Centre for Development and Environment (CDE)

CDE
Pha Khao Lao staffs

Abli

Dr. Albrecht Ehrensperge
Senior Technical Advisor
ຫົວໜ້າພະແນກເຂດຜົນກະທົບລະບົບທີ່ດິນແບບຍືນຍົງຂອງ CDE. ຊ່ຽວຊານສະເພາະດ້ານການຄຸ້ມຄອງທີ່ດີນແບບຍືນຍົງ ແລະ ລະບົບທີ່ດິນ, ໂດຍສະເພາະແມ່ນວິເຄາະພື້ນທີ່ ແລະ ຂະບວນການຮ່ວມມືຂອງພາກສ່ວນທີ່ກ່ຽວຂ້ອງ. ໂຄງການໃນປະຈຸບັນ: ວັດຊະພືດໄມ້ຕົ້ນ (www.woodyweeds.org), ຫົວໜ້າຮ່ວມໂຄງການນິເວດກະສິກຳ ແລະ ຄວາມປອດໄພຂອງອາຫານໃນເຂດອາຊີຕາເວັນອອກສ່ຽງໃຕ້ (ASSET), ຊິນຳອົງປະກອບຍ່ອຍ. ເປັນຜູ້ຄົ້ນຄວ້າຮ່ວມກັບອົງການແມ່ຂອງວ່າດ້ວຍທີ່ດິນ. ເປັນສະມາຊິກທີ່ປຶກສາຂອງພາເຂົ້າລາວ (www.phakhaolao.la). ເປັນທີ່ປຶກສາ ແລະ ສະມາຊິກຂອງໂວແຄັດ (www.wocat.net) ອີເມວ: albrecht.ehrensperger@unibe.ch

 

done

ແກ້ວອຸດອນ ສຸວັນນະກູມມານ (ດອນ)
ຜູ້ຈັດການລະບົບ

ແກ້ວອຸດອນ ສຳເລັດການສຶກສາລະດັບປະລິນຍາຕິໃນສາຂາ ຊິວະວິທະຍາ ຈາກ ມຊ. 2010-2015 ເລີ່ມຕົ້ນການເຮັດກັບສວນພຶກສາຊາດຜາຕັດແກ້. ຫຼັງຈາກນັ້ນລາວໄດ້ຮັບທືນການສຶກສາຈາກ ກອງທືນສີ່ງແວດລ້ອມໂລກເພື່ອການສຶກສາ ເພື່ອສຶກສາຕໍ່ໃນລະດັບປະລິນຍາໂທແຕ່ 2015-2018. ໃນການຄົ້ນຄວ້າຂອງລາວແມ່ນພືດຕະກຸນຂີງ-ຂ່າ, ສົ້ມກຸ້ງ, ທຽນຜາ, ດອກຊີງຊິ່ ແລະ ດອກເຜິ້ງ. ລາວໄດ້ສຶກສາກ່ຽວກັບດອກເຜິ້ງດິນທຳມະຊາດໃນເຂດເມືອງພູກູດເພື່ອເຮັດວິທະຍານິພົນໃນລະດັບປະລິນຍາໂທ. ໃນ 2016 ໄດ້ມີການຮ່ວມງານກັບໂຄງການຕາບີ ໂດຍຮັບຜິດຊອບໃນການເຮັດຖານຂໍ້ມູນກ່ຽວກັບເຄື່ອງປ່າຂອງດົງ ໃນລະຫວ່າງ 2016-2018 ແລະ ໄດ້ເລີ່ມຕົ້ນຮັບຜິດຊອບກ່ຽວກັບລະບົບຖານຄວາມຮູ້ກ່ຽວກັບຊີວະນາໆພັນກະສິກຳໃນເດືອນເມສາ 2019.
ໂທຣ: +856 20 99199726
ອີເມລ: keooudone1988@gmail.com

 

ດີ້

ແອນດີ່ ສຸວັນພັກດີ
ຜູ້ຊ່ວຍບໍລິການລະບົບ

ແອນດີ່ ສຸວັນພັກດີ ຈົບການສຶກສາລະດັບປະລິນຍາຕີ ການເງິນການບັນຊີ ມະຫາວິທະຍາໄລແຫ່ງຊາດ ສຳເລັດການສຶກສາ ບໍລິຫານທຸລະກິດ ວິທະຍາໄລລາວ-ອາເມລິກາ, ມີປະສົບການໃນການເປັນອາສາສະໝັກ ແລະ ຝຶກງານຈາກໂຄງການ ແລະ ອົງການຈັດຕັ້ງທາງສັງຄົມຕ່າງໆ ເຊັ່ນ ອົງການບ້ານຈຸດສຸມສາກົນ VFI, ອົງການອາຫານ ແລະ ການກະເສດສະຫະປະຊາຊາດ FAO
Tel: +856 20 98 709 163
Email: andysvpd@gmail.com or phakhalao18@gmail.com

 

ດວງແຂ

ດວງແຂ ແກ້ວນ້ອຍ
ຖານຂໍ້ມູນຊີວະນາໆພັນ

ດວງແຂເປັນນັກສຶກສາປະລິນຍາໂທ ສາຂາຊິວະວິທະຍາ. ເຊິ່ງມີຄວາມສົນໃຈໃນການສຶກສາຜັກກູດໃນ ສປປ ລາວ. ໄດ້ເລີ່ມປະຕິບັດວຽກງານກັບພວກເຮົາແຕ່ເດືອນຕຸລາ ປີ 2020 ເປັນຕົ້ນມາ ໂດຍມີການພັດທະນາ ແລະ ຮວບຮວມຂໍ້ມູນຂອງຊະນິດພືດເຂົ້າໃນຖານຄວາມຮູ້ທາງດ້ານຊິວະນາໆພັນ ຂອງພາເຂົ້າລາວ.

Tel: +856 20 91 737 053
E:mail: khaekeonoy2016@gmail.com

ວອນ

ບົວວອນ ທິບພາວັນ
ເລື່ອງເລົ່າ ແລະ ຂ່າວສານ

ບົວວອນ ຈົບການສຶກສາລະດັບປະລິນຍາຕິ, ຂາສາສີ່ສານມ່ວນຊົນ, ຈາກຄະນະອັກສອນສາດ ມະຫາວິທະຍາໄສແຫ່ງຊາດລາວ. ເປັນຜູ້ຊ່ວຍສ້າງເລື່ອງເລົ່າ ແລະ ເກັບກຳຂໍ້ມູນຂ່າວກ່ຽວກັບຊີວະນາໆພັນທີ່ເກີດຂຶ້ນໃນ ສປປ ລາວ.

Tel: +856 20 54 264 043
Email: bouvon7709@gmail.com

ການປະກອບສ່ວນ