ລີງກັງ / Pig-tailed Macaque

ການນຳໃຊ້
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Macaca leonina (Blyth, 1863) / Cercopithecidae
ຊື່ພ້ອງ
Macaca blythii
Macaca indochinensis
Macaca insulana
Macaca adusta
Macaca coininus
Macaca andamanensis
ຊື່ອື່ນ
ໄທ: ລິງກັງເໜືອ ແລະ ລິງກັງ.
ຊື່ສາກົນ: Northern pig-tailed, Nördlicher Schweinsaffe, Northern pig-tailed macaque, Northern pigtail macaque ແລະ Pig-tailed Macaque.
ຝຣັ່ງ: Macaque à queue de cochon du Nord.
ສະຖານະພາບການອະນຸລັກ
Vulnerable
ພັນລະນາລັກສະນະສັນຖານ

ລີງ - Monkey: ຕະກູນ: Cercopithecidae
    ລີງຂອງໂລກສະໄໝເກົ່າທັງໝົດຈະຖືກຈັດໄວ້ໃນຕະກູນດຽວຄື Cercopithecidae ເຊິ່ງມີຄຸນລັກສະນະປະຈຳຕະກູນດັ່ງນີ້: ມີຂາຫຼັງ ຍາວກວ່າຂາໜ້າ, ຖ້າຫາກມີທາງກໍບໍ່ສາມາດຈະຈັບດຶງໄດ້, ແລະມີດັງ ແລະເພດານປາກແຄບ, ອີງຕາມລັກສະນະທາງດ້ານກາຍະວິພາກ ໄດ້ແບ່ງລີງອອກເປັນສອງຕະກູນຍ່ອຍທີ່ມີລັກສະນະແຕກຕ່າງທາງ ດ້ານການປັບຕົວເຂົ້າກັບແບບວິທີຂອງການກິນອາຫານ ໃນຕະກູນ ຍ່ອຍທີ່ມີຖົງຢູ່ຜົ້ງແກ້ມ Cercopithecinae ມີລີງຢູ່ທັງໝົດຈຳນວນ 5 ຊະນິດ, ພວກມັນມີຫາງຍາວແຕກຕ່າງກັນ, ມີຖົງຢູ່ຜົ້ງແກ້ມໃຫຍ່, ຄາງກະໄຕຍາວ, ມີແຂ້ວທີ່ແຂງແຮງ ແລະ ກະເພາະແບບງ່າຍດາຍ. ລີງກຸ່ມນີ້ເປັນລີງທີ່ກິນອາຫານໄດ້ໝົດທຸກຢ່າງ, ໃນທໍາມະຊາດຈະມີທັງຈຳພວກທີ່ອາໄສຕາມດິນ ແລະ ເທິງຕົ້ນໄມ້ໃນ ສສປ ລາວ ມີຄ່າງ 4 ຊະນິດ ຫຼື ເອີ້ນວ່າລີງໃບໄມ້, ຈະມີ 3 ຊະນິດຈາກສະກຸນ Semnopithecus ແລະ ອີກຊະນິດໜຶ່ງຢູ່ໃນສະກຸນ Pygathrix ເຊິ່ງທັງສອງສະກຸນຢູ່ໃນຕະກູນຍ່ອຍ Colobinae, ຄ່າງຈະມີລັກສະນະຫາງຍາວ, ບໍ່ມີຖົງໃນຜົ້ງແກ້ມ, ຄາງກະໄຕສັ້ນ, ແລ້ວບໍ່ແຂງແຮງເທົ່າກັບລີງ ແລະ ມີກະເພາະທີ່ຍ່ອຍພືດທີ່ແຂງແຮງ. ຄ່າງເປັນສັດທີ່ອາໄສເທິງຕົ້ນໄມ້ ແລະ ກິນໃບໄມ້, ປະຊາກອນຂອງຄ່າງດໍາຫຼຸດລົງຢ່າງໜ້າວິຕົກຍ້ອນຖືກລ່າ, ໃນທົ່ວໂລກມີຄ່າງທັງໝົດ 81 ຊະນິດ; ໃນ ສປປ ລາວ ມີ 9 ຊະນິດ.
    ລີງກັງ: Macaca leonina
     ຫົວ ແລະ ລໍາຕົວຍາວ: 45-58 ຊມ. ຫາງຍາວ: 14–23 ຊມ. ມັນຈະແຕກຕ່າງຈາກລີງອື່ນໆ ບ່ອນວ່າມັນມີຫາງສັ້ນ (ສັ້ນກວ່າເຄິ່ງ ໜຶ່ງ ຂອງສ່ວນຫົວ ລໍາຕົວ) ເຊິ່ງງໍຂຶ້ນ ແລະ ກົ່ງໄປເທິງຫຼັງ, ແຕ່ໃນເວລາພັກຜ່ອນ, ມັກຈະປ່ອຍຫາງລົງຕາມປົກະຕິ ມັນມີໄລຍະປ່ຽນສີສອງໄລຍະ ແຕ່ລີງທີ່ຢູ່ໃນ ສປປ ລາວ ຈະມີພຽງໄລຍະດຽວຄືຈະມີສີນໍ້າຕານອອກໝົ່ນຢູ່ພາກສ່ວນດ້ານຫຼັງ, ແຕ່ຍັງບໍ່ທັນຮູ້ວ່າໄລຍະມີສີແດງດ້ານຫຼັງຂອງໂຕມີຢູ່ໃນປະເທດເຮົາ ດ້ານທ້ອງຈະມີສີແຈ້ງກວ່າ ເລັກນ້ອຍ, ໂຕຜູ້ເຕັມໄວອາຍຸຈະມີກະໂຈມຫົວສີນໍ້າຕານເຂັ້ມຄ້າຍກັບ ໝວກແຄັບທີ່ມີຂົນແຍກອອກຈາກກັນລຽບທັງສອງຂ້າງເຊິ່ງເປັນ ຄຸນລັກສະນະທີ່ສຳຄັນທີ່ສຸດໃນ ການຈຳແນກຊະນິດດັ່ງກ່າວ.
      ອຸປະນິໄສ: ເປັນສັດຫາກິນກາງເວັນ, ປົກກະຕິຈະພົບເຫັນໃນເຮືອນຍອດ ຊັ້ນລຸ່ມ ຫຼື ຊັ້ນກາງແຕ່ຍັງພົບເຫັນເທິງໜ້າດິນອີກ, ຂະໜາດຂອງກຸ່ມ ຈະພົບເຫັນມີຈຳນວນໜ້ອຍກວ່າລີງອື່ນໆ ຍ້ອນວ່າຈໍານວນຂອງ ກຸ່ມສ່ວນໃຫຍ່ມັກຈະມີຈຳນວນລະຫວ່າງ 20 - 30 ໂຕ, ເຖິງວ່າມັນອາດ ລວມກັນ ເຖິງຫຼາຍຮ້ອຍໂຕກໍຕາມ, ອາຫານຂອງມັນສ່ວນໃຫຍ່ຈະແມ່ນຈໍາພວກໝາກໄມ້ ແລະ ແກ່ນໝາກໄມ້, ສັດນ້ອຍອື່ນໆ.
      ສຽງຮ້ອງ: ປົກກະຕິຈະຮ້ອງເປັນສຽງຫວີດຫ້າວຄ່ອຍໆ, ໄດ້ບັນທຶກໄວ້ມີ ສຽງທີ່ແຕກຕ່າງກັນທັງໝົດ 32 ສຽງ.
     ຖິ່ນອາໄສ: ປ່າດົງດິບແຫ້ງແລ້ງ, ປ່າປະສົມປ່ຽນໃບ ແລະ ບ່ອນທີ່ມີ ຢູ່ອາໄສດັ່ງກ່າວຂະຫຍາຍເຂົ້າປົນໃນປ່າໂຄກແຫ້ງແລ້ງຢູ່ຕາມແຄມນ້າ. ມັກອາໄສຢູ່ໃນເຂດທີ່ຕໍ່າ ແລະ ຕາມພູຕໍ່າ, ແຕ່ຍັງມັກພົບເຫັນ ຢູ່ຕາມພູໃກ້ບ້ານ, ຈະພົບເຫັນໃນທຸກພາກຂອງປະເທດ ແລະ ຈະມີປະ ຊາກອນຫາຍອາໄສຢູ່ ໃນຫຼາຍໆເຂດຂອງປະເທດ.

ບັນຍາຍການນຳໃຊ້

ລີງເປັນສັດຫວງຫ້າມ, ແຕ່ຍັງມີການລັກລອບລ່າເພື່ອຂາຍເປັນສີນຄ້າ.

ການປະກອບສ່ວນ