມຂຶ້ນ ກາຍເປັນຕົ້ນເຫດເຮັດໃຫ້ສ່ຽງຕໍ່ເປັນພະຍາດເບົາຫວານປະເພດ 2 ແລະ ສ່ຽງເປັນພະຍາດຫຼອດເລືອດໃນຫົວໃຈ.

ການຮັບປະທານພືດຜັກທີ່ມີທາດນໍ້າຕານ ຫຼາຍເກີນໄປ ເຮັດໃຫ້ສຸຂະພາບບໍ່ແຂງແຮງ ແລະ ພະຍາດບຽດບຽນໄດ້ງ່າຍ. ດັ່ງນັ້ນຄວາມປ່ຽນພືດຕິກຳການຮັບປະທານອາຫານ, ກ່ອນຮັບປະທານຄວນສຶກສາຂໍ້ມູນຂອງພືດຜັກແຕ່ລະຊະນິດໃຫ້ດີເສຍກ່ອນ ເພື່ອປ້ອງກັນບໍ່ໃຫ້ມີປັນຫາຕໍ່ສຸຂະພາບຂອງທ່ານ.

Contribute