ປາຄໍ່ / Snakehead Murrel Fish

Use
Food
Income
Scientific Name / Family
Channa striata (Bloch, 1793) / Channidae
Synonyms
Ophiocephalus striatus Bloch
Ophiocephalus vagus Peters
Other Names
Cambodian: Trey phtouk/rors
Eng: Striped snake head fish, Snake head fish, Serpent head fish, Murrel
Thai: Pa chon
Viet: Cá lóc đen
Conservation Status
Least Concern
Physical Description

ປາຄໍ່ເປັນປາມີເກັດ, ລຳຕົວຮີກົມ ຫຼື ກົມຮຽວຍາວ, ທ່ອນຫາງແປ, ຫົວແປກົມ, ເກັດມີຂະໜາດໃຫຍ່ ແລະ ເກັດຕາມລຳຕົວສີເທົາຈົນເຖິງນ້ຳຕານເທົາ. ປາກກວ້າງ, ມຸມປາກເຖິງຕາ, ຮີມປາກດ້ານລຸ່ມຍືນຍາວກວ່າດ້ານເທິງ, ມີແຂ້ວແບບແຂ້ວເລື້ອຍນ້ອຍໆຢູ່ຕາມຄາງກະໄຕສອງຂ້າງ. ຕາມີຂະໜາດໃຫຍ່, ຄີທຸກອັນບໍ່ມີງ່ຽງແຂງ, ຄີຫຼັງ ແລະ ຄີໂກ້ນຍາວຈົນເກືອບເຖິງໂຄນຫາງ, ຄີຫຼັງມີກ້ານຄີ 38-42 ອັນ, ຄີກົ້ນມີກ້ານຄີ 24-26 ອັນ, ຄີເອິກມີຂະໜາດໃຫຍ່, ຄີທ້ອງຂະໜາດນ້ອຍກວ່າ, ຄີຫາງກົມ, ໂຄນຄີຫາງແປຄ່ອນຂ້າງຫຼາຍ, ລຳຕົວສ່ວນຫຼັງມີສີດຳ, ທ້ອງສີຂາວ, ດ້ານຂ້າງລຳຕົວມີລາຍດຳພາດສ່ຽງເກັດຕາມເສັ້ນຂ້າງລຳຕົວມີຈຳນວນ 49-55 ເກັດ ແລະ ມີອະໄວຍະພີເສດຊ່ວງຫາຍໃຈ, ປາຄໍ່ສາມາດອົດທົນຕໍ່ສະພາບແວດລ້ອມໄດ້ດີ ຢູ່ໃນທີ່ຊຸ່ມຊື່ນໄດ້ດົນ ແລະ ສາມາດເຄື່ອນໄຫວເທີງບົກໄດ້ ຫຼື ຝັງຕົວໃນຕົມໄດ້ເປັນເວລາດົນ.

Reproduction and Lifecycle

ປາຄໍ່ສາມາດວາງໄຂ່ໄດ້ເກືອບຕະຫຼອດທັ້ງປີ ສຳລັບລະດູການປະສົມພັນວາງໄຂ່ຈະເລີ່ມຕົ້ນເດືອນມີນາ-ເດືອນຕຸລາ ໃນລະດູວາງໄຂ່ຈະເຫັນຄວາມແຕກຕ່າງລະຫວ່າງປາເພດຜູ້ ແລະ ແມ່ ໄດ້ຊັດເຈນຍິ່ງຂຶ້ນ, ກ່າວຄື: ປາຕົວແມ່ຈະມີລັກສະນະທ້ອງໃຫຍ່ກົມ, ຊ່ອງເພດຂະຫຍາຍໃຫຍ່ມີສີບົວປົນສີແດງ, ຄີທ້ອງກວ້າງສັ້ນ ສ່ວນປາຕົວຜູ້ລຳຕົວມີສີເຂັ້ມ ດ້ານລຸ່ມຄາງມີສີຂາວ, ລຳຕົວຍາວກວ່າຕົວແມ່. ພໍ່ແມ່ພັນທີ່ສົມບູນຄວນມີນ້ຳໜັກປະມານ 1 ກິໂລກຣາມ, ໃນສະພາບແວດລ້ອມຕາມທຳມະຊາດປາຄໍ່ຈະສ້າງຮັງວາງໄຂ່ຕາມແຫຼ່ງນ້ຳນິ່ງ, ຄວາມເລິກປະມານ 30-100 ຊັງຕິແມັດ, ປາຈະກັດຫຍ້າຕາມແຄມນ້ຳເພື່ອສ້າງຮັງໄຂ່ ຫຼື ຟຸ່ມໄມ້ແຄມນ້ຳ ແລະ ໃຊ້ຫາງພັດຕະຫຼອດເວລາ ເພື່ອເຮັດໃຫ້ຮັງມີລັກສະນະເປັນວົງກົມ ຂະໜາດເສັ້ນຜ່າສູນກາງປະມານ 30-40 ຊັງຕິແມັດ, ສ່ວນພື້ນດິນປາຈະຕິຈົນພື້ນລຽບ. ຫຼັງຈາກນັ້ນແມ່ປາວາງໄຂ່ແລ້ວ ພໍ່ປາຈະຄ່ອຍຮັກສາໄຂ່ຢູ່ໃກ້ໆ ເພື່ອບໍ່ໃຫ້ສັດຕູມາກິນໄຂ່ ຈົນເຖິງໄຂ່ຟັກເປັນຕົວ ໃນຊ່ວງຟັກອອກເປັນຕົວອ່ອນ ແມ່ປາຈະມາດູແລ ພາລູກປາຫາອາຫານ ເມື່ອລູກປາມີຂະໜາດ 4.5-6 ຊັງຕິແມັດ, ຈົນສາມາດຫາກິນດ້ວຍຕົວເອງ ເຊີ່ງມີນ້ຳໜັກຕົວປະມານ 0.5 ກຣາມ, ເຊິ່ງປາ 1 ກິໂລກຣາມ ຈະມີລູກປາຈຳນວນ 2000 ຕົວ, ເຊິ່ງລູກປາໄລຍະນີ້ ຜູ້ທີ່ຈະນຳເອົາໄປລ້ຽງສາມາດລວບລວມຈາກແຫຼ່ງທຳມະຊາດໄດ້.

Contribute