ບ້ານເຮືອນຂອງຄົນລາວ

Andy Souvanphakdy
ຮູບຊົງລັກສະນະເຮຶອນລາວ
ຜະລິດຕະພັນທີ່ເປັນມໍລະດົກຂອງລາວ
phakhaolao.la
phakhaolao.la

ຄົນລາວມັກຈະສ້າງຖິ່ນທີ່ຢູ່ອາໄສຕາມເຂດທົ່ງພຽງ, ແຄມແມ່ນໍ້າ, ຮ່ອມພູໃກ້ໆກັບແມ່ນໍ້າລຳເຊ, ເຊິ່ງເໝາະແກ່ການປູກຝັ່ງທຳມາຫາກິນລ້ຽງຊີບ ແລະ ມີຄວາມສະດວກສະບາຍໃນການໄປມາຫາສູ່ກັນ. ສຳລັບເຮືອນດັ້ງເດີມຂອງຄົນລາວເປັນເຮືອນຮ້ານ ປູກສ້າງດ້ວຍໄມ້ ມີລັກສະນະເປັນສອງຊັ້ນ ຊັ້ນລຸ່ມ ຫຼື ຮຽກກັນວ່າ ກ້ອງຕະລ່າງເປັນທີ່ຫວ່າງສຳລັບເກັບຮັກສາເຄື່ອງໃຊ້ສອຍໃນການກະເສດ, ບ່ອນຕັ້ງກີ່ຕໍ່າຜ້າ, ບາງທ້ອງຖິ່ນກໍປະໄວ້ສຳລັບລ້ຽງສັດ. ສ່ວນຊັ້ນເທິງຈະເປັນບ່ອນທີ່ຢູ່ອາໄສ

https://www.pinterest.com/pin/97601516896118810/
Photo by Anguskirk on flickr

ໂດຍທົ່ວໄປແລ້ວ ຮູບແບບເຮືອນຊົງລາວຈະແບ່ງອອກເປັນ 3 ສ່ວນຄື: ສ່ວນທີໜຶ່ງເປັນບ່ອນນອນ,  ສ່ວນທີສອງເປັນບ່ອນແຕ່ງຢູ່ຄົວກິນ ແລະ ສ່ວນທີ່ສາມເປັນບ່ອນສຳລັບຮັບແຂກຄົນ, ເຮືອນຊົງລາວດັ້ງເດີມນິຍົມມຸງດວ້ຍຫຍ້າຄາ, ບາງທ້ອງຖິ່ນມຸງດ້ວຍໄມ້ ແລະ  ດິນຂໍ, ຝາເຮືອນຈະເປັນໄມ້ ຫຼື ກະແຕະໄມ້ໄຜ່. ສ່ວນພື້ນເຮືອນຈະເປັນໄມ້ແປ້ນ ຫຼື ຟາກ (ຝາໄມ້ເຮ້ຍ,ໄມ້ໄຜ່), ເມື່ອກ່ອນນັ້ນ ຄົນລາວຈະຮ້ອງວັນເກີດຂອງຕົນເປັນວັນຕົກຝາກ, ໝາຍເຖິງມື້ທຳອິດທີ່ລອດອອກມາຈາກທ້ອງແມ່ຈະຕົກລົງຟາກປູພື້ນເຮືອນ, ປັດຈຸບັນຄຳເວົ້ານີ້ຫາຍາກທີ່ຈະໄດ້ຍິນ.

ເວົ້າໄດ້ວ່າເຮືອນຊົງລາວນັ້ນສ້າງຂຶ້ນດ້ວຍປັດໄຈທາງສະພາບອາກາດ ທີ່ຄ່ອນຂ້າງຈະຮ້ອນເປັນສ່ວນໃຫ່ຍ, ດັ່ງນັ້ນການເຮັດເຮືອນຮ້ານແບບລາວຈຶ່ງເປັນແບບເຮືອນທີ່ສາມາດລະບາຍຄວາມຮ້ອນອອກຈາກເຮືອນໄດ້ດີທີ່ສຸດ ເໝາະກັບສະພາບອາກາດທັງໃນອາດີດ ແລະ ປະຈຸບັນ ເພາະບໍ່ຈຳເປັນຕ້ອງໃຊ້ເຄື່ອງປັບອາກາດໃຫ້ສິ້ນເປືອງພະລັງງານ ຫຼຸດຜ່ອນລາຍຈ່າຍເປັນຕົ້ນ.

https://www.pinterest.com/pin/6192518208904972/


ເຮືອນລາວທີ່ສວຍງາມທີ່ສຸດຈະອ້ອມຮອບໄປດ້ວຍຕົ້ນໄມ້ກິນໝາກ ເນື່ອງຈາກຄົນລາວຜູກພັນກັບທຳມະຊາດມາແຕ່ໃດ. ທຳມະຊາດເປັນສ່ວນໜຶ່ງຂອງຊີວິດຄົນລາວ ເພາະອາຫານການກິນຂອງຄົນລາວແມ່ນຫາມາໄດ້ຈາກທຳມະຊາດໃນລະດູການຕ່າງໆ, ຄົນລາວຍັງນິຍົມກັນປູກຕົ້ນດອກຄູນ ແລະ ຕົ້ນໝາກຍົມໄວ້ໜ້າເຮືອນ, ສ່ວນຂ້າງເຮືອນຈະມີຕົ້ນຍໍ, ຕົ້ນໝາກໝີ້, ໝາກຝາງ ແລະ ຕົ້ນໄມ້ກິນໝາກອື່ນໆ ເຊື່ອກັນວ່ານຳຄວາມເປັນມົງຄຸນມາໃຫ້ ແກ່ເຈົ້າຂອງເຮືອນ
 

http://gettingnowhere.net/2013/02/not-rushing-through-laos/
gettingnowhere.net

 

ອ້າງອີງ: ຫານຊະນະ ສີສານ, ລາວ-ດິນແດນ ແຫ່ງວັດທະນະທຳລາວ

Contribute