ເຫັດໄຂ່ຫ່ານ / Head Man Slender Caesa

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Amanita princeps Corner & Bas / Amanitaceae
ຊື່ພ້ອງ
ຊື່ອື່ນ
ເຫັດລະໂງກໄຂ່ຂາວ
Thai: Het Ra-Ngok Khao, Het Khai Harn Khao
ບັນຍາຍລັກສະນະພືດສາດ

ລັກສະນະທົ່ວໄປ ດອກຕຸມມີປອກຫຸ້ມ, ເມື່ອເຕິບໂຕຂຶ້ນຈະດັນປອກຫຸ້ມດ້ານເທິງແຕກອອກເຫັນໝວກເຫັດສີຂາວຄີມ. ປອກຫຸ້ມດອກເປັນຮູບຖ້ວຍຕິດກັບໂຄນກ້ານ, ເມື່ອດອກບານເປັນຮູບຖ້ວຍຄ້ວມ ຫຼື ຮູບຈານ, ຜິວລຽບ, ຂອບໝວກມີຮອຍຂິດເຫັນຊັດເຈັນ, ເສັ້ນຜ່າສູນກາງ 8-22 ຊັງຕິແມັດ, ກີບດອກຂ້ອນຂ້າງຖິ່, ສີຂາວຄີມ, ບໍ່ຕິດກ້ານ, ປອກຫຸ້ມສີຂາວ, ກ້ານຮູບຊົງກະບອກ, ເນື້ອບໍ່ແໜ້ນ, ສີຂາວ, ຜິວລຽບ, ຍາວ 12-25 ຊັງຕິແມັດ, ເສັ້ນຜ່າສູນກາງ 0,9-2,2 ຊັງຕິແມັດ. ລັກສະນະຂອງສະປໍ ຮູບເກືອບກົມ, ຜິວລຽບ, ໃສ, ຂະໜາດ 9-11 x 8-10 ໄມໂຄຣແມັດ.

ຈັນທາ ສີບຸນເຮືອງ
ເຫັດໄຂ່ຫານເກີດຕາມປ່າໂຄກ

ເປັນເຫັດທີ່ເກີດຕາມປ່າໂຄກ, ເກິດດອກດ່ຽວ, ເປັນເຫັດທີ່ສັງຊິບກັບຮາກຕົ້ນໄມ້ ໂດຍສະເພາະແມ່ນພືດຕະກຸນໄມ້ຍາງ.

ບັນຍາຍການນຳໃຊ້

ເປັນເຫັດທີ່ກີນໄດ້, ພົບຕາມລະດູການ ໂດຍແມ່ນເລີ່ມເກີດແຕ່ເດືອນ ພືດສະພາ ເຖິງເດືອນພະຈຶກ. ສາມາດເກັບມາປຸງແຕ່ງເປັນອາຫານໄດ້ຫຼາຍປະເພດເຊັ່ນ: ຂົ້ວ, ແກງ, ປີ້ງ, ແຈ່ວ ຫຼື ປະສົມກັບອາຫານປະເພດອື່ນ.

ການປະກອບສ່ວນ