ຂີງປ່າຂາວ / Whit Rounded Wing Ginger

Use
Food
Medicine
Ornamental
Scientific Name / Family
Zingiber orbiculatum S.Q.Tong / Zingiberaceae
Synonyms
Other Names
Chinese: 圆瓣姜 yuan ban jiang
Conservation Status
Least Concern
Botanical Description

ເປັນພືດລົ້ມລຸກຫຼາຍປີ, ເຫງົ້າໃຕ້ດິນຍາວ, ທາງດ້ານໃນສີເຫຼືອງອ່ອນ, ລຳຕົ້ນສູງປະມານ 2-3 ມ, ແຕກປະມານ 3 ຕົ້ນຕໍ່ສຸ່ມ. ມີໃບປະມ 14-20 ໃບ. ຈັບລຽງແບບລະນາບດຽວ, ແຜ່ນໃບຮູບໃບຫອກ ກວ້າງ 7-8 ຊມ, ຍາວ 50-70 ຊມ, ປາຍໃບຮຽວແຫຼມ, ໂຄນຮູບຫຼີ້ມ ຫຼື ຮຽວແຫຼມ, ບາງຄັ້ງສອງຂ້າງບໍ່ເທົ່າກັນ. ຂອບລຽບ, ກ້ຽງທັ້ງສອງດ້ານ. ກ້ານໃບຍາວ 1-2,4 ຊມ. ລີ້ນໃບຮູບແຖບຍາວ 1,2-1,4 ຊມ, ປາຍມົນ ຫຼື ຕັດ, ແນບ ຕິດຢູ່ກັບຕົ້ນ. ຊໍ່ດອກແບບຊໍ່ເຊີງລົດຄ້າຍຊໍ່ກະຈຸກແໜ້ນ, ເກີດຈາກລຳຕົ້ນໃຕ້ດິນ, ກວ້າງ ແລະ ຍາວ 3-7 ຊມ. ກ້ານຊໍ່ດອກເລືອເລື້ອຍ ຍາວ 2-6 ຊມ. ດອກສີຂາວ, ກາບດອກໂຄນເຊື່ອມຕັດກັນເປັນຫຼອດ ຍາວ 2,4-2,7 ຊມ, ປາຍແຍກເປັນແສກເລີກດ້ານດຽວ ຍາວ 1,2-1,7 ຊມ. ກິບດອກໂຄນເຊື່ອມຕິດກັນເປັນຫຼອດ ຍາວ 2,6-3,5 ຊມ, ປາຍແຍກເປັນ ສາມແສກ, ຮູບໃບຫອກ-ຮູບຂອບຂະໜານ ກວ້າງ 4-7 ມມ, ຍາວ 2-3 ຊມ, ປາຍແຫຼມ. ກິບປາກສີຂາວ, ມີປະສີມ່ວງກະຈາຍທົ່ວໄປ, ກິບຮູບໄຂ່ກວ້າງ, ກວ້າງ ແລະ ຍາວ 1,3-1,8 ຊມ, ກິບຄູ່ຂ້າງທີ່ເກີດຈາກເກສອນເພດຜູ້ເປັນໜັນຮູບໄຂ່, ປາຍມົນ. ເກສອນເພດຜູ້ມີຈະງອຍຍາວປະມານ 1,3 ຊມ. ເຕົ້າໄຂ່ຍາວປະມານ 3 ມມ. ໝາກຮູບໄຂ່ເປັນສາມຫຼ່ຽມ, ສີຂຽວອົມຂາວ, ເມື່ອແກ່ເປັນສີເຫຼືອງ, ດ້ານໃນເປັນສີແດງ. ເມັດເປັນສີດຳເມື່ອແກ່ມີເຍື້ອຫຸ້ມສີຂາວ.

Description of Use

ຂີງຊະນິດນີ້ໄດຖືກນຳໃຊ້ເພື່ອເປັນອາຫານເຊັ່ນດອກຊໍ່ອອກໄດ້ເກັບເອົາມາຕົ້ມລວກກັບແຈ່ວ, ດອກຂອງມັນສີຂາວສາມາດກີນໄດ້ເຊັ່ນດຽວກັບຊໍ່ດອກ. ຈະມີກີ່ນຫອມ ແລະ ລົດຊາດເຜັດເລັກນ້ອຍ. ເປັນພືດທີ່ມີການນຳໃຊ້ຊໍ່ດອກ ແລະ ໜໍ່ອ່ອນ, ເພື່ອເປັນອາຫານໃຊ້ຄ້າຍກັບຜັກທົ່ວໄປເຊັ່ນນຳເອົາມາຕົ້ມ, ລວກ, ເຮັດຊຸບ ຫຼື ແກ້ງ ໃສ່ກັບຜັກຊະນິດອື່ນເພື່ອເຮັດໃຫ້ມີກ່ີນຫອມ, ເຮັດໃຫ້ລົດຊາດດີຂື້ນ, ເປັນຜະລິດຕະພັນເຄື່ອງປ່າຂອງດົງຊະນິດໜື່ງທີ່ສາມາດສົ່ງເສີມ ແລະ ພັດທະນາເປັນພືດເສດຖະກິດໄດ້ເພາະວ່າມີການເກັບກູ້ຂາຍຕາມທ້ອງຕະຫຼາດທ້ອງຖີ່ນແຕ່ເນື່ອງຈາກວ່າໃນທຳມະຊາດແມ່ນບໍ່ມີຫຼາຍກໍ່ເລີຍເຫັນຂາຍເປັນບາງເຂດເທົ່ານັ້ນ.

Contribute