ການປູກໝາກຖົ່ວ

Soulivanh BOUNTHAMMY
ວິທີ ແລະ ຂັ້ນຕອນການປູກໝາກຖົ່ວ ໃຫ້ໄດ້ຮັບຜົນດີ
ແນະນຳວິທີເຮັດ
http://www.skyscraperseeds.com/product/948/%E0%B8%96%E0%B8%B1%E0%B9%88%E0%B8%A7%E0%B8%9D%E0%B8%B1%E0%B8%81%E0%B8%A2%E0%B8%B2%E0%B8%A7-yard-long-bean-1-1-2-%E0%B9%80%E0%B8%A1%E0%B8%95%E0%B8%A3-2?pid=951
www.skyscraperseeds.com

ການປູກ
  -   ເອົາແກ່ນໝາກຖົ່ວປູກໃສ່ຂຸມ ຫຼື ໜານທີ່ໄດ້ກະກຽມໄວ້ເລິກປະມານ 3 ຊມ. 
ການບົວລະບັດຮັກສາ
  -  ຫົດນໍ້າໃຫ້ພຽງພໍ, ເມື່ອຈະເລີນເຕີບໂຕດີ ແລະ ຍາວຂຶ້ນຮາວ ຫຼື ຊັ້ງ (ຄ້າງ) ແລ້ວຈຶ່ງໃຫ້ນໍ້າໜ້ອຍລົງ.
  -  ຖ້າວ່າຜັກຂະຫຍາຍຕົວຊ້າຄວນຈີ້ມດິນອ້ອມຕົ້ນໃສ່ຝຸ່ນຄອກຕາມບໍລິເວນຕົ້ນ, ຫົດນໍ້າໃຫ້ຊົມ. 
ການເກັບກ່ຽວ:
ສໍາລັບໝາກຖົ່ວຍາວສາມາດເກັບໄດ້ທັງໝາກ ແລະ ຍອດ. 
ການເກັບ ແລະ ຮັກສາໄວ້ກິນຍາວນານ
  -  ເກັບເອົາໝາກຖົ່ວ, ລ້າງນໍ້າໃຫ້ສະອາດປະໃຫ້ນໍ້າສະເດັດຫຼັງຈາກນັ້ນເອົາໃສ່ຖົງຢາງອັດໃຫ້ແໜ້ນເອົາເຂົ້າໄວ້ຕູ້ແຊ່ ຫຼື ຕູ້ເຢັນ. 
  -  ຖົ່ວພູ, ຖົ່ວຍາວ, ຖົ່ວເບີ, ສາມາດນໍາໄປລວກ ຫຼື ຕົ້ມສຸກແລ້ວນໍາໄປດອງໃສ່ຖັງ, ໄຫ, ບັ້ງໄມ້ ຫຼື ຕາກແດດໃຫ້ແຫ້ງດີ ໃສ່ຖົງຢາງອັດໃຫ້ແຫນ້ນເກັບມ້ຽນໄວ້ທີ່ຮົ່ມ ແລະ ແຫ້ງດີ. 
ຄຸນຄ່າທາງໂພຊະນາການ
ເປັນແຫຼ່ງຂອງໂປຣຕີນທີ່ປະກອບດ້ວຍວິຕາມິນເອ, ຊີ ແລະ ແຮ່ທາດທີ່ສໍາຄັນຕ່າງໆ, ເປັນອາຫານປະກອບໄດ້ເປັນຢ່າງດີ, ໂດຍສະເພາະພຶດຕະກຸນຖົ່ວສາມາດກິນທົດແທນທາດຊີ້ນໄດ້.


ຂໍ້ມູນຈາກ: ປື້ມເນື້ອໃນຄູ່ມືເຝິກອົບຮົມການຜະລິດກະສິກໍາຂອງສະຖານການສຶກສາ

ການປະກອບສ່ວນ