ລີງລົມ / Slow Loris

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Nycticebus coucang (Boddaert, 1785) /Lorisidae
ຊື່ພ້ອງ
Bradylemur tardigradus var. B. (Lesson, 1840)
Kra Buku (Raffles 1821)
Lemur tardigradus Raffles, 1821: (Not Linnaeus, 1758)
N. coucang brachycephalus Sody, 1949
N. c. buku Robinson, 1917
N. c. hilleri Stone and Rehn, 1902
N. c. insularis Robinson, 1917
N. c. natunae Stone and Rehn, 1902
N. Sumatrensis Ludeking, 1867: (nomen nudum)
N. tardigradus var malaiana Anderson, 1881
N. t. malayanus (Lydekker, 1904)
Tardigradus coucang Boddaert, 1785: (no locality)
ຊື່ອື່ນ
ຊື່ສາກົນ: Nycticebus coucang, Greater Slow Loris, Kongkang, kukang, Sunda slow loris ແລະ Southern loris.
ໄທ: ລີງລົມໃຕ້ ຫຼື ລີງລົມໃຕ້
ສະຖານະພາບການອະນຸລັກ
Endangered
ພັນລະນາລັກສະນະສັນຖານ

ລີງລົມ: ຕະກູນ Loriside
ລີງລົມມີການເຄື່ອນໄຫວໂດຍໃຊ້ຕີນທັງສີ່ ແລະ ບໍ່ເຕັ້ນ, ໂດຍທົ່ວໄປມັນຈະເຄື່ອນທີ່ຊ້າໆເພື່ອຫຼີກລ້ຽງການພົບເຫັນຂອງຜູ້ລ່າ ແລະ ໃນເວລາດຽວກັນກໍເພື່ອສາມາດເຂົ້າໄປຈັບເຫຍື່ອຂອງມັນແບບງຽບໆ, ລິງລົມມີຫາງສັນຫຼາຍ, ຫນ້ອຍ, ໂຕຍາວ, ຂາໜ້າ ແລະ ຂາຫຼັງຈະຍາວເທົ່າໆກັນ. ຊ່ວງຕໍ່ຂໍ້ຕີນຂໍ້ມືເຄື່ອນໄຫວໄດ້ດີກວ່າລິງພວກອື່ນໆ, ໂປ້ຕີນມີລັກສະນະກົງກັນຂ້າມກັບນິ້ວອື່ນໆ, ຍ້ອນລັກສະນະດັ່ງກ່າວມານີ້ຈຶ່ງເຮັດໃຫ້ລີງລົມມີການຈັບໄດ້ດີ, ມີເສັ້ນເລືອດພິເສດຢູ່ໃນມື ແລະ ຕີນເຮັດໃຫ້ກ້າມມືສາມາດແຂວນໄດ້ຢ່າງໜຽວແໜ້ນເທິງງ່າໄມ້ໄດ້ຫຼາຍຊົ່ວໂມງ ຄ້າຍກັບວ່າມັນບໍ່ມີຄວາມອິດເມື່ອຍ ຫຼື ເຈັບປວດໃດໆ. ໃນທົ່ວໂລກມີ 6 ຊະນິດ, ໃນ ສປປ ລາວ ມີ 2 ຊະນິດ.
 

ຫົວ ແລະ ລາວຍາວ: 26-38 ຊມ. ຫາງຍາວ: 1-2 ຊມ. ເປັນສັດນ້ອຍມີຫົວ ແລະ ລຳຕົວມົນ, ສີຕົວມີຫຼາຍສີແຕກຕ່າງກັນນັບແຕ່ສີໝົ່ນ ຫຼື ສີນໍ້າຕານອ່ອນ, ມີຄວາມຄ້າຍຄືກັບລີງລົມຊະນິດ Pygmy Loris, ມີບາງລະດູການຂົນດ້ານຫຼັງເປັນສີແດງເຂັ້ມກວ່າບໍລິເວນດ້ານທ້ອງຂອງຮ່າງກາຍ, ດ້ານຫຼັງມີລາຍແຊກສີດໍາ ແລະ ມີວົງສີດ ຮອບຕາ, ລາຍດັ່ງກ່າວອາດເຊື່ອມຕໍ່ຫຼືບໍ່ເຊື່ອມຕໍ່ກັບລາຍກາງຫຼັງ ເຊິ່ງລັກສະນະດັ່ງກ່າວນີ້ບໍ່ສັງເກດເຫັນໃນພວກ Pygmy Loris. ຫົວເປັນ ຂາວປົນສີນໍ້າຕານ ຫລື ສີຂາວສົດ, ຕາມີແສງສະທ້ອນເປັນສີແດງ ຕອບຕໍ່ແສງໄຟສາຍ
 

ອຸປະນິໄສ: ເປັນພວກຫາກິນຕາມແຄມປ່າໃນຕອນກາງຄືນ, ຫາກິນຢູ່ ຕາມທຸກໆຊັ້ນຂອງປ່າໄມ້, ມີບາງຄັ້ງຄາວລົງສູ່ພື້ນດິນ, ພວກມັນອາດ ແຂວນ ຕາມງ່າໄມ້ເອົາຫົວລົງລຸ່ມ ແລະ ຈັບກິນອາຫານດ້ວຍ 2 ມື້.
 

ຖິ່ນອາໄສ: ພົບທົ່ວໄປຕາມປ່າທຸກປະເພດ ລວມທັງປ່າໄມ້ປ່ອງ ແລະ ປ່າເຂດພູຫີນປູນ, ພວກມັນຊອກຫາກິນແມງໄມ້ຕາມເຂດແຄມປ່າທີ່ມີ ຄວາມສູງທີ່ຕ່ຳກວ່າ 500 ມ, ມີຂໍ້ມູນບົດບັນທຶກຈາກປ່າສະຫງວນ ໃນທົ່ວປະເທດ ແລະ ນອກປ່າສະຫງວນຕາມເຂດຕ່າງໆທີ່ສາມາດພົບໄດ້ທົ່ວໄປ.

ບັນຍາຍການນຳໃຊ້

ອາໄວຍະວະຕ່າງໆ ໃຊ້ຮັກສາພະຍາດກະເພາະອາຫານ, ພະຍາດຫອບຫືດ, ພະຍາດລົມຊັກ, ໄຂຂໍ້ອັກເສບ ແລະ ອື່ນໆ.

ລີງລົມມັກຈະຖືກລ່າໄປເປັນສັດລ້ຽງ ຫຼື ນຳໄປລ້ຽງຢູ່ສວນສັດ, ລີງລົມເປັນສັດລ້ຽງທີ່ນິຍົມຫຼາຍໃນປະເທດຈີນ, ຢີປຸ່ນ ແລະ ປະເທດແທບຢູໂຣບ. ລີງລົມມີລາຄາຫຼາຍຮ້ອຍໂດລາ ເຮັດໃຫ້ເກີດມີການລັກລອບຄ້າຂາຍລີງລົມແບບຜິດກົດໝາຍໃນຫຼາຍປະເທດ, ເຊິ່ງເປັນເຫດເຮັດໃຫ້ຈຳນວນປະຊາກອນຂອງລີງລົມຫຼຸດໜ້ອຍຖອຍລົງ.

ການປະກອບສ່ວນ