ຜັກສະລັດ / Lettuce

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Lactuca sativa L / Asteraceae
ຊື່ພ້ອງ
Lactuca capitata (L.) DC.
Lactuca crispa (L.) Roth
Lactuca dregeana DC.
Lactuca laciniata Roth
Lactuca palmata Willd.
Lactuca sativa subsp. asparagina (L.H.Bailey) Janch.
Lactuca sativa subsp. capitata (L.) Schübl. & G.Martens
Lactuca sativa subsp. crispa (L.) Schübl. & G.Martens
Lactuca sativa subsp. longifolia (Lam.) Alef.
Lactuca sativa subsp. minii Hadidi
Lactuca sativa subsp. romana Schübl. & G.Martens
Lactuca sativa var. sativa
Lactuca sativa subsp. sativa
Lactuca sativa subsp. secalina Alef.
Lactuca scariola var. sativa (L.) Boiss.
Lactuca scariola var. sativa Moris
ຊື່ອື່ນ
Thai: ສະລັດ, ຜັກກາດຫອມ
Eng: Lettuce
ບັນຍາຍລັກສະນະພືດສາດ

ຜັກສະລັດ ລັກສະນະຂອງຕົ້ນໃນໄລຍະທໍາອິດມັກຈະເບິ່ງບໍ່ເຫັນເພາະໃບປົກຄຸມໄວ້, ແຕ່ຈະເຫັນໃນໄລຍະອອກດອກ, ລໍາຕົ້ນມີລັກສະນະເປັນຂໍ້ສັ້ນ ໂດຍແຕ່ລະຂໍ້ຈະເປັນບ່ອນເກີດຂອງໃບ, ລັກສະນະຂອງຕົ້ນຂ້ອນຂ້າງຕຸ້ຍ ແລະ ຕັ້ງຊື່. ຮາກເປັນລະບົບຮາກແກ້ວທີ່ແຂງແຮງ ແລະ ອວບ. ໃບມີສີຂຽວອ່ອນ, ສີຂຽວປົນເຫຼືອງ, ໄປຈົນເຖິງສີຂຽວແກ່, ແຕ່ບາງສາຍພັນຈະມີສີແດງ ຫຼື ສີນໍ້າຕານປົນຢູ່ເຮັດໃຫ້ມີສີແດງ, ສີເທົາ ຫຼື ສີນໍ້າຕານປົນຂຽວ, ໃບຈະແຕກອອກຈາກລໍາຕົ້ນໂດຍຮອບ, ໂດຍພັນທີຫໍ່ເປັນຫົວຈະມີໃບໜາ ແລະ ມີເນື້ອໃບອ່ອນນຸ່ມ, ບາງຊະນິດຈະເປັນໃບມ້ວນງໍ ເຫັນເສັ້ນໃບໄດ້ຊັດເຈນ. ອອກດອກເປັນຊໍ່ລວມ ປະກອບໄປດ້ວຍກຸ່ມຂອງດອກທີ່ຢູ່ກັນເປັນກະຈຸກຢູ່ຢອດ ໃນແຕ່ລະກະຈຸກປະກອບໄປດ້ວຍດອກຍ່ອຍປະມານ 15-25ດອກ ຫຼື ຫຼາຍກວ່ານັ້ນ, ດອກທໍາອິດຈະເກີດຢູ່ບໍລິເວນຍອດອ່ອນຫຼັງຈາກນັ້ນຈະເກີດຢູ່ບໍລິເວນງ່າມໃບ, ດອກເປັນດອກສົມບູນເພດ ກີບດອກມີສີເຫຼືອງ. ແກ່ນຜັກສະລັດເປັນແກ່ນຜັກຊະນິດດຽວທີ່ຈະເລີນມາຈາກຮັງໄຂ່ອັນດຽວ, ແກ່ນມີລັກສະນະແປຍາວ ຫົວທ້າຍແຫຼມຄືຮູບຫອກ ແລະ ມີເສັ້ນນ້ອຍໆລາດຍາວໄປຕາມຄວາມຍາວຂອງແກ່ນ.

ບັນຍາຍການນຳໃຊ້

ປະໂຫຍດ:
   -  ຜັກສະລັດເປັນຜັກທີ່ມີແຄລໍຣີຕໍ່າ ຈື່ງເໝາະຫຼາຍສໍາລັບຜູ້ທີ່ຕ້ອງການຫຼຸດນໍ້າໜັກ ຫຼື ຄວບຄຸມນໍ້າໜັກ.
   -  ຜັກສະລັດສາມາດຮັບປະທານຮ່ວມກັບແຄຣອດ ແລະ ຜັກຫົມຊ່ວຍບຳລຸງເສັ້ນຜົມໃຫ້ສວຍງາມໄດ້.
   -  ຜັກສະລັດເປັນຜັກທີ່ມີຄຸນຄ່າທາງອາຫານສູງ.
   -  ນອກຈາກຈະມີຄຸນຄ່າທາງອາຫານທີ່ດີແລ້ວຍັງນິຍົມນໍາມາໃຊ້ຕົກແຕ່ງອາຫານເພື່ອໃຫ້ມີສີສັນທີ່ສວຍງາມໜ້າຮັບປະທານຫຼາຍຂຶ້ນ.
ສັບພະຄຸນ:
   -  ໃບຜັກສະລັດມີສານຕໍ່ຕ້ານອະນຸມູນອິດສະຫຼະຫຼາຍຊະນິດ ຈຶ່ງຊ່ວຍປ້ອງກັນ ແລະ ຕໍ່ຕ້ານມະເຮັງໄດ້.
   -  ນໍ້າຄັ້ນຈາກທັງຕົ້ນນໍາມາປຸງເປັນຢາບໍາລຸງຮ່າງກາຍໄດ້.
   -  ແກ່ນຊ່ວຍອາການເຈັບແອວ.ການັບປະທານຜັກສະລັດຈະຊ່ວຍໃນການຂັບຖ່າຍ, ຊ່ວຍປ້ອງກັນ ແລະ ບັນເທົາອາການທ້ອງຜູກໄດ້.

ການປະກອບສ່ວນ