ຂີ້ໜີ້ນ / Turmeric
APA 6th ed. ຂີ້ໜີ້ນ / Turmeric. (2020, May 29). Retrieved from https://www.phakhaolao.la/kb/0000167
MLA 8th ed. ຂີ້ໜີ້ນ / Turmeric. Pha Khao Lao, 29 May 2020, https://www.phakhaolao.la/kb/0000167.
Chicago 17th ed. Pha Khao Lao. 2020. "ຂີ້ໜີ້ນ / Turmeric." Published May 29, 2020. https://www.phakhaolao.la/kb/0000167.
Curcuma brog Valeton
Curcuma domestica Valeton
Curcuma longa var. vanaharidra Velay., Pandrav., J.K.George & Varapr.
Curcuma ochrorhiza Valeton
Curcuma soloensis Valeton
Curcuma tinctoria Guibourt
Kua domestica Medik.
Stissera curcuma Giseke
Stissera curcuma Raeusch.
ເປັນພືດທີ່ມີຫົວ ຫຼື ເຫງົ້າໃຕ້ດິນ, ລຳຕົ້ນເໜືອດິນສູງ 40-60 ຊັງຕິແມັດ ອອກດຽວ. ໃບມີ 4-7 ໃບຕໍ່ຕົ້ນ, ຈັບແບບລະນາບດຽວ. ແຜ່ນໃບຮູບໃບຫອກ, ກວ້າງ 14-16 ຊັງຕິແມັດ, ຍາວ 42-50 ຊັງຕິແມັດ, ປາຍຮຽວແຫຼມ, ໂຄນມົນ, ຂອບລຽບ. ກ້ານໃບຍາວ 20-45 ຊັງຕິແມັດ, ທາງດ້ານເທີງເປັນຮ່ອງ, ມີຂົນ, ສີຂຽວ. ລີ້ນໃບເປັນສອງແສກສັ້ນໆ, ມີຂົນ. ຊໍ່ດອກຕັ້ງຊື, ເກີດລະຫວ່າງຊອກໃບທີ່ປາຍລຳຕົ້ນເໜືອດິນ. ກ້ານຊໍ່ດອກຍາວປະມານ 25 ຊັງຕິແມັດ. ດອກສີຂາວນວນອົມເຫຼືອງ. ກາບດອກຍາວປະມານ 9 ມີນລີແມັດ, ໂຄນເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນແສກເລີກດ້ານດ່ຽວ ຍາວປະມານ 4 ມີນລີແມັດ. ກິບດອກຖານເຊື່ອມຕິດກັນເປັນຫຼອດ ຍາວປະມານ 3,5 ຊັງຕິແມັດ, ປາຍແຍກເປັນສາມແສກ ສີຂາວນວນ, ຮູບໄຂ່, ກວ້າງປະມານ 1 ຊັງຕິແມັດ, ຍາວປະມານ 1,4 ຊັງຕິແມັດ, ສີຂາວ. ກີບປາກສີຂາວນວນ ຫຼື ສີເຫຼືອງອ່ອນ, ຖາງກິບປາກແຖບສີເຫຼືອງ ກິບຮູບໄຂ່ກວ້າງ, ກວ້າງ ແລະ ຍາວ 1,3-2,5 ຊັງຕິແມັດ, ປາຍຍື່ນ ແລະ ແຍກເປັນສອງແສກ. ກີບຄູ່ຂ້າງທີ່ເກີດຈາກເກສອນຜູ້ທີ່ເປັນໜັນຮູບໄຂ່ກັບ, ຍາວປະມານ 1,2 ຊັງຕິແມັດ. ເກສອນເພດຜູ້ຍາວປະມານ 8 ມີນລີແມັດ, ມີເດືອຍ, ກ້ຽງ, ສີເຫຼືອງອ່ອນ. ເຕົ້າໄຂ່ຍາວປະມານ 2 ມີນລີແມັດ. ໃບປະດັບທີຢູ່ດ້ານລຸ່ມເປັນສີຂຽວ, ຊໍ່ດອກຮູບຊົງກະບອກຍາວ 25-34 ຊັງຕິແມັດ, ໃບປະດັບຮູບໄຂ່ກວ້າງ, ກວ້າງ 2-2,5 ຊັງຕິແມັດ, ຍາວ 3,8-5 ຊັງຕິແມັດ, ປາຍມົນ, ໃບປະດັບຍ່ອຍຍາວ ຮູບໄຂ່ກັບ ຍາວປະມານ 2 ຊັງຕິແມັດ, ກ້ຽງ, ສີຂາວ.
ຂີ້ໜີ່ນເປັນໜື່ງພືດສະໝູນໄພທີ່ມີສັບພະຄູນອັນລົ້ນເຫຼືອ, ໂດຍທົ່ວໄປພູມປັນຍາທາງທ້ອງຖີ່ນບອກວ່າເປັນຢາຂັບໄລ່ສານຜິດໃນຮ່າງກາຍ ແລະ ຮັກສາກະເພາະອາຫານໂດຍວີທີິການຕົ້ມນ້ຳດື່ມ ຫຼື ບົດມູນໆເຮັດເປັນລູກກອນ, ກີນເປັນປະຈຳ. ຊ່ວຍໃນການຮັກສາມາດແຜ່ທີ່ເກິດຈາກອຸປະຕິເຫດ ໂດຍບົດໃຫ້ມູນແລ້ວມາຖາໃສບາດແຜ. ທາງດ້ານການແພດໄດ້ມີການຄົ້ນຄວ້າວ່າສານທີ່ຢູ່ໃນຂີ້ໜີ່ນສາມາດຢັບຢັ້ງພະຍາດມະເຮັງໄດ້, ບັງຄັບໃຫ້ຈຸລັງຂອງມະເຮັງບໍ່ໃຫ້ຂະຫຍາຍຕົວໄດ້. ນອກນັ້ນຍັງປ້ອງກັນມະເຮັງຕ້ອງຕ່າງໆເຊັ່ນ: ມະເຮັງຕ່ອມລູກໝາກ, ມະເຮັງເຕົ້ານົມ, ມະເຮັງລຳໄສ້ໃຫຍ່. ມີການສຶກສາພົບວ່າ ການກີນຂີ້ໜີ່ນຕາມເວລາທີ່ອະໄວຍະຕ່າງໆກຳລັງເຮັດວຽກຈະຊ່ວຍເພີ່ມປະສິດທິພາບຂອງຂີ້ໜີ່ນໃຫ້ຫຼາຍຂື້ນ ໂດຍວີທີກີນຂີ້ໝີ່ນຄວນຕາເວລາຕໍ່ໄປນີ້ຕາມການຮັກສາ:
• ເວລາ 03.00-05.00 ໂມງ ຊ່ວງເວລາຂອງປອດ ຫາກກີນຊ່ວງເວລານີ້ຈະຊ່ວຍໃຫ້ການບຳລູງປອດຊ່ວຍໃຫ້ປອດແຂງແຮງ ຊ່ວຍປ້ອງກັນການເປັນມະເຮັງປາກມົດລູກ ຊ່ວຍເສີມສ້າງພູຄູ້ມກັນໃຫ້ຜີວໜັງ ແລະ ຊ່ວຍເລື່ອງພູແທ້ຫານໃຈບໍ່ສະດວກ.
• ເວລາ 05.00-07.00 ໂມງ. ຊ່ວງເວລາຂອງລຳໄສ້ໃຫຍ່ ຊ່ວຍແກ້ປັນຫາລຳໄສ້ໃໃຫ້ ສຳລັບຜູ້ທີ່ຂັບຖ່າຍບໍ່ເປັນເວລາ ຫຼື ກີນຢາຖ່າຍມາດົນ ຫາກກີນຂີ້ໜີ້ນໃນຊ່ວງນີ້ຈະຊ່ວຍຟື້ນຟູປາຍປະສາດຂອງລຳໄສ້ໃຫຍ່ໃຫ້ບີບຫັດຕົວ ເພື່ອຊ່ວຍໃຫ້ຂັບຖ່າຍໄດ້ຢ່າງປົກກະຕິ ຊ່ວຍແກ້ປັນຫາສຳໄສ້ໃຫຍ່ຂັບຖ່ານນ້ອຍ ຫຼື ຫຼາຍຈົນເກີນໄປ ແລະ ຊ່ວຍປ້ອງກັນການເກີດພະຍາດລິດສະດວງທະວານ ແລະ ມະເຮັງລຳໄສ້ໄດ້ອິກດ້ວຍ ຫາກກີນພ້ອມກັບໂຍເກີດ ນ້ຳເຜີ້ງ ນົມສົດ ໝາກນາວ ຫຼື ນ້ຳອຸ່ນ ຈະຊ່ວຍຊະລ້າງຜິວໜັງລຳໄສ້ໃຫ້ສະອາດໄດ້.
• ເວລາ 07.00-09.00 ໂມງ. ຊ່ວງເວລາຂອງກະເພາະອາຫານເຮັດວຽກຈະຊ່ວຍລົດອາການທ້ອງອືດ ທ້ອງເຟີຈຸສຽດແໜ້ນທ້ອງ ແລະ ຍັງຊ່ວຍແກ້ອາການປວດເຂົ່າ, ຂາຕືງ, ບຳລຸງສະໝອງປ້ອງກັນພະຍາດຄວາມຈຳເສື່ອມໄດ້ອິກດ້ວຍ, ຈະຊ່ວຍແກ້ປັນຫານເລື່ອງກະເພາະອາຫານທີ່ເກີດຈາການກີນອາຫານບໍ່ເປັນເວລາ ແລະ ຍັງລົດອາການທ້ອງອືດຈຸດແໜ້ນ, ປວດເຂົ່າ, ຂາຕືງ, ຊ່ວຍບຳລຸງສະໝອງ ແລະ ປ້ອງກັນຄວາມຈຳເສື່ອມໄດ້.
• ເວລາ 09.00-11.00 ໂມງ ຊ່ວງເວລານີ້ມ້າມ ຊ່ວຍແກ້ໄຂປັນຫາເລື່ອງນ້ຳເຫຼືອງເສຍ, ມີແຜບໍລີເວນ ບັນເທົາອາການຂອງພະຍາດເບົາຫວານ ພະຍາດເກົາ, ການອ້ວນເກີນໄປ ຫຼື ຈ່ອຍເກີນໄປ.
• ເວລາ 11.00-13.00 ໂມງ ຊ່ວງເວລາຂອງຫົວໃຈ ຊ່ວຍບຳລຸງຫົວໃຈໃຫ້ມີຄວາມສຸຂະພາບດີ.
• ເວລາ 15.00-17.00 ໂມງ ຊ່ວງເວລາຂອງກະເພາະປັດສະວະ ຊ່ວຍບຳລູງຫູລູດກະເພາະປັດສະວັະໃຫ້ແຂງແຮງ ແກ້ອາການລົງຂາວ ແລະ ການທຳໃຫ້ເຫື່ອອອກໃນຊ່ວງເວລານີ້ຈະຊ່ວຍເຮັດໃຫ້ຮ່າງກາຍຂັບສານຜິດອອກໄປຈາກຮ່າງກາຍໄດ້ຫຼາຍທີ່ສຸດ.
• ເວລາ 17.00 ໂມງ ຈົນເຖີງເວລາເຂົ້ານອນ ການກີນຂີ້ໜີ່ນໃຫ້ຊ່ວງນີ້ຈະຊ່ວຍໃຫ້ຄວາມຈຳດີຂື້ນ ເມື່ອຕີ່ນນອນຈະບໍ່ອ່ອນເພ້ຍ ການຂັບຖ່າຍກໍ່ຈະດີຂື້ນດ້ວຍ.