ເອື້ອງເຂັມຂາວ / Lilac Vanda

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Vanda lilacina Teijsm. & Binn. / Orchidaceae
ຊື່ພ້ອງ
Vanda laotica Guillaumin
ຊື່ອື່ນ
Thai: Kluai mai hang pla, Khem Khao
ບັນຍາຍລັກສະນະພືດສາດ

ເປັນດອກເຜິ້ງຂະຫຍາຍຕົວທາງປາຍຍອດ, ຕັ້ງຊື່ ຫຼື ເອັນເນັ້ງເລັກນ້ອຍ. ແຜ່ນໃບ ຂະໜາດ 25-35 × 1-3 ຊມ, ປາຍໃບແຍກເປັນສອງແສກ. ຊໍ່ດອກມີ 1-3 ຊໍ່ຕໍ່ຕົ້ນ, ຊໍ່ດອກຍາວ 10-25 ຊມ, ມີດອກປະມານ 5-8 ດອກ, ກ້ານຊໍ່ດອກຍາວ 10-18 ຊມ; ໃບປະດັບຊໍ່ດອກຮູບໄຂ່, ຂະໜາດ 3-4 × 3-3.5  ມມ, ປາຍຮູບຕັດ, ສີຂຽວ.ດອກສີຂາວ, ກິບປາກສີມ່ວງປົນສີຂາວ. ເສົ້າເກສອນສີຂາວ, ຝາປິດກິບສີເຫຼືອງອ່ອນປົນສີຂາວ.

ມັນເປັນພືດອິງອາໄສ, ເກາະຢູ່ຕາມຕົ້ນໄມ້ ແລະ ກີ່ງງ່າໄມ້ໃນລະດັບສູງ ໃນປ່າປະສົມປ່ຽນໃບ, ຕ້ອງການບ່ອນອາກາດປອດໂປ່ງ ແລະ ຮັບແສງພຽງພໍ, ມັກອາກາດອົບອຸ່ນ ແຕ່ຕ້ອງການຄວາມຊຸ່ມຊື່ນຕະຫຼອດປີ.

ເປັນດອກເຜິ້ງທີ່ພົບໃນປະເທດກຳປູເຈຍ, ຫວຽດນາມ, ໄທ ແລະ ລາວ. ໃນທຳມະຊາດເປັນພືດທີ່ຫາຍາກ, ພົບໃນລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 300-1000 ມ, ເປັນເຫງົ້າຂະໜາດນ້ອຍ.

ບັນຍາຍການນຳໃຊ້

ເປັນພືດປະດັບສີສວຍງາມ ລາຄາປະມານ 50,000 ກິບຕໍ່ຕົ້ນ.

ການປະກອບສ່ວນ