ແໜມປາ

ແໜມປາ

Kedsalin
ແໜມປາ ອາຫານວ່າງ ກິນແຊບອີ່ມທ້ອງ ແລະ ຍັງໄດ້ປະໂຫຍດຈາກຜັກກັບທີ່ເປັນພືດສະໝຸນໄພເຊັ່ນ ຫອມລາບ, ຫອມປ້ອມອີກດ້ວຍ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະກອບ

  • ປານິນ ຫລື ປາຄໍ່ 2 ໂຕ
  • ເຂົ້າໂຄບ 1 ຖ້ວຍນ້ອຍ
  • ໝາກປີ 2 ຫົວ
  • ຖົ່ວງອກ ປະລິມານຕາມຕ້ອງການ
  • ໝາກແຄ້ງ ປະລິມານຕາມຕ້ອງການ
  • ຫອມບົວໃບ,ຫອມປ້ອມ 5 -10 ຕົ້ນ
  • ຫົວສີໄຄ 3 ຫົວ
  • ໃບຂີ້ຫູດ 3 ໃບ
  • ເກືອ 1 ບ່ວງກາເຟ
  • ຜັກສະຫຼັດ,ຫອມລາບ,ຫອມປ້ອມ,ຫອມບົ່ວໃບ ສຳລັບພັນແໜມ
  • ນ້ໍາແຈ່ວສຳລັບພັນແໜມ

ວິທີປຸງແຕ່ງ

  1. ຕົ້ມນໍ້າໃຫ້ຟົດດີ ໃສ່ຫົວສີໄຄ,ໃບຂີ້ຫູດ,ເກືອລົງໄປ ແລ້ວຕາມດ້ວຍປາ,ຕົ້ມໄປເລື້້ອຍໆຈົນປາສຸກ ແລ້ວກໍ່ຕັກອອກປະໄວ້ໃຫ້ເຢັນ.
  2. ຊອຍໝາກປີ ແລະ ຕໍາເຂົ້າໂຄບໃຫ້ມຸ່ນດີ ປະໄວ້.
  3. ໃຈ້ເອົາຊີ້ນປາໃຫ້ລະອຽດ
  4. ເອົາຊີ້ນປາ,ເຂົ້າໂຄບ,ໝາກປີ,ຖົ່ວງອກ, ນຳມາຄົນໃຫ້ເຂົ້າກັນ ປຸງລົດຊາດຕາມໃຈມັກ ແລ້ວກໍ່ໃສ່ໝາກແຄ້ງ,ຫອມບົ່ວ,ຫອມປ້ອມ .
  5. ພ້ອມຮັບປະທານກັບຜັກສະຫລັດ ແລະ ນໍ້າແຈ່ວແຊບໆ

 

Contribute