ຕົ້ນໝາກຂີ້ຫູດ / Kaffir Lime

Use
Food
Income
Medicine
Oil Extract
Scientific Name / Family
Citrus hystrix DC. / Rutaceae
Synonyms
Citrus hystrix subsp. acida Engl.
Citrus hystrix var. annamensis (Yu.Tanaka) Guillaumin
Citrus hystrix var. balincolong Yu.Tanaka
Citrus hystrix var. boholensis Wester
Citrus hystrix var. micrantha (Wester) Merr.
Citrus hystrix var. microcarpa (Wester) Merr.
Citrus hystrix var. southwickii (Wester) Merr.
Citrus hystrix var. torosa (Blanco) Wester.
Other Names
ລາວ: ຕົ້ນໝາກຂີ້ຫູດ.
ໄທ: ມະກຣູດ, ມະຂູ
Botanical Description

ຕົ້ນໝາກຂີ້ຫູດເປັນຕົ້ນໄມ້ຂະໜາດນ້ອຍ ສູງປະມານ 2–8 ແມັດ, ເປືອກຕົ້ນລຽບສີນ້ຳຕານ, ມີໜາມແຫຼມຕາມກີ່ງກ້ານ. ໃບ ເປັນໃບເປັນໃບປະກອບທີ່ມີໃບຍ່ອຍໃບດ່ຽວອອກລຽງສະຫຼັບ. ປາຍໃບ ແລະ ໂຄນໃບມົນ, ຂອບໃບລຽບ, ແຜ່ນໃບລຽບເປັນມັນສີຂຽວເຂັ້ມ, ມີຕ່ອມນ້ຳມັນຢູ່ຕາມຜີວໃບມີກິ່ນຫອມສະເພາະ, ກ້ານໃບມີປີກຄ້າຍໃບ. ດອກອອກເປັນຊໍ່ຕາມຊອກໃບຢູ່ປາຍກີ່ງ, ດອກສີຂາວມີກີບລ້ຽງ 5 ກີບ, ກີບດອກມີ 5 ແສກ, ໂຄນກີບດອກຕິດກັນ. ໝາກເປັນຮູບຊົງກົມ ຫຼື ຮູບໄຂ່, ໂຄນໝາກຮຽວເປັນຈຸກ ຜີວໝາກເປັນປູດ ມີຕ່ອມນ້ຳມັນ, ໝາກອ່ອນສີຂຽວເຂັ້ມ ເມື່ອສຸກເປັນສີເຫຼືອງມີຣົດສົ້ມ. ແກ່ນກົມຮີສີຂາວ ມີແກ່ນຫຼາຍ. 

Description of Use

ໃນໃບ ແລະ ໝາກຂີ້ຫູດເມື່ອນຳມາກັ່ນດ້ວຍອາຍນ້ຳຈະໃຫ້ນ້ຳມັນຫອມລະເຫີຍໃນປະລິມານ 0.08% ແລະ 4% ຕາມລຳດັບ. ນ້ຳມັນຫອມລະເຫີຍຈາກຜີວໝາກຂີ້ຫູດມັກປະກອບໄປດ້ວຍເບຕ້າ-ໄພນິນ, ໄລໂມນີນ ແລະ ຊາບີນີນ ເປັນສານຫຼັກ. ສ່ວນນ້ຳມັນຫອມລະເຫີຍຈາກໃບຈະປະກອບໄປດ້ວຍ ຊີໂທຣເນລລາລ, ໄອໂຊພູລິໂກລ ແລະ ໄລນາລູອໍ ເປັນສານຫຼັກ. ສ່ວນໃນນ້ຳໝາກຂີ້ຫູດມີກົດຊີດິດວິຕາມີນຊີ ແລະ ກົດອິນຊີຊະນິດອຶ່ນໆ ເປັນສ່ວນປະກອບ.ນ້ຳມັນຫອມລະເຫີຍມີສັບພະຄຸນຊ່ວຍຜ່ອນຄາຍຄວາມຄຽດຄາຍຄວາມກັງວົນເຮັດໃຫ້ຈິດໃຈສະຫງົບດ້ວຍການສູດດົມເປືອກໝາກຂີ້ຫູດຈະຊ່ວຍໄດ້ລະດັບໜື່ງແຕ່ການໃຊ້ບໍ່ຄວນໃຊ້ເຂັ້ມຂຸ້ນຫຼາຍກວ່າ 1% ເພາະອາດຈະເຮັດໃຫ້ເກີດການລະຄາຍເຄືອງໄດ້. ຊ່ວຍຮັກສາຄວາມດັນໂລຫິດສູງໂດຍການນຳເອົາໃບໝາກຂີ້ຫູດໃບສົດຈຳນວນ 10 ໃບ ລ້າງນ້ຳໃຫ້ສະອາດຕົ້ມກັບນ້ຳ 3 ຖ້ວຍໃຫຍ່ ຈົນຟົດ ປະມານ 10–15 ນາທີ ແລ້ວໃສ່ນ້ຳຕານຊາຍແດງເລັກນ້ອຍ ແບ່ງດື່ມຄັ້ງລະ 3 ສ່ວນ 4 ຂອງຈອກ ວັນລະ 2 ຄັ້ງ ກ່ອນອາຫານເຊົ້າແລງ. ດື່ມຕໍ່ເນື່ອງກັນປະມານ 7 ວັນ ຈະຊ່ວຍຫຼຸດຄວາມດັນໂລຫິດສູງໃຫ້ກັບເປັນປົກກະຕິໄດ້. ສຳລັບຄົນທີ່ເລີ່ມເປັນຄວາມດັນໂລຫິດສູງໃໝ່ໆຈະໄດ້ຜົນດີຫຼາຍ ສ່ວນຜູ້ທີ່ເປັນມາດົນແລ້ວສາມາດທົດລອງຕົ້ມດື່ມຈະຊ່ວຍໄດ້ລະດັບໜື່ງ.

Contribute