ຕົ້ນຄູນ / Golden Rain Tree

Use
Medicine
Ornamental
Scientific Name / Family
Cassia fistula L. / Fabaceae.
Synonyms
Bactyrilobium fistula Willd.
Cassia bonplandiana DC.
Cassia excelsa Kunth
Cassia fistuloides Collad.
Cassia rhombifolia Roxb.
Cathartocarpus excelsus G.Don
Cathartocarpus fistula Pers.
Cathartocarpus fistuloides (Collad.) G.Don
Cathartocarpus rhombifolius G.Don
Other Names
ລາວ: ຕົ້ນຄູນ.
ໄທ: ກຸເພຍະ ( ກະຫຼ່ຽງ - ການຈະນະບູລີ ), ປູໂຍ, ປືຢູ, ເປີໂຊ, ແມະຫຼ່າຢູ ( ກະຫຼ່ຽງ - ແມ່ຮ່ອງສອນ ), ລັກເກຼືອ, ລັກເຄີຍ ( ກະຫຼ່ຽງ ), ລາດຊະພຶກ, ໄຊຍະພຶກ ( ພາກກາງ ), ລົມແລ້ງ ( ພາກເໜືອ ), ລາດຊະພຶກ ( ພາກໃຕ້ ), ຕົ້ນຄູນ ຊື່ເອີ້ນທົ່ວໄປ.
Botanical Description

ພືດລຳໄມ້ຍາວນານຂະໜາດກາງ, ສູງ 10–15 ແມັດ. ໃບ: ແມ່ນໃບປະສົມ, ປະກອບດ້ວຍບິ້ງ 3–8 ຄູ່, ບິ້ງໃບມີຮູບສ້ວຍປາຍແຫຼມ, ໃບອ່ອນມີຂົນອ່ອນໆ ແລະ ມີສີຂາວເຫຼື້ອມ, ໃບແກ່ກໍ່ມີຂົນແຕ່ໜ້ອຍກວ່າ. ດອກ: ອອກເປັນຮວງ, ຮວງດອກຢ່ອນລົງເປັນຍອຍມີສີເຫຼືອງ, ຍາວ 20–40 ຊັງຕີແມັດ, ແຕ່ລະຮວງບັນຈຸດອກນ້ອຍຈຳນວນຫຼາຍ, ແມ່ນດອກປະເພດ 5 , ດອກບໍ່ສະໝ່ຳສະເໝີ ແລະ ມີເພດຮ່ວມ. ໝາກ: ແມ່ນປະເພດໝາກແຫ້ງ, ເປັນຝັກກົມຍາວ, ລວງຍາວ 20–60 ຊັງຕີແມັດ ແລະ ມີເສັ້ນຜ່າກາງ 1.5–2 ຊັງຕີແມັດ, ເວລາແກ່ໝາກອອກສີດຳ. ໝາກບັນຈຸເມັດຈຳນວນຫຼາຍ, ເມັດມີຂະໜາດ 0.5–1 ຊັງຕີແມັດ, ມີຮູບສ້ວຍ, ແປ, ເປືອກຂອງເມັດອອກສີກະເບົາ ແລະ ມີຮອຍຍູຍີ່ເປັນບາງບ່ອນ, ມີແຜ່ນບາງໆຂັ້ນແຕ່ລະເມັດ. ຕົ້ນຄູນເປັນຕົ້ນໄມ້ພື້ນບ້ານ, ເກີດທົ່ວໄປ. ລະດູອອກດອກແມ່ນແຕ່ເດືອນ ມີນາ ຫາເດືອນມິຖຸນາ.

Description of Use

ສານສະກັດຈາກລຳຕົ້ນ ແລະ ໃບຂອງຕົ້ນຄູນຊ່ວນຕໍ່ຕ້ານອະນູມູນອິດສະຫຼະ, ສານສະກັດຈາກເມັດມີລິດຊ່ວຍຫຼຸດລະດັບຄໍເລດເຕີລໍ, ຝັກໝາກຄູນມີສັບພະຄຸນທາງຢາແກ້ໄຂ້ມາເລເຣຍ, ໃບອ່ອນຊ່ວຍແກ້ໄຂ້ຣູມາຕິກໂດຍການນຳມາຕົ້ມກັບນ້ຳດື່ມ, ຝັກອ່ອນມີຣົດຫວານອົມສົ້ມເລັກນ້ອຍ, ມີກິ່ນເໝັກອຽນ, ເຢັນຈັດ ສັບພະຄຸນສາມາດໃຊ້ຂັບຂີ້ກະເຮີະໄດ້, ເປືອກເມັດ ແລະ ເປືອກໝາກມີສັບພະຄຸນຊ່ວຍຖອນພິດ, ເຮັດໃຫ້ອາຈຽນ ຫຼື ຈະໃຊ້ເມັດປະມານ 5 – 6 ເມັດນຳມາບົດເປັນຜົງແລ້ວຮັບປະທານ. ໝາກແກ່ໃຊ້ເປັນຢາລະບາຍຊ່ວຍໃນການຂັບຖ່າຍເຮັດໃຫ້ຖ່າຍສະດວກບໍ່ມວນທ້ອງ, ແກ້ອາການຜູກທ້ອງ ເໝາະສຳລັບຜູ້ທີ່ມີອາການຜູກທ້ອງ ແລະ ສະຕີມີຄັນ ເພາະມີສານແອນທຣາຄີວໂນນ (Anthraquinone glycoside)  ເປັນຕົວຊ່ວຍລະບາຍ. ສຳລັບວິທີການໃຊ້ໃຫ້ໃຊ້ໝາກແກ່ຂະໜາດກ້ອນເທົ່າຫົວໂປ້ມື ( ໜັກປະມານ 4 ກຼາມ ) ແລະ ນ້ຳອີກ 1 ຖ້ວຍແກ້ວໃສ່ໝໍ້ຕົ້ມແລ້ວປະສົມເກືອເລັກນ້ອຍໃຊ້ດື່ມກ່ອນອາຫານເຊົ້າ ຫຼື ຊ່ວງກ່ອນນອນພຽງຄັ້ງດຽວ ( ໝາກແກ່, ດອກ, ເນື້ອໃນໝາກ, ຮາກ ແລະ ແກ່ນ ). ໃບ: ຕົ້ມດື່ມເປັນຢາລະບາຍ, ດອກໃຊ້ແກ້ໄຂ້, ເປັນຢາລະບາຍ, ຮັກສາແຜຊ້ຳເຮື້ອ, ເນື້ອໃນຝັກແກ້ລົມແໜ້ນໜ້າເອິກ, ຮາກຝົນທາຮັກສາຂີ້ກາກ, ຮາກ ແລະ ແກ່ນເປັນຢາຂັບພະຍາ, ຕ້ານເຊື້ອແບັກທີເຣຍ, ເຊື້ອຣາ ແລະ ໄວຣິສ ຢັບຢັ້ງການກໍ່ກາຍພັນ.

Contribute