ຕົ້ນທອງແມວ / Asiatic beechberry

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Gmelina elliptica Sm. / Labiatae
ຊື່ພ້ອງ
Gmelina asiatica var. villosa (Roxb.) Bakh.
Gmelina villosa Roxb.
ຊື່ອື່ນ
ໄທ: ຊ້ອງແມວໃຫຍ່, ຊ້ອງແມວນ້ຳ, ຊໍ້ແມວ, ຊອງແມວ, ຊ້ອງແມວ, ຊ້ອງແມວຄວາຍ, ຈິງຈ່າຍ, ຈີ້ງຈ່າຍ, ຍອງຂະໜຸນ, ໜຸນ, ຈິ້ງຈໍ້, ຍວງຂະໜຸນ ແລະ ປະງາງໍ້.
ອັງກິດ: Asiatic beechberry, badhara bush, common bulang, oval-leafed gmelina ແລະ parrot's beak.
ຫວຽດນາມ: Tu hú lá bầu dục ແລະ Lõi thọ leo.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 5.5-9 ມ, ກິ່ງກ້ານມີລັກສະນະຄ້າຍເຄືອສາມາດເລືອໄປພາດພີງກັບຕົ້ນໄມ້ອື່ນໄດ້, ມີໜາມແຂງກະຈາຍຢູ່ທົ່ວກິ່ງກ້ານ. ໃບດ່ຽວ, ອອກຮຽງກົງກັນຂ້າມສະຫຼັບຕັ້ງສາກກັນ, ຮູບໄຂ່ ຫຼື ຮູບຮີ, ກວ້າງ 3-5 ຊມ, ຍາວ 3-10 ຊມ, ໂຄນໃບແຫຼມ ຫຼື ຕັດ, ຂອບລຽບ, ປາຍແຫຼມ ຫຼື ມີຕິ່ງໜາມ. ຊໍ່ດອກແບບແຕກແໜ່ງຂະໜາດນ້ອຍ. ດອກຍ່ອຍຮູບລຳໂພງ, ສີເຫຼືອງ. ກີບດອກເຊື່ອມຕິດກັນເປັນຮູບຊົງກະບອກ, ປາຍແຍກເປັນ 4 ແສກສັ້ນ, ຮູບໄຂ່, ຂະໜາດບໍ່ເທົ່າກັນ, ກີບນ້ອຍມີ 3 ກີບ, ກີບໃຫຍ່ 1 ກີບ. ເກສອນເພດຜູ້ມີ 4 ອັນ, ແບ່ງເປັນ 2 ຄູ່, ຍາວບໍ່ເທົ່າກັນ. ເຕົ້າໄຂ່ຈັບເທິງ. ໝາກມີເນື້ອ, ຮູບຮີ ຫຼື ຮູບໄຂ່ປີ້ນ, ໝາກອ່ອນສີຂຽວ, ໝາກແກ່ຈະປ່ຽນເປັນສີເຫຼືອງ, ເນື້ອອົມນ້ຳ, ກາບດອກຕິດທົນ. ແກ່ນມີ 1 ແກ່ນ, ຮູບຂອບຂະໜານ ຫຼື ຮູບໄຂ່ປີ້ນ, ຜິວກ້ຽງ.

  ພົບທົ່ວໄປ: ຕາມປ່າໂຄກ ແລະ ປ່າຝັ່ງນ້ຳ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ມີລົດເຢັນແກ້ອາການເປັນກະໄສ, ແກ້ອາການຮ້ອນໃນ, ໃຊ້ເປັນຢາຮັກສາຕາ, ໃຊ້ເປັນຢາແກ້ພິດຝີພາຍໃນ, ໃຊ້ເປັນຢາດັບພິດທຸກຊະນິດ, ປະສົມກັບຮາກຕົ້ນຕິດຕໍ່ ແລະ ຮາກກະຈຽບຕົ້ມດື່ມແກ້ປວດເມື່ອຍ, ບຳລຸງເລືອດ ແລະ ຂັບນ້ຳຄາວປາຫຼັງເກີດ.
  • ໃບ: ນຳມາຕຳໃຫ້ລະອຽດແລ້ວນຳມາພອກຫົວແກ້ອາການເຈັບຫົວ, ນຳມາຕົ້ມເອົານ້ຳອົມ ຫຼື ໃຊ້ບ້ວນປາກແກ້ອາການເຈັບແຂ້ວ, ແກ້ເຫງືອກບວມ, ໃຊ້ຮັບປະທານເປັນຢາຖ່າຍພະຍາດພິດ ແລະ ແກ້ອາການບວມ.
  • ໃບ ແລະ ຮາກ: ນຳມາຕຳໃຫ້ລະອຽດແລ້ວຄັ້ນເອົານ້ຳແລ້ວນຳມາຢອດຫູແກ້ອາການອັກເສບ, ເຈັບຫູ ແລະ ໃຊ້ຢອດໃສ່ແຜ່ຊ່ວຍຮັກສາແຜ.
  • ດອກ: ນຳມາຄັ້ນນ້ຳຢອດແກ້ຕາຟາງ ແລະ ຕາເປັນຕໍ້ແກ້ວຕາ.

ຄຸນປະໂຫຍດ: 

  • ໃບ: ນຳມາຕຳພອກຫົວແກ້ຜົມລົ່ນ. 
ການປະກອບສ່ວນ