ໝາກມີ້ / Jackfruit

Use
Food
Income
Medicine
Scientific Name / Family
Artocarpus heterophyllus Lam. / Moraeeae
Synonyms
Artocarpus brasiliensis Ortega
Artocarpus maximus Blanco
Artocarpus nanca Noronha
Artocarpus philippensis Lam.
Other Names
ລາວ: ໝາກມີ້
ໄທ: ປ່າຫະນຸນ, ມະຫນຸນ, ບັກມີ່, ມະມີ່, ຫນຸນ, ຊະນູ, ຂະນຸນ
ອັງກິດ: Jack fruit
Botanical Description

ເປັນໄມ້ຢືນຕົ້ນຂະໜາດໃຫ່ຍ, ສູງປະມານ 15-30 ແມັດ. ລຳຕົ້ນ ແລະ ກິ່ງເມື່ອເວລາມີບາດແຜຈະມີນໍ້າຍາງສີຂາວຂຸ້ນຄ້າຍນໍ້ານົມໄຫຼ, ໃບດ່ຽວລຽນສະລັບ ແຜ່ນໃບຮູບຮີ, ຂະໜາດກວ້າງປະມານ 5-8 ຊມ ຍາວປະມານ 10-15 ຊມ, ປາຍໃບທູ່ຖີ່ງແຫຼມ, ກົກໃບມົນ, ຜີວໃນດ້ານເທິງສີຂຽວເຂັ້ມເປັນມັນ, ເນື້ອໃບໜາ, ດອກເປັນຊໍ່ແຕກແໜງແຍກເພດແຕ່ຢູ່ຮ່ວມຕົ້ນດຽວກັນ, ເປັນຊໍ່ສີຂຽວ, ອັດກັນແໜ້ນ, ຊໍ່ດອກຕົວຜູ້ອອກຢູ່ຕາມປາຍກິ່ງ ຫຼື ຊອກໃບ, ເປັນແທງຍາວ, ຊໍ່ດອກຕົວແມ່ເປັນແທງກົມຍາວອອກຕາມລຳຕົ້ນ ຫຼື ກິ່ງໃຫ່ຍ ເມືອຕິດໝາກດອກທັງຊໍ່ຈະເລີນພ້ອມກັນເປັນໝາກລວມຂະໜາດໃຫ່ຍ ໂດຍ 1 ດອກກາຍເປັນ 1 ຍວງ ໃນໝາກ ໝາກດິບເປືອກສີຂຽວ ໜາມປູ່,  ຖ້າປາດເປືອກຈະມີຍາງໜຽວ ເມືອແກ່ ເປືອກສີນໍ້າຕານອ່ອນອົມເຫຼືອງ, ໜາມຈະປ້ານຂື້ນ ພາຍໃນໝາກມີຊັງໝາກມີ້ຫຸ້ມຍວງສີເຫຼືອງໄວ້ແກ່ນຢູ່ໃນ.

Description of Use

ໝາກມີ້ເປັນໝາກໄມ້ທີ່ນິຍົມຮັບປະທານໃນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ເນື້ອສຸກໃຊ້ຮັບປະທານເປັນໝາກໄມ້ ແລະ ໃຊ້ເຮັດຂະໜົມໄດ້ຫຼາຍຊະນິດ ເຊັ່ນ: ໃສ່ໃນກະແລ່ມ, ລ່ອດຊ່ອງສິງກະໂປຣ, ລວມມິດ, ກິນກັບເຂົ້າໜຽວ ຫຼື ນໍາໄປອົບແຫ້ງ, ໃຊ້ກິນເປັນຂອງຫວ່າງ, ໝາກອ່ອນນຳມາປຸງອາຫານໃຊ້ເປັນຜັກເຊັ່ນ: ໃສ່ໃນແກງ, ຕົ້ມຍໍາ, ຕໍາສົ້ມ. ແກ່ນນໍາມາຕົ້ມຮັບປະທານໄດ້. ເນື້ອໄມ້ໃຊ້ເຮັດເຟີນີເຈີ, ເຄື່ອງດົນຕີ. ແກ່ນຊວຍບໍາລຸງນໍ້ານົມ, ຂັບນໍ້ານົມຂອງແມ່ໃຫ້ເພີ່ມຫຼາຍຂື້ນ. ເນື້ອຫຸ້ມແກ່ນສຸກໃຊ້ໝັກເນັດເຫລົ້າ. ແກ່ນຂອງຕົ້ນໝາກມີ້ໃຊ້ເປັນສີຍ້ອມຜ້າໄດ້ໂດຍຈະໃຫ້ສີນໍ້າຕານແກ່ນິຍົມນໍາມາໃຊ້ຍ້ອມສີຜ້າສະບົງ. ໃນທາງການແພດແກ່ນ, ຮາກຊ່ວຍບໍາລຸງໂລຫິດເຮັດໃຫ້ເລືອດເຢັນ.

Contribute