ໜາມກະຈາຍ / Teri pod

ການນຳໃຊ້
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Moullava digyna (Rottler) Gagnon & G.P.Lewis / FABACEAE
ຊື່ພ້ອງ
Caesalpinia digyna Rottler
Caesalpinia flavicans Graham
Caesalpinia gracilis Miq.
Caesalpinia oleosperma Roxb.
Guilandina oleosperma Roxb. ex Wight & Arn.
ຊື່ອື່ນ
ໄທ: ກຳຈາຍ, ຂີ້ແຮດ, ໜາມແດງ, ໜາມຫັນ, ກະຈາຍ, ຂີ້ຄາກ, ໝາກໜາມຈາຍ, ສະເບັນ, ງາຍ, ຈິງຈ່າຍ, ຮາຍປູນ ແລະ ຮາຍ.
ອັງກິດ: Teri pod.
ຈີນ: 肉荚云实.
ຫວຽດນາມ: Móc mèo xanh ແລະ Vang xanh.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມຂະໜາດກາງ ຫຼື ໄມ້ເລືອ. ລຳຕົ້ນ ແລະ ກິ່ງກ້ານມີໜາມແຫຼມ, ເນື້ອໄມ້ແຂງ. ໃບປະສົມຂັ້ນສອງແບບຂົນນົກປາຍຄູ່, ອອກຮຽງສະຫຼັບ. ໃບປະສົມຍ່ອຍມີ 8-12 ຄູ, ອອກຮຽງກົງກັນຂ້າມກັນ, ຮູບຂອບຂະໜານ. ໃບຍ່ອຍຮູບຂອບຂະໜານ, ອອກຮຽງກົງກັນຂ້າມກັນ, ກວ້າງ 3-4 ມມ, ຍາວ 8-12 ມມ, ໂຄນໃບບ້ຽວ, ຂອບລຽບ, ປາຍມົນ ຫຼື ວ້ຳ, ແຜ່ນໃບກ້ຽງທັງສອງດ້ານ, ກ້ານໃບຍ່ອຍສັ້ນຫຼາຍ. ຊໍ່ດອກແບບແຕກແໜ່ງຫ້ອຍລົງ, ອອກບໍລິເວນງ່າມໃບ ຫຼື ປາຍກິ່ງ. ດອກຍ່ອຍຈຳນວນຫຼາຍ, ມີຂະໜາດນ້ອຍ, ສີເຫຼືອງ. ກາບດອກມີ 5 ກາບ, ປາຍມົນ, ສີຂຽວ. ກີບດອກມີ 5 ກີບ, ຮູບໄຂ່ ຫຼື ຮູບກົມ, ປາຍມົນ, ສີເຫຼືອງ. ໝາກເປັນຝັກ, ຮູບຂອບຂະໜານສັ້ນ, ຍາວປະມານ 3 ຊມ, ມີລັກສະນະນູນຂຶ້ນເປັນຂໍ້ຕາມແກ່ນ. ແກ່ນມີ 1-2 ແກ່ນ, ຂ້ອນຂ້າງກົມ, ເນື້ອແຂງ.

ບັນຍາຍການນຳໃຊ້

ສັບພະຄຸນ:
    ຮາກ: ປຸງເປັນຢາແກ້ໄຂ້, ຕົ້ມດື່ມເປັນຢາແກ້ໄຂ້ຕົວຮ້ອນ, ປຸງເປັນຢາຂັບປະຈຳເດືອນຂອງແມ່ຍິງ, ນຳມາຕົ້ມປະສົມກັບຮາກໝາກຂາມປ້ອມແກ້ກາມມະໂຣກ, ໃຊ້ຖອນພິດທີ່ຖືສັດກັດ, ຊ່ວຍດັບພິດງູ, ຂັບພິດຝີທຸກ ຊະນິດ ແລະ ຊ່ວຍດັບພິດຝີ, ຕຳພອກເປັນຢາຮັກສາແຜສົດ, ແຜຊຳເຮື້ອ ແລະ ແຜເປື່ອຍໄດ້ດີ.
    ໝາກ: ນຳມາຕຳຄັ້ນເອົານ້ຳລ້າງບາດແຜ, ຊ່ວຍຫ້າມເລືອດ, ຮັກສາແຜ, ເຮັດໃຫ້ແຜຫາຍໄວຂຶ້ນ, ບໍ່ມີຮອຍແພເປັນ ແລະ ປຸງເປັນຢາແກ້ຖອກທ້ອງ.
    ທັງຕົ້ນ: ຕົ້ມໃຫ້ສັດລ້ຽງກິນເປັນຢາແກ້ພິດງູ.
ພືດປະດັບ:
    ດອກ: ມີຄວາມສວຍງາມຈຶງຖືກນຳໄປປູກເປັນໄມ້ປະດັບ.
ຄຸນປະໂຫຍດ:
    ໝາກ: ໃຫ້ລົດຊາດຝາດໃຊ້ໃນການຍ້ອມຜ້າ ແລະ ແຫ.

ການປະກອບສ່ວນ