ຕົ້ນຕີນຈຳ / shoebutton ardisia

ການນຳໃຊ້
ອາຫານ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Ardisia elliptica Thunb. / Primulaceae
ຊື່ພ້ອງ
Ardisia kotoensis Hayata
Ardisia littoralis Andrews
Ardisia sorsogonensis Elmer ex Merr.
Ardisia squamulosa C.Presl
Ardisia umbellata Roxb.
Bladhia elliptica (Thunb.) Nakai
Bladhia kotoensis (Hayata) Nakai
Bladhia squamulosa (C.Presl) Nakai
Climacandra littoralis (Andrews) Kurz
Icacorea humilis Britton
Icacorea solanacea Britton
Icacorea zeylanica Lam. ex Schult.
Tinus squamulosa (C.Presl) Kuntze
ຊື່ອື່ນ
ຊື່ໄທ: ພິລັງກາສາ, ຜັກຈຳ, ຜັກຈ້ຳແດງ, ລັງພິສາ, ທຸລັງກາສາ, ຣາມ, ປືນາ, ຈິງຈ້ຳ, ຈ້ຳກ້ອງ, ມະຈ້ຳໃຫຍ່, ຕາປາຣາມ, ຕາເປັດ, ທຸກັງສາ, ມາຕະອາແຍ.
duck's eye and coralberry
ບັນຍາຍລັກສະນະພືດສາດ

ເປັນໄມ້ຢືນຕົ້ນ, ສູງ 2-3 ມ, ເປັນໄມ້ເນື້ອແຂງ, ມີຂໍ້, ພາກສ່ວນອ່ອນເປັນສີຂຽວ, ພາກສ່ວນແກ່ເປັນສີເທົາ ຫຼື ສີນ້ຳຕານ, ຜິວກ້ຽງ. ໃບດ່ຽວ ອອກຮຽງກົງກັນຂ້າມສອງແຜ່ນພຽງຕັ້ງສາກສະຫຼັບກັນ, ຮູບໄຂ່, ກ້ວາງ 3-5 ຊມ, ຍາວ 6-13 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວໃບດ້ານລຸ່ມເປັນສີຂຽວອ່ອນ, ຍົກເວັ້ນຍອດອ່ອນຈະເປັນສີແດງ. ຊໍ່ດອກແບບກະຈ່າງ ຫຼື ດິ້ວຄັນຮົ່ມ, ອອກຕາມງ່າມໃບ ຫຼື ປາຍຍອດ. ດອກຍ່ອຍມີຈຳນວນຫຼາຍ. ກີບດອກມີ 5 ກີບຮູບ 3 ຫຼ່ຽມ, ຂອບລຽບ, ປາຍແຫຼມ, ສີຂຽວອົມຂຽວ. ກີບດອກມີ 5 ກີບ, ຮູບດາວ, ສີຂາວອົມສົມພູ. ເກສອນເພດຜູ້ມີ 5 ອັນຈັບຢູ່ໂຄນກີບດອກ, ກ້ານຊູຖົງລະອອງຍາວປະມານ 3 ມມ, ຖົງລະອອງສີເຫຼືອງ. ເຕົ້າໄຂ່ຈັບເທິງ, ຮູບກົມ, ຄໍເຕົ້າໄຂ່ຍາວປະມານ 4-5 ມມ, ປາຍຮວງຮັບຮູບກົມແຫຼມ. ໝາກດ່ຽວ, ຮູບກົມ, ມີເສັ້ນຜ່າສູນກາງປະມານ 0.5 ຊມ, ໝາກອ່ອນສີຂຽວ, ໝາກແກ່ສີແດງ ຫຼື ສີດຳມ່ວງ. 

ບັນຍາຍການນຳໃຊ້

ເປັນອາຫານ: ນຳຍອດອ່ອນມາກິນສົດ, ເປັນເຄື່ອງຄຽງ.

ສັບພະຄຸນທາງດ້ານການຢາ: ຮາກ: ໃຊ້ເປັນຢາແກ້ກາມມະໂຣກ, ໜອງໃນ, ໃຊ້ພອກປິດແຜ ຫຼື ກິນແກ້ພິດງູ. ຕົ້ນ: ໃຊ້ເປັນຢາຂ້າພະຍາດຜິວໜັງ ແລະ ຮັກສາພະຍາດເຮື້ອນ. ໃບ: ແກ້ອາການໄອ, ແກ້ລົມ, ແກ້ອາການປອດອັກເສບ, ແກ້ອາການຖອກທ້ອງ ແລະ ເປັນຢາຮັກສາພະຕັບອັກເສບ. ດອກ: ໃຊ້ເປັນຢາແກ້ພະຍາດຜິວໜັງ ແລະ ເປັນຢາຂ້າເຊື້ອພະຍາດ. ໝາກ: ຊ່ວຍແກ້ທາດພິການ, ແກ້ໄຂ້, ແກ້ອາການຖອກທ້ອງ, ຊ່ວຍແກ້ການຕົກຂາວຂອງຜູ້ຍິງ, ຊ່ວຍແກ້ລົມພິດ ແລະ ຊ່ວຍຮັກສາພະຍາດເຮື້ອນ.

ການປະກອບສ່ວນ