ຕົ້ນຊະຄໍ້າ / Garuga
APA 6th ed. ຕົ້ນຊະຄໍ້າ / Garuga. (2019, October 7). Retrieved from https://www.phakhaolao.la/kb/0000687
MLA 8th ed. ຕົ້ນຊະຄໍ້າ / Garuga. Pha Khao Lao, 7 October 2019, https://www.phakhaolao.la/kb/0000687.
Chicago 17th ed. Pha Khao Lao. 2019. "ຕົ້ນຊະຄໍ້າ / Garuga." Published October 7, 2019. https://www.phakhaolao.la/kb/0000687.
Garuga pinnata var. obtusa Engl.
Garuga pinnata var. sikkimensis Engl.
Guaiacum abilo Blanco
Thai: ຕະຄໍ້າ.
Eng: Garuga
ຕົ້ນຊະຄໍ້າຈັດເປັນພັນໄມ້ຢືນຕົ້ນຂະໜາດກາງ, ລໍາຕົ້ນຕັ້ງຊື່, ມີຄວາມສູງ 10-20 ມ, ຕາມກິ່ງອ່ອນ ແລະ ກ້ານຊໍ່ດອກຈະມີຂົນສີເທົາຂຶ້ນປົກຄຸ່ມ ແລະ ມີຮອຍແຜໃບປາກົດຢູ່ຕາມກິ່ງ, ເປືອກຕົ້ນເປັນສີເທົາ ຫຼື ສີນໍ້າຕານປົນເທົາ, ສ່ວນເປືອກດ້ານໃນເປັນສີບົວອ່ອນໆ ແລະ ມີແກນສີນໍ້າຕານແດງ. ໃບເປັນໃບປະສົມແແບບຂົນນົກປາຍຄີ່ອອກລຽງສະລັບເປັນກະຈຸກບໍລິເວນປາຍກິ່ງ, ກ້ານຊໍ່ໜຶ່ງຈະມີໃບຍ່ອຍປະມານ 7-13 ໃບອອກລຽງກົງກັນຂ້າມກັນ, ໃບມີລັກສະນະເປັນຮູບມົນຮີ ຫຼື ກົມຮີແກມຂອບຂະໜານ, ປາຍໃບສອບ ຫຼື ແຂ້ວເປັນຕິ່ງແຫຼມ, ໃບກວ້າງ 2-4 ຊມ ແລະ ຍາວ 3-10 ຊມ, ແຜ່ນໃບເປັນສີຂຽວ ໃບອ່ອນມີຂົນຂຶ້ນປົກຄຸມ, ສ່ວນໃບແກ່ຈະກ້ຽງ ຫຼື ເກືອບກ້ຽງ. ອອກດອກເປັນຊໍ່ໃຫຍ່ບໍລິເວນປາຍກິ່ງ ຫຼື ສ່ວນຍອດຂອງຕົ້ນ, ຊໍ່ດອກຍາວປະມານ 6 ນິ້ວ, ດອກມີຈໍານວນຫຼາຍເປັນດອກສົມບູນ, ລັກສະນະຂອງດອກເປັນຮູບຣະຄັງ, ກີບຮອງກີບດອກເຊື່ອມຕິດກັນເປັນຮູບຖ້ວຍ, ປາຍແຍກເປັນ 5 ແຊກ, ຖານຮອງກີບດອກເປັນຮູບສາມຫຼ່ຽມ, ສ່ວນກີບດອກເປັນສີຄີມ, ສີເຫຼືອງ, ສີເຫຼືອງອ່ອນ ຫຼື ສີບົວ ມີ 5 ກີບ ອອກລຽງສະລັບກັບກາບດອກ, ດອກມີກິ່ນຫອມອ່ອນໆ. ໝາກເປັນໝາກສົດ, ລັກສະນະຂອງໝາກເປັນເປັນຮູບກົມ, ອວບນໍ້າ, ຢູ່ພາຍໃນໝາກມີແກ່ນສີຂຽວອົມເຫຼືອງ, ເມື່ອແກ່ຈະປ່ຽນເປັນສີດໍາ.
ປະໂຫຍດ:
- ໝາກສຸກໃຊ້ຮັບປະທານໄດ້.
- ໃບໃຊ້ມັດເສົາຫຼັກຂອງເຮືອນເພື່ອຄວາມເປັນສິລິມົງຄຸນໃນການຊ່ວຍຄໍ້າຊູ.
- ໝາກໃຊ້ຍ້ອມຕອກໃຫ້ເປັນສີດໍາ.
- ເນື້ອໄມ້ສາມາດນໍາໄປສ້າງເຮືອນ, ເຮັດເຄື່ອງຕົກແຕ່ງເຮືອນ, ເຄື່ອງເຮືອນ ແລະ ອື່ນໆ.
ສັບພະຄຸນ:
- ໝາກຊະຄໍ້າມີສັບພະຄຸນເປັນຢາບໍາລຸງທາດຫຼື ບໍາລຸງກະເພາະອາຫານ.
- ຕົ້ນສົດນໍາມາຄັ້ນເອົານໍ້າໃຊ້ຢອດຕາ ແກ້ຕາມົວເນື່ອງຈາກເຍື່ອຕາອັກເສບ.
- ເປືອກຕົ້ນນໍາມາຝົນກັບນໍ້າຮ່ວມກັບເປືອກຕົ້ນໝາກອກ ແລະ ຄໍ້ສົ້ມ ໃຊ້ດື່ມເປັນຢາແກ້ອາການເຈັບທ້ອງ.
- ເປືອກຕົ້ນໃຊ້ເປັນຢາພາຍນອກເປັນຢາທາຫ້າມເລືອດ.