ລິງລົມນ້ອຍ / Pygmy Slow Loris

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Nycticebus pygmaeus Bonhote, 1907 / Lorisidae
ຊື່ພ້ອງ
ຊື່ອື່ນ
ໄທ: ລິງລົມແຄະ ຫຼື ນາງອາຍແຄະ
ຊື່ສາກົນ: pygmy slow loris ແລະ Lesser slow loris
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

ຫົວ ແລະ ລໍາຕົວຍາວ: 30-38 ຊມ. ຫາງຍາວ: 1-2 ຊມ, ມີຂະໜາດນ້ອຍກວ່າ, ນ້ຳໜັກເບົາກວ່າລີງລົມທໍາມະດາ, ຫົວ ແລະ ລໍາຕົວທີ່ເປັນຮູບຮ່າງກົມ ຈະອອກສີນໍ້າຕານແດງຫຼາຍ ກວ່າລີງລົມທຳມະດາ ໃນໄລຍະລະດູຝົນ, ແຕ່ໂດຍທົ່ວໄປສີຂ້ອນຂ້າງອອກຂາວໃນ ໄລຍະລະດູແລ້ງ. ທາງພາກສ່ວນພື້ນຂອງຮ່າງກາຍປົກກະຕິຈະມີທີ່ສີຈາງກວ່າທາງພາກສ່ວນເທິງ, ແຊກຫຼັງຈະບໍ່ສັງເກດເຫັນເນັ່ງຈົນສຸດ ລໍາຕົວ, ໃນລະດູຝົນ ແຊກຂາວດັ່ງກ່າວມັກຈະເຫັນແຕ່ໃນສ່ວນຂອງໃບໜ້າເທົ່ານັ້ນ, ສ່ວນໃນລະດູຝົນແຊກດັ່ງກ່າວຈະປະກົດເກືອບສຸດສັນຫຼັງເຊິ່ງ ເປັນລັກສະນະຂອງ ລີງລົມທາໍມະດາທີ່ມີລັກສະນະນີ້ຕະຫຼອດທັງປີ. ຕາຈະສະທ້ອນແສງສີແດງອ່ອນໆເມື່ອຕອບກັບແສງໄຟສາຍ. ໃຫ້ເຂົ້າໃຈວ່າການຈັດແບ່ງແມ່ນຍັງມີລັກສະນະສັບສົນຢູ່ຍ້ອນວ່າ ມັນຍັງ ມີລີງລົມນ້ອຍຫຼາຍຮູບແບບ ທີ່ພົບເຫັນໃນຂົງເຂດຂອງອາຊີ

ອຸປະນິໄສ:  ອອກຫາກິນໃນຍາມກາງຄືນອາໄສຢູ່ຕາມຕົ້ນໄມ້, ຫາກິນ ຕາມເຮືອນຍອດທີ່ຕຶບໜາ, ການກິນອາຫານຈະແຂວນງ່າໄມ້ຢ່ອນຫົວ ລົງໂດຍໃຊ້ມືທັງສອງເບື້ອງຈັບອາຫານກິນ.

ຖິ່ນອາໄສ: ຕາມປ່າດົງດິບ (ຂຽວຕະຫຼອດປີ) ໃນເຂດສາຍພູຫຼວງ ແລະ ເຂດອື່ນໆ, ອາດຈະມັກຢູ່ໃນເຂດຕໍ່າກວ່າລະດັບນ້ຳທະເລ >500 ແມັດ. ໃນ ສສປ ລາວ ຍັງມີຂໍ້ມູນກ່ຽວກັບລີງຈຳພວກນີ້ໜ້ອຍ.

ບັນຍາຍການນຳໃຊ້

ປະຊາຊົນທ້ອງຖີ່ນບາງເຂດຍັງລ່າເພື່ອເປັນອາຫານ ແລະ ຖືກລ່າເພື່ອນຳໄປປຸງເປັນສະໝູນໄພຈີນ, ເປັນສິນຄ້າແບບຜິດກົດໝາຍສົ່ງອອກຈີນ ແລະ ຫວຽດນາມ. ແຕ່ປະຈຸບັນ ລີງຊະນິດຫາຍາກ ແລະ ໃກ້ສູນພັນ ສະນັ້ນຄວນຢຸດຕິການລ່າ ເພາະຈະເຮັດໃຫ້ພວກມັນດັບສູນໄດ້.

ການປະກອບສ່ວນ