ຫຼວງພະບາງຜະລິດພືດກະສິກໍາ ດຸ່ນດ່ຽງກັບການນໍາເຂົ້າ

ຫຼວງພະບາງຜະລິດພືດກະສິກໍາ ດຸ່ນດ່ຽງກັບການນໍາເຂົ້າ
ປະຊາຊົນ

 

     ໃນລະດູການຜະລິດປີນີ້ ແຂວງຫຼວງພະບາງ ປູກເຂົ້າໄດ້ໃນເນື້ອທີ່ 1.547,50 ຮຕ, ຜົນຜະລິດໄດ້ 7.449,55 ໂຕນ, ເທົ່າກັບ 75,07%, ແຕ່ບໍ່ບັນລຸຕາມແຜນ ຍ້ອນໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ 2 ເມືອງ ແລະ 10 ບ້ານໃນເນື້ອທີ່ 97,68 ເຮັກຕາ. ໃນໄລຍະກາງສະໄໝປູກເຂົ້າໄດ້ 43.188,44 ເຮັກຕາ ລື່ນແຜນການ 19,29%  ແລະ ໄດ້ຮັບຜົນຜະລິດ 114.378 ໂຕນ, ເທົ່າກັບ 94,66% ປະຕິບັດໄດ້ຕາມແຜນ.

     ການປູກພືດສະບຽງອາຫານປະເພດຕ່າງໆເຫັນວ່າມີການຂະຫຍາຍຕົວ ແລະ ເພີ່ມຂຶ້ນ, ໃນເນື້ອທີ່ 4.494,19 ເຮັກຕາ ແລະ ໃຫ້ຜົນຜະລິດ 31.150 ໂຕນ, ລື່ນແຜນການ 12,15%. ໄລຍະກາງສະໄໝປະຕິບັດໄດ້ 19.337 ເຮັກຕາ, ລື່ນແຜນ 3,7%, ຜົນຜະລິດໄດ້ 362.654 ໂຕນ, ເທົ່າກັບ 95,44% ຂອງແຜນການ.

     ທັງນີ້ ສະເພາະການລ້ຽງສັດ ແລະ ການປະມົງ ທົ່ວແຂວງມີ ຟາມລ້ຽງສັດປະເພດຕ່າງໆໄດ້ມີການຂະຫຍາຍຕົວ, ສັດລ້ຽງເພີ່ມຂຶ້ນຄື: ງົວ ເພີ່ມຂຶ້ນ 4.520 ໂຕ ເທົ່າກັບ 93,67% ຂອງແຜນປີ, ກາງສະໄໝ ເພີ່ມຂຶ້ນ 148.878 ໂຕ ເທົ່າກັບ 94,24% ປະຕິບັດໄດ້ຕາມແຜນ; ຄວາຍ ເພີ່ມຂຶ້ນ 983 ໂຕ ເທົ່າກັບ 97,75% ຂອງແຜນປີ, ກາງສະໄໝ 59.282 ໂຕ, ເທົ່າກັບ 90,97% ປະຕິບັດໄດ້ຕາມແຜນ; ໝູເພີ່ມຂຶ້ນ 11.509 ໂຕ, ເທົ່າກັບ 92,53% ຂອງແຜນປີ, ກາງສະໄໝ 316.315 ໂຕ, ເທົ່າກັບ 57,60% ປະຕິບັດໄດ້ຕາມແຜນ; ແບ້ ເພີ່ມຂຶ້ນ 5.251 ໂຕ ເທົ່າກັບ 93,25% ຂອງແຜນປີ, ກາງສະ ໄໝ 107.388 ໂຕ, ເທົ່າກັບ 91,40% ປະຕິບັດໄດ້ຕາມແຜນ.

     ສ່ວນການປູກພືດອຸດສາຫະກຳເປັນສິນຄ້າກໍເພີ່ມຂຶ້ນ ຊຶ່ງມີເນື້ອທີ່ 1.159 ເຮັກຕາ, ຜົນຜະລິດໄດ້ 2.933 ໂຕນ, ເທົ່າກັບ 87,74% ຂອງແຜນການ; ກາງສະໄໝ ປະຕິບັດໄດ້ 23.745 ເຮັກຕາ, ຜົນຜະລິດ 200.055 ໂຕນ; ຟາມລ້ຽງສັດເພີ່ມຂຶ້ນ 4 ຟາມ (ຟາມໝູພັນຊີ້ນ 2 ຟາມ, ຟາມລ້ຽງກຸ້ງ 2 ຟາມ). ປັດຈຸບັນມີຟາມລ້ຽງສັດ ແລະ ຟາມປາກະຊັງ ທັງໝົດ 204 ຟາມ, ກາງສະໄໝເພີ່ມຂຶ້ນ 93 ຟາມ.

     ສຳລັບການສົ່ງອອກສິນຄ້າກະສິກໍາ ແລະ ປ່າໄມ້ ປະເພດຕ່າງ ມີມູນຄ່າທັງໝົດ 182,5 ຕື້ກີບ, ເທົ່າກັບ 44,38% ຂອງແຜນການປີ; ມີຢາງພາລາ, ງົວ, ຄວາຍ ແລະ ອື່ນໆ; ປະເພດສະບຽງອາຫານສາມາດສະໜອງພາຍໃນໄດ້ຈໍານວນໜຶ່ງ ແລະ ສົ່ງອອກໄປຕ່າງແຂວງ.

 

ແຫຼ່ງຂໍ້ມູນ: ຕະວິນຍານ

ການປະກອບສ່ວນ