ຂົ້ວປາແກ້ວ

Andy Souvanphakdy
ປາແກ້ວເປັນປາຂະໜາດນ້ອຍຄ້າຍຄືປາຊິວ ນິຍົມນຳມາປະກອບອາຫານເຊັ່ນແຈ່ວ ຫຼື ຈະຂົ້ວກໍແຊບ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະກອບ

  • ປາແກ້ວ
  • ນໍ້າຕານ
  • ສະອິວ
  • ຫົວຜັກທຽມ
  • ໃບຂີ້ຫູດ
  • ນໍ້າມັນ

ວິທີປຸງແຕ່ງ

  1. ນຳປາແກ້ວ ມາປະສົມກັບນໍ້າຕານ ແລະ ສະອິວ ແລ້ວຄົນໃຫ້ເຂົ້າກັນ
  2. ຊອຍຫົວຜັກທຽມເປັນຕ່ອນນ້ອຍໆ ບາງໆ ຫຼື ຕຳໃຫ້ມຸ່ນ
  3. ຄ້າງໝໍ້ໃຫ້ໄຟຮ້ອນແລ້ວເທນໍ້າມັນລົງໃສ່, ກຽວກະທຽມຈົນຫວ່າຈະມີກິ່ນຫອມ ຫຼື ກາຍເປັນສີເຫຼືອງ, ຫຼັງຈາກນັ້ນກໍເທປາແກ້ວທີ່ກຽມໄວ້ໃສ່ ພ້ອມກັບໃບຂີ້ຫູດ
  4. ໃຊ້ເວລາຂົ້ວຢູ່ປະມານ 3-5 ນາທີ ຫຼື ຈົນກວ່າປາຈະສຸກກາຍເປັນສີເຫຼືອງງາມ
  5. ຕັກໃສ່ຖ້ວຍປະໄວ້ໃຫ້ເຢັນ ກໍສາມາດຮັບປະທານໄດ້
phakhaolao.la

 

 

ແນະນຳ

ລະຫວ່າງທີ່ຂົ້ວປາແກ້ວຈະບໍ່ກອບ ຕ້ອງລໍຖ້າໃຫ້ເຢັນສາກ່ອນ

 

ການປະກອບສ່ວນ