ເອື້ອງນາງຊີຂາວ / White Pigeon Orchid

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium crumenatum Sw. / Orchidaceae
ຊື່ພ້ອງ
Aporum crumenatum (Sw.) Brieger
Aporum ephemerum (J.J.Sm.) Rauschert
Aporum kwashotense (Hayata) Rauschert
Aporum papilioniferum (J.J.Sm.) Rauschert
Callista crumenata (Sw.) Kuntze
Ceraia ephemera (J.J.Sm.) M.A.Clem.
Dendrobium crumenatum var. parviflorum Ames & C.Schweinf.
ຊື່ອື່ນ
Chinese: Mu Shi Hu
Eng: The Purse-Shaped Dendrobium, The Bag-Shaped Dendrobium
Thai: Ueang Mali, Wai Tamoi
ບັນຍາຍລັກສະນະພືດສາດ

ເປັນດອກເຜິ້ງມີຂະໜາດນ້ອຍເຖິງຂະໜາດໃຫຍ່, ມັກເກີດບ່ອນອາກາດອົບອຸ່ນ, ອາໄສຢູ່ກັບຕົ້ນໄມ້ໃຫຍ່, ລຳຕົ້ນບວມພອງທີ່ຂໍ້, ເປັນຮ່ອງຕາມລວງຍາວ, ເປັນສີເຫຼືອງ, ລຳຕົ້ນແກ່ມັກມີຕົ້ນນ້ອຍເກີດຕາມຂໍ້. ໃບ 4-19 ໃບຕໍ່ຕົ້ນ, ແຜ່ນໃບໜາ, ໃບຈະຫຼົ່ນເມື່ອລຳຕົ້ນແກ່ ແລະ ເຖີງລະດູອອກດອກ. ດອກມີຈຳນວນຫຼາຍ ແລະ ມີກີ່ນຫອມ. ດອກເປັນສີຂາວ, ມີຈຸດສີເຫຼືອງ.

ດອກເຜິ້ງຊະນິດນີ້ກະຈາຍພັນໃນ ອິນເດຍ, ສີລັງກາ, ມຽນມາ, ໄທ, ມາເລເຊຍ, ກຳປູເຈຍ, ລາວ, ຫວຽດນາມ ແລະ ຟີລິບປີນ. ໃນທຳມະຊາດພົບເປັນພືດອິງອາໄສ ໃນປ່າເຄີ່ງປ່າປະສົມປ່ຽນໃບ ແລະ ປ່າປະສົມປ່ຽນໃບ, ປ່າໂຄກເຂດຕໍ່າ. ພົບໃນລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 800 ມ.

ບັນຍາຍການນຳໃຊ້

ຢາ: ໃບຕໍາໃຫ້ມູ່ນລະອຽດ ເພື່ອນຳໃຊ້ຮັກສາສີວ ແລະ ນ້ຳຮ້ອນລວກ. ນ້ຳສົດໆຈາກລຳຕົ້ນແມ່ນໃຊ້ເພື່ອຮັກສາການອັບເສບຂອງຫຼ ໂດຍໃຊ້ວັນລະ 4 ຄັ້ງ. ລາຄາ 100,000-200,000 ກິບຕໍ່ເຫງົ້າ.

ການປະກອບສ່ວນ