ຕົ້ນໝາກເລັບແມວ / Jackal Jujube

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Ziziphus oenoplia (L.) Mill. / Rhamnaceae
ຊື່ພ້ອງ
Rhamnus oenopolia L.
ຊື່ອື່ນ
ລາວ: ຕົ້ນໝາກເລັບແມວ
ໄທ: ຕົ້ນເລັບແມວ, ຕາສູ່ແມ, ໂລຊູມີ, ເລັບຫຍິ່ວ, ໝາກເລັບໝຽວ, ບັກເລັບແມວ
ບັນຍາຍລັກສະນະພືດສາດ

ເປັນຟຸ່ມ ຫຼື ເຄືອ, ເນື້ອໄມ້ແຂງ, ຍາວ 3-10 ມ. ລໍາຕົ້ນ ແລະ ກິ່ງມີໝາມສັ້ນແຫຼມ, ກິ່ງອ່ອນມີຂົນສີນໍ້າຕານ, ສ່ວນເປືອກດ້ານໃນເປັນສີແດງ. ໃບດ່ຽວອອກຈັບແບບສະຫຼັບ, ແຜ່ນໃບຮູບໄຂ່ ຫຼື ຮູບໃບຮີ, ປາຍໃບແຫຼມ, ໂຄນໃບບ້ຽວເລັກນ້ອຍ, ຂອບໃບລຽບ, ກ້ວາງ 1-3 ຊມ, ຍາວ 2-6 ຊມ, ແຜ່ນໃບອ່ອນທັ້ງສອງດ້ານມີຂົນນຸ່ມສັ້ນໆ, ຜິວໃບດ້ານເທິງລຽບ, ໃບດ້ານລຸ່ມມີຂົນນຸ່ມຢູ່ເປັນຈໍານວນຫຼາຍ, ໃບມີເສັ້ນໃບ 3 ໃບອອກຈາກຖານໃບໄປປາຍໃບ. ກ້ານໃບຍາວ 2-8 ມມ. ດອກອອກເປັນຊໍ່ແບບກະຈຸກຕາມງ່າມໃບ, ດອກຍ່ອຍມີຂະໝາດນ້ອຍ ແລະ ມີຈໍານວນຫຼາຍ, ຊໍ່ດອກຍາວ 4-6 ຊມ, ກ້ານຊໍ່ດອກຍາວ 0.5-1 ມມ, ມີຂົນເລັກນ້ອຍ ແລະ ກ້ານດອກຍ່ອຍຍາວ 1-2.5 ຊມ, ມີຂົນເລັກນ້ອຍ. ໃບປະດັບຊໍ່ດອກມີ 1 ອັນ, ຍາວ 2-3 ມມ, ມີຂົນກະຈາຍຢູ່ທົ່ວໄປ, ດອກຍ່ອຍຈະມີປະມານ 5-11 ດອກ, ກີບດອກຍ່ອຍມີ 5 ກີບ, ສີຂຽວ ຫຼື ສີຂຽວອົມເຫຼືອງ, ປາຍມົນ, ຈັບສະລັບກັບກາບດອກ, ກ້ວາງ 0.2-0.5 ມມ, ຍາວ 0.8-1 ມມ, ດອກມີເກສອນຜູ້ 5 ອັນ, ສີຂຽວອົບເຫຼືອງ, ກ້ານຊູເກສອນແປ, ຍາວປະມານ 0.5-0.8 ມມ, ຕິດຢູ່ທີ່ຖານກີບດອກ, ຖົງລະອອງເປັນຮູບສາມຫລ່ຽມ, ຍາວ 0.1-0.2 ມມ. ເກສອນແມ່ ເຕົ້າໄຂ່ເໝືອວົງກີບ, ມີ 1 ຫ້ອງ ແລະ 1 ໄຂ່. ຍອດເກສອນແມ່ມີລັກສະນະຄ້າຍຮູບຂວດ, ຍາວ 0.5-1 ມມ, ກ້ຽງ ສີຂຽວອົມເຫຼືອງ, ຖານດອກມີຂະໝາດ 1.5 ມມ. ກາບດອກມີ 5 ກີບ, ຫອຼດກີບກ້ວາງ 0.5-1 ມມ. ຍາວ 1.5-2 ມມ, ປາຍແສກ, ສີຂຽວ ຫຼື ສີຂຽວອົມເຫຼືອງ. ໝາກກົມມົນ, ເສັ້ນຜ່າສູນກາງປະມານ 1 ຊມ, ໝາກອ່ອນເປັນສີຂຽວ ເມື່ອສຸກຈະປ່ຽນເປັນສີມ່ວງດໍາ.

ບັນຍາຍການນຳໃຊ້

ໝາກສຸກກິນເປັນໝາກໄມ້ ສີລົດຊາດຫວານ. ລໍາເຄືອນໍາມາຕົ້ມນໍ້າດື່ມ ເປັນຢາຟອກເລືອດ ເຮັດໃຫ້ເລືອດລົມມາດີ, ບໍາລຸງກໍາລັງ, ປວດເມື່ອຍ. ຮາກນໍາມາຕົ້ມກິນເປັນຢາຂັບປັດສະວະ, ແກ້ນິ້ວ, ກະເພາະອາຫານ. ເປືອກເປັນຢາແກ້ຖອກທ້ອງ, ແກ້ມົດລູກອັກເສບຕິດເຊື້ອ. ແກ້ອາການເຈັບຄໍ, ເບົາຫວານ. ໝາກມີຣົດສົ້ມຫວານ, ຝາດ ແລະ ເຢັນ, ມີສັບພະຄຸນຊ່ວຍແກ້ອາການໄອ, ຊ່ວຍເຮັດໃຫ້ຊຸ່ມຄໍ, ສ່ວນແກ້ໄອ ຈະໃຊ້ຮາກປະສົມກັບຫຍ້າຄາ ແລະ ຮາກຫຍ້າແພດ (Panicum repens) ນຳມາຕົ້ມນ້ຳດຶ່ມເປັນຢາແກ້ໄອ. ລຳຕົ້ນນຳມາປະສົມກັບຕົ້ນເຂົ້າຫຼາມດົງ ແລະ ຫວ້ານໄພ ເປັນຢາຊ່ວຍຟື້ນຟູຮ່າງກາຍຫຼັງຈາກໄຂ້ດີ.

ການປະກອບສ່ວນ