ຕົ້ນໝາກຂາມ / Tamarind tree

Use
Food
Income
Medicine
Scientific Name / Family
Tamarindus indica L./ Fabaceae
Synonyms
Tamarindus occidentalis Gaertn.
Tamarindus officinalis Hook.
Tamarindus umbrosa Salisb.
Other Names
ລາວ: ຕົ້ນໝາກຂາມ
ໄທ: ຕົ້ນມະຂາມ, ໝາກແກງ, ຕະລູບ, ອຳປ້ຽວ, ມະຂາມກະດາກ, ມະຂາມຂີ້ແມວ
ອັງກິດ: Tamarind, Indian date
Botanical Description

ຕົ້ນໝາກຂາມເປັນໄມ້ຢືນຕົ້ນ, ສູງ 15-30 ແມັດ, ຮົ່ມຕົ້ນກວ້າງ, ໃບປະສົມ ຫຼື ປະສົມຂົນໄກ່ຄູ່, ຍາວປະມານ 8-10 ຊມ, ປະກອບດ້ວຍ 10-20 ຄູ່, ໃບຂອບຂະໜານ, ສອງສົ້ນກົມ, ຍາວປະມານ 20 ມິນລີແມັດ, ກວ້າງປະມານ 2 ມມ, ດອກເປັນສີຂາວຈາງມີຈໍ້າແດງ, ເປັນຈູ້ມດຽວຢູ່ຫວ່າງໃບ ຫຼື ຢູ່ຍອດງ່າ. ໝາກຍາວຫ້ອຍລົງ, ສີເປໆແດ່ເລັກໜ້ອຍ, ໜ່ວຍຍາວແຕ່ 7-10 ມມ, ກວ້າງປະມານ 25 ມມ, ໜາປະມານ 10 ມມ. ເປືອກນອກແຂງ, ບາງ, ຜ່ອຍ, ເປືອກຫຸ້ມແກ່ນ (ເປືອກກາງ) ນຸ້ມ, ມີໄຍ, ລົດສົ້ມ, ເປັນສີກະເບົາ, ມີ 1-5 ແກ່ນ, ແກ່ນເຫຼື້ອມ, ສີກະເບົາຊໍ້າ.

Description of Use

ໝາກຂາມແມ່ນມີຄຸນປະໂຫຍດ ແລະ ຄຸນຄ່າທາງດ້ານອາຫານຕໍ່ຄົນເຮົາສູງເຊີ່ງສາມາດຮັບປະທານໄດ້ທັງໝາກສຸກ ແລະ ໝາກດີບ. ນອກນີ້ຍັງສາມາດແປເປັນອາຫານໄວ້ກີນດົນນານເຊັ່ນ: ເຮັດກວນໝາກຂາມ, ສ່ວນໃບ, ດອກ, ຮາກ ແລະ ລຳຕົ້ນຍັງສາມາດປຸງແຕ່ງເປັນຢາປົວພະຍາດອື່ນໆ. ສ່ວນທີ່ເປັນຢາ: ນວນໝາກ, ເປືອກ, ລຳຕົ້ນ, ແກ່ນ ແລະ ໃບ. ນໍ້າໝາກຂາມເປັນຢາປົວໄຂ້, ປົວພະຍາດກ່ຽວກັບຕັບອັບເສບ, ຊ່ວຍລະລາຍອາຫານ ມື້ໜຶ່ງກິນ 20-120 ກຼາມ, ອາຍຸ 12 ປີ 10-30 ກຼາມ. ແກນໄມ້ໝາກຂາມເປັນຢາຊ່ວຍລະລາຍ, ຂັບປັດສະວະ. ເປືອກລຳຕົ້ນ ເປັນຢາປົວທ້ອງບິດ, ຖອກທ້ອງເປັນຕົ້ນກາງປົວແຜ, ໄຟໂປກນໍ້າລວກ, ຕ້ານອັບເສບຜົ້ງປາກ. ໃບໝາກຂາມຕົ້ມອາບປົວພະຍາດຜິວໜັງ: ຂີ້ຫິດ, ຂີ້ກາກ.

Contribute