ເຫັດເຜິ້ງຂາວ / White King Bolete Mushroom

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Boletus edulis Bull. / Boletaceae
ຊື່ພ້ອງ
Boletus betulicola (Vassilkov) Pilát & Dermek
Boletus citrinus A. Venturi
Boletus clavipes (Peck) Pilát & Dermek
Boletus edulis subsp. betulicola (Vassilkov) Hlaváček
Boletus edulis subsp. clavipes (Peck) Singer
Tubiporus edulis (Bull.) P. Karst
ຊື່ອື່ນ
King Bolete Mushroom
ບັນຍາຍລັກສະນະພືດສາດ

ດອກເຫັດສູງ 35 ຊມ. ໝວກເຫັດກວ້າງ 7−30 ຊມ, ເມື່ອແກ່ເຕັມໄວ້, ເນື້ອໜຽວນຸ່ມ, ຮູບຊາມຄວມ, ເມື່ອດອກຍັງອ່ອນ, ດອກຈະນູ້ນຂື້ນເຄີ່ງກາງ, ແຕ່ເມື່ອແກ່ຈະພຽງ, ທົ່ວໄປແລ້ວຈະເປັນສີນ້ຳຕານແດງປົນສີຂາວໃກ້ກັບຂອບ ແລະ ເຂັ້ມຂື້ນເມື່ອແກ່ແລ້ວ. ກ້ານດອກເຫັດ ຍາວ 8−25 ຊມ, ໜາປະມານ 7 ຊມ, ອວບໜາ, ໃຫຍ່ກວ່າໝວກເຫັດຖ້າສົມທຽບກັນ, ມັນຈະເປັນຮູບກະສ້ວຍອອກຈາກເຄີ່ງການໝວກເຫັດດ້ານລຸ່ມ, ຜິວຈະເປັນລາຍຄ້ານຕ່າໜ່າງ ແລະ ລຽບສ່ວນໃກ້ໂຄນ. ຢູ່ສ່ວນລຸ່ມຂອງໝວກເຫັດຈະມີຮູບສະປໍເປັນຫຼອດ, ຫຼອດຍາວ 1−2 ຊມ, ເປັນສີຂາວເມື່ອຍັງອ່ອນ, ເມື່ອແກ່ຈະເປັນສີຂຽວປົນສີເຫຼືອງ. ມັນຈະມີ 2−3 ຮູຕໍ່ 1 ມມ. ລາຍພີມສະປໍເປັນສີນ້ໍ້າຕານໂອລິບ.

ບັນຍາຍການນຳໃຊ້

ເປັນອາຫານທີ່ນີຍົມສຳລັບຄົນລາວ ເຮັດແກງໃສ່ກັບໜໍ່ໄມ້ ຫຼື ຜັກທຳມະຊາດ, ເຫັດເຜີ້ງໃນທຳມະຊາດ ຍັງເປັນ ອາຫານໃຫ້ແກ່ສັດ, ແມງໄມ້ ແລະ ຂີ້ກະເດືອນ. ຢາພື້ນເມືອງມັນເປັນອາຫານຮັກສາກະເພາະລຳໄສ້, ເຫັດເຜີ້ງສາມາດອົບແຫ້ງ ແລະ ຂາຍຕ່າງທ້ອງຕະຫຼາດທົ່ວໄປ. ທາດຄາຣ໌ໂບໄຣເດຣດເປັນສ່ວນສຳຄັນ ຂອງເຫັດຊະນີດນີ້, ໂດຍສົມທຽບປະມານ 9.23% ຕໍ່ນ້ຳໜັກທັງໜົດຂອງດອກສົດ ແລະ  65.4% ຂອງນ້ຳໜັງເຫັດແຫ້ງ. ຖ້າເຫັດແຫ້ງແລ້ວຈະມີໄຂມັນເຖີງ 2.6%. ນອກນັ້ນຍັງມີອາຊີດໄຂມັນເຊັ່ນ: ພາລມິຕິກ ອາຊີດ 9.8%, ສະແຕຣິກອາຊີດ 2.7%, ໂອເລອິກ ອາຊິດ 36.1%, ລີໂນເລອິກ 42.2% ແລະ ລີໂນເລອິກ ອາຊີດ 0.2%

ການປະກອບສ່ວນ