ສະໝຸນໄພພ້ອມວິທີປິ່ນປົວອາການເຈັບຄໍ

ສະໝຸນໄພພ້ອມວິທີປິ່ນປົວອາການເຈັບຄໍ

Bouavone
ຮູ້ຈັກກັບພືດສະໝຸນໄພ ພ້ອມວິທີປິ່ນປົວເມື່ອມີອາການເຈັບຄໍ
ຊີວະນາໆພັນກະສິກຳ
phakhaolao.la
www.phakhaolao.la

ນໍ້າ+ເກືອ

ນໍ້າ ແລະ ເກືອ: ສູດນີ້ຖືກນໍາໃຊ້ມາແຕ່ປູ່ຍ່າຕາຍາຍທີ່ສືບທອດກັນມາ ໂດຍໃຊ້ນໍ້າອຸ່ນ 1 ຖ້ວຍ ແລະ ເກືອ ¼ ບ່ວງນໍ້າຊາ ນໍາມາອົມໄວ້ພຽງໄລຍະເວລາສັ້ນໆແລ້ວຈຶ່ງບ້ວນຖິ້ມ ເຊິ່ງນໍ້າອຸ່ນ ແລະ ເກືອຈະຊ່ວຍຫຼຸດເຊື້ອແບັດທິເລຍຈາກອາການເຈັບຄໍໄດ້ເປັນຢ່າງດີ.  

ນໍ້າເຜິ້ງ + ໝາກນາວ + ຂີງ + ນໍ້າ

ນໍ້າ, ນໍ້າເຜິ້ງ, ໝາກນາວ, ຂີງ ແລະ ຂີ້ມິ້ນ: ສໍາລັບຄົນທີ່ເຈັບຄໍຫຼາຍ ໃຫ້ໃຊ້ນໍ້າເຜິ້ງ 1 ບ່ວງກາເຟ, ໝາກນາວປະມານ 1 ປ່ຽງ, ນໍ້າຂີງ 1 ບ່ວງກາເຟ ປະສົມກັບນໍ້າອຸ່ນ ແລ້ວນໍາມາອົມໄວ້ໃຊ້ເວລາພຽງໄລຍະສັ້ນໆ ເພາະນໍ້າເຜິ້ງຈະຊ່ວຍກຳຈັດເຊື້ອໄວຣັສ Virus ແລະ ແບັດທິເລຍ Bacteria ທີ່ສ້າງຄວາມຄາຍເຄືອງໃຫ້ກັບຄໍຂອງເຮົາ ແລະ ນໍ້າໝາກນາວຈະຊ່ວຍເຮັດໃຫ້ລໍາຄໍຊຸ່ມຊື່ນ. ຊ່ວຍໃນເລື່ອງການຮັກສາພະຍາດພູມແພ້ ສູດນີ້ນອກຈາກຈະຊ່ວຍຫຼຸດຜ່່ອນອາການເຈັບຄໍໄດ້ດີແລ້ວ ຍັງຊ່ວຍໃຫ້ສົດຊື່ນ.

ຫວ້າຫອມ + ນໍ້າ

ຫວ້າຫອມ ແລະ ນໍ້າ ສູດນີ້ຈະໃຫ້ກິ່ນຫອມເປັນພິເສດ ກ້ານພູແບບອົບແຫ້ງ ນໍາມາບົດໃຫ້ລະອຽດ ສູດນີ້ຈະໃຊ້ກ້ານພູແບບລະອຽດ 2 ບ່ວງກາເຟ, ນໍ້າຮ້ອນ 1 ຖ້ວຍ ນໍາມາບ້ວນປາກ, ກ້ານພູມີສານຕ້ານເຊື້ອແບັດທິເລຍ (Bacteria) ແລະ ຊ່ວຍຫຼຸດອາການອັກເສບ.

phakhaolao.la
 ຫວ້າຫອມ Syzygium aromaticum (L.) Merr. & Perry

 

ຂີ້ໝິ້ນ + ເກືອ + ນໍ້າ

ຂີ້ໝິ້ນ, ເກືອ, ນໍ້າ: ສູດນີ້ຈະໃຊ້ຂີ້ໝິ້ນ 1 ບ່ວງກາເຟ, ເກືອ 1 ບ່ວງກາເຟ, ນໍ້າຮ້ອນ 1 ຖ້ວຍ ໄດ້ສ່ວນປະສົມແລ້ວນໍາມາອົມໄວ້ຈັກໜ້ອຍ ເຊິ່ງຂີ້ໝິ້ນມີສານຕ້ານອະນຸມູນອິດສະຫຼະຢ່າງດີ ແລະ ເກືອກໍ່ຈະຊ່ວຍກຳຈັດເຊື້ອແບັດທີເຣຍ (Bacteria) ດັ່ງນັ້ນສູດນີ້ຈຶ່ງເປັນອີກສູດໜຶ່ງທີ່ຊ່ວຍບັນເທົາອາການເຈັບຄໍໄດ້ດີ.

 

Contribute