ຜັກອີ່ເລີດ / Heart Leaf Betel

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Piper sarmentosum Roxb / Piperaceae
ຊື່ພ້ອງ
Piper albispicum C. DC.
Piper baronii C. DC.
Piper brevicaule C. DC.
Piper lolot C. DC.
Piper pierrei C. DC.
Piper saigonense C. DC.
ຊື່ອື່ນ
ລາວ: ຜັກອີ່ເລີດ
ໄທ: ຜັກປູນາ, ຜັກພູນົກ, ພູລີງ, ປູລີງ, ປູລິງນົກ, ຜັກແຄ, ຜັກນາງເລີດ, ຜັກອີ່ເລີດ
ບັນຍາຍລັກສະນະພືດສາດ

ເປັນພືດຜັດລົ້ມລຸກ, ຄວາມສູງປະມານ 30-80 ຊມ. ລໍາຕົ້ນກົມ ທຸກພາກສ່ວນຂອງຕົ້ນມີກິ່ນຫອມ. ໃບດ່ຽວຈັບແບບລຽບສະຫຼັບ, ກ້ານໃບກົມ, ໃບເປັນຮູບຫົວໃຈ ຄວາມຍາວ 7-16 ຊມ, ກ້ວາງ 5-10 ຊມ, ມີເສັ້ນຜ່າກາງໃບມີ 5-7 ເສັ້ນ ກົກໃບຕັດ ຫຼື ມົນ, ຂອບໃບລຽບ, ປາຍໃບມັນຈະແຫຼມ, ໃບເປັນສີຂຽວເຂັ້ມ, ຈະມີລົດຊາດເຜັດອ່ອນໆ, ຜິວໃບມັນເຫຼື້ອມ, ຊໍ່ດອກແບບຮວງຫ້ອຍລົງ ຫຼື ຮວງຕັ້ງແຈບ, ອອກຢູ່ບໍລິເວນປາຍຍອດ ແລະ ຕາມງ່າມໃບ, ດອກແຍກເພດຮ່ວມຕົ້ນ ດອກເປັນສີຂາວອັດແໝ້ນ.

ບັນຍາຍການນຳໃຊ້

ໃບນໍາມາປຸງແຕ່ງໃສ່ກັບອາຫານ ໃບມີກິ່ນຫອມ ລົດຊາດເຜັດໝ້ອຍໝື່ງ ໃບນໍາເອົາມາແກງໃສ່ຊີ້ນ ແລະ ເພັ້ຍງົວ ຫຼື ຄວາຍ ໃບສົດນໍາມາເປັນຜັກພັນໝ້ຽງ ພັນປາ ແລະ ອາຫານປະເພດພັນອື່ນໆ ທາງພາກໃຕ້ສອຍຜັກອີ່ເລີດຕໍາໃສ່ໝາກມ່ວງ ມີຣົດຊາດດີ ຮາກໃຊ້ຕົ້ມນໍ້າດື່ມ ເປັນຢາປົວເບົາຫວານ ແລະ ຂັບໄລ່ລົມໃນກະເພາະ.

ການປະກອບສ່ວນ