7 ພືດທີ່ຄວນປູກໃນລະດູແລ້ງ

Sakhone INTHAVONG
ພືດຊະນິດໃດແດ່? ຄວນປູກໃນລະດູແລ້ງ
ຊີວະນາໆພັນກະສິກຳ
www.phakhaolao.la
phakhaolao

ປັດຈຸບັນ ບັນຫາການປ່ຽນແປງຂອງສະພາບອາກາດຍິ່ງເພີ່ມທະວີໄປໃນທິດທາງທີ່ຮ້າຍແຮງຂຶ້້ນເລື້ອຍໆ ມັນໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງມະນຸດເຮົາໃນຫຼາຍໆດ້ານ ທີ່ສຳຄັນດ້ານກະສິກຳກໍຖືກຜົນກະທົບເຊັ່ນດຽວກັນ ເຊິ່ງມັນໄດ້ສົ່ງຜົນເສຍຫາຍຢ່າງມະຫາສານຕໍ່ການພັດທະນາດ້ານເສດຖະກິດໃນປະເທດຕ່າງໆລວມເຖິງເກີດໄພອຶດຫິວເພີ່ມຂຶ້ນທົ່ວໂລກ ສະນັ້ນຊາວກະສິກອນກໍຕ້ອງໄດ້ຫາວິທີແນວທາງເພື່ອແກ້ໄຂບັນຫາໃຫ້ໄດ້ຮັບຜົນກະທົບໜ້ອຍທີ່ສຸດ ພວກເຮົາຈຶ່ງນຳພືດທີ່ຄວນປູກ ເພື່ອຮັບມືກັບໄພແຫ້ງແລ້ງມາຝາກ ນີ້ຖືເປັນສິ່ງທີຊາວກະສິກອນບໍ່ຄວນເບິ່ງຂ້າມ ເພາະພືດແຕ່ລະຊະນິດມີຄວາມແຕກຕ່າງກັນທາງດ້ານລັກສະນະ ແລະ ຄວາມທົນທານຕໍ່ສະພາບອາກາດ ລວມເຖິງການຈະເລີນເຕີບໂຕອີກດ້ວຍ. ສຳລັບພືດທີ່ຄວນປູກຄວນເປັນພືດທີ່ອາຍຸສັ້ນໃຫ້ຜົນຜະລິດໄວ ແລະ ໃຊ້ນ້ຳປະລິມານໜ້ອຍໃນການປູກ ເຊິ່ງມີລາຍລະອຽດດັ່ງນີ້:

ໝາກອຶ / Pumpkin

ເປັນພືດອາຍຸສັ້ນຊະນິດໜຶ່ງທີ່ໃຊ້ປະລິມານນ້ຳໜ້ອຍໃນການປູກ, ເໝາະແກ່ການປູກຫຼັງການເກັບກ່ຽວເຂົ້ານາປີກໍຄືໃນຊ່ວງລະດູແລ້ງ ປົກກະຕິແລ້ວຊ່ວງການເລີ່ມປູກແມ່ນເດືອນ 11 ແລະ ເກັບກ່ຽວຜົນຜະລິດໃນເດືອນ 1,  ບາງສາຍພັນມີອາຍຸເກັບກ່ຽວປະມານ 80-90 ວັນ, ບາງສາຍພັນອາຍຸການເກັບກ່ຽວປະມານ 110-120 ວັນ. ນອກນັ້ນໝາກອຶເປັນພືດຊະນິດໜຶ່ງທີ່ໄດ້ຮັບຄວາມນິຍົມບໍລິໂພກຫຼາຍພໍສົມຄວນທັງໃນບ້ານເຮົາລວມເຖິງບັນດາປະເທດເພື່ອນບ້ານກໍປາກົດເຫັນເຊັ່ນດຽວກັນ ມີການນຳມາປະກອບການປຸງແຕ່ງອາຫານຕ່າງໆບໍ່ວ່າຈະເປັນປະເພດແກງ ຫຼື ນຳມາປຸງແຕ່ງເປັນຂອງຫວານຕະຫຼອດເຖິງການນຳມາແປຮູບເປັນເຂົ້າໜົມກໍມີເຊັ່ນກັນ ທັງເປັນພືດທີ່ມີຄຸນປະໂຫຍດຕໍ່ຮ່າງກາຍ ເພາະໝາກອຶເປັນພືດສີຂຽວສົ້ມຊະນິດໜຶ່ງທີ່ຊ່ວຍບຳລຸງສາຍຕາ, ມີສານຕໍ່ຕ້ານອະນຸມູນອິດສະຫຼະທີ່ຊ່ວຍຫຼຸດຄວາມສ່ຽງທີ່ກໍ່ໃຫ້ເກີດພະຍາດມະເຮັງ,ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ, ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ທີ່ສຳຄັນຖືເປັນອາຫານທີ່ຊ່ວຍຫຼຸດນ້ຳໜັກໄດ້ດີຈຶ່ງເໝາະແກ່ຄົນທີ່ກຳລັງຄວບຄຸມຍ້ອນເຫດຜົນນີ້ໝາກອຶຈຶ່ງເປັນທີ່ນິຍົມບໍລິໂພກຫຼາຍ. ຂໍ້ມູນ ໝາກອຶ

www.pexels.com wallpaper

 

ໝາກໂມ / Water melon

ເປັນພືດລົ້ມລຸກທີ່ມີເຄືອ,ອາຍຸສັ້ນ ແລະ ມີຫຼາຍສາຍພັນທີ່ນິຍົມປູກໃນປະເທດເຮົາ ເຊິ່ງມີອາຍຸການເກັບກ່ຽວປະມານ 65-85 ວັນ. ໝາກໂມເປັນພືດເໝາະສຳລັບຄົນທີ່ຕ້ອງການຄວບຄຸມນໍ້າໜັກເພາະມີແຄລໍຣີຕໍ່າ, ຫຼຸດປະລິມານໄຂມັນທີ່ຈັບຢູ່ພາຍໃນເລືອດ, ຊ່ວຍຫຼຸດຄວາມສ່ຽງການເກີດພະຍາດມະເຮັງ ແລະ ພະຍາດຫົວໃຈ, ຊ່ວຍບຳລຸງຜິວພັນ ແລະ ເສັ້ນຜົມໃຫ້ແຂງແຮງ ເພາະປະກອບໄປດ້ວຍວິຕາມິນ ແລະ ແຮ່ທາດຫຼາຍຊະນິດ. ໝາກໂມມີກົດອາມີໂນ ຊື່ງມີສ່ວນຊ່ວຍປ້ອງກັນພະຍາດຫົວໃຈ, ມີສ່ວນຊ່ວຍບຳລຸງສາຍຕາ ມີສ່ວນລ້າງສານພິດຈາກອາຫານທີ່ຮັບປະທານເຂົ້າໄປ ບັນເທົາອາການໄຂ້, ຮັກສາແຜໃນຊ່ອງປາກ, ໃບໃຊ້ເປັນຢາລົດໄຂ້, ເປືອກປ້ອງກັນອາການການເຈັບຄໍ ໂດຍການນຳເປືອກໝາກໂມໄປຕົ້ມແລ້ວໃສ່ນໍ້າຕານແລ້ວນຳນໍ້າມາດື່ມ.ຂໍ້ມູນ ໝາກໂມ

www.pexels.com wallpaper

 

ໝາກຖົ່ວຝັກຍາວ / Yardlong bean

 ເປັນພືດອາຍຸສັ້ນໃຫ້ຜົນຜະລິດພຽງລະດູດຽວ ເປັນພືດປະເພດໜຶ່ງທີ່ໄດ້ຮັບຄວາມນິຍົມປູກ ແລະ ນຳມາປະກອບອາຫານຫຼາຍຢ່າງໃນແຖບອາຊີຕາເວັນອອກສ່ຽງໃຕ້  ເປັນອີກໜຶ່ງພືດທີ່ເໝາະແກ່ການປູກໃນລະດູແລ້ງ ແລະ ຍັງມີສັບພະຄຸນຫຼາຍຢ່າງເຊັ່ນ: ຊ່ວຍຮັກສາພະຍາດໜອງໃນ, ບໍາລຸງມ້າມ, ຮັກສາທ້ອງບິດ,ໃຊ້ຮັກສາອາການທ້ອງອືດແໜ້ນ. ສຳລັບເດັກເບື່ອອາຫານເນື່ອງຈາກກະເພາະອາຫານທຳງານບໍ່ດີ ໃຫ້ໃຊ້ຮາກສົດປະສົມກັບຮາກເຄືອຕົດໝາ ນຳມາຕຸ໋ນກັບຊີ້ນງົວໃຫ້ຮັບປະທານ. ບຳລຸງໝາກໄຂ່ຫຼັງ, ໂດຍໃຊ້ແກ່ນຫຼືໝາກສົດ ຕົ້ມນໍ້າປະສົມເກືອເລັກນ້ອຍຮັບປະທານທຸກວັນ ຂໍ້ມູນເພີ່ມເຕີມ ໝາກຖົ່ວ

www.phakhaolao.la

 

ສາລີ / Corn

ເປັນພືດລົ້ມລຸກ,ໃບລ້ຽງດ່ຽວ, ອາຍຸສັ້ນ, ຈັດຢູ່ໃນຕະກຸນ Gramineae , ເປັນພືດທີ່ບໍ່ມີຮາກແກ້ວ ແລະ ເປັນພືດທີ່ມີຄຸນປະໂຫຍດຫຼາຍຢ່າງເຊັ່ນ: ເກສອນເພດແມ່ຊ່ວຍບຳລຸງຕັບ, ແກ້ຕັບອັກເສບ, ຕັບອັກເສບເປັນດີຊ່ານ, ແກ້ດີຊ່ານ, ແກ້ໄຕອັກເສບ ຊື່ງຕາມຕຳລາຢາແກ້ໄຕອັກເສບຈະໃຊ້ເກສອນເພດແມ່ 30 ກຼາມ, ຫຍ້າໜວດແມວ 20 ກຼາມ, ຫຍ້າຄາ 20 ກຼາມ, ນຳມາຕົ້ມເພື່ອດື່ມ ຫາກໄຕອັກເສບ ຫຼື ເລີ່ມເປັນໜີ່ວຢູ່ໄຕ ໃຫ້ໃຊ້ຍອດເກສອນເພດແມ່ພໍປະມານນຳມາຕົ້ມຈົນຟົດແລ້ວນຳມາກິນ ຫຼື ຫາກເປັນພະຍາດໄຕອັກເສບຊ້ຳເຮື້ອໃຫ້ໃຊ້ຍອດເກສອນເພດແມ່ແຫ້ງ 50 ກຼາມນຳມາຕົ້ມກັບນ້ຳກິນໂດຍຈະມີລິດຊ່ວຍຂັບປັດສະວະເຮັດໃຫ້ໄຕເຮັດວຽກໄດ້ດີຂຶ້ນຈາກອາການບວມນ້ຳ ແລະ ປະລິມານຂອງອັລບູມິນ (Albumin) ໃນປັດສະວະນັ້ນຫຼຸດລົງໂດຍຄົນປ່ວຍທີ່ກິນຕິດຕໍ່ກັນນານ 6 ເດືອນຍັງບໍ່ພົບອາການເປັນພິດແຕ່ຢ່າງໃດ. ຂໍ້ມູນເພີ່ມເຕີມ ສາລີ

 

phakhaolao.la

 

ໝາກໂຕ່ນ / Winter melon

ໝາກໂຕ່ນເປັນພືດອາຍຸສັ້ນປະເພດເຄືອ, ມີຄວາມຍາວຫຼາຍເມັດ, ໝາກໂຕ່ນນິຍົມນໍາໄປໃຊ້ໃນການປະກອບອາຫານໄດ້ຫຼາຍຢ່າງເຊັ່ນ: ແກງ, ຂົ້ວ, ໝາກໂຕ່ນດອງ, ສ່ວນຍອດອ່ອນສາມາດນໍາໄປລວກ ຫຼື ແກງໄດ້, ແກ່ນສາມາດຮັບປະທານໄດ້ ແລະ ຍັງອຸດົມໄປດ້ວຍນໍ້າມັນ ແລະ ໂປຣຕີນ, ການຮັບປະທານໝາກໂຕ່ນປະຈໍາຈະຊ່ວຍປ້ອງກັນ ແລະ ຫຼູດຄວາມສ່ຽງຂອງພະຍາດມະເຮັງ, ແກ່ນຊ່ວຍບໍາລຸງຜິວພັນໃຫ້ຂາວໃສ, ສ່ວນໝາກ ຊ່ວຍຮັກສາພະຍາດປອດ, ທີ່ສຳຄັນຍັງສາມາດປູກເປັນສິນຄ້າໄດ້. ຂໍ້ມູນໝາກໂຕ່ນ

www.phakhaolao.la

 

ໝາກແຕງກວາ 

ໝາກແຕງກວາເປັນພືດປູກງ່າຍ,ມີການຈະເລີນເຕີບໂຕໄວ, ມີຮາກແກ້ວ, ແຕກແໜງເປັນຈຳນວນຫຼາຍ, ລຳຕົ້ນມີຂົນປົກຄຸມທົ່ວໄປ, ມີໜວດເກາະບໍລິເວນຂໍ້ໂດຍສ່ວນປາຍຂອງໜວດບໍ່ມີການແຕກແໜງ, ມີກ້ານໃບ, ມີໃບຫຍາບ, ມີຂົນໃບ, ມີມຸມໃບ, ມີປາຍໃບແຫຼມ, ດອກເພດຜູ້ເພດເມຍເປັນດອກດ່ຽວ ສ່ວນຫມາກຈະມີລັກສະນະລຽວຍາວ. ໝາກແຕງກວາປະກອບດ້ວຍນ້ຳເປັນສ່ວນຫຼາຍ, ມີຄາໂບໄຮເດຣດ, ໂປຣຕິນ,ໄຂມັນ ແລະ ແຮ່ທາດຕ່າງໆທີ່ຊ່ວຍເສີມສ້າງໂພສະນາການ. (ໝາກແຕງ)

www.pexels.com wallpaper

 

ຜັກກາດນາ

ຜັກກາດນາເປັນຜັກທີ່ສາມາດປູກໄດ້ຕະຫຼອດປີຈັດເປັນພືດໃບຂຽວ ເປັນຜັກທີ່ສາມາດກິນໄດ້ນັບແຕ່ໃບເຖິງກ້ານ ໂດຍມີອາຍຸ 2 ປີ ແຕ່ຖ້າປູກເປັນຜັກລະດູດຽວຈະມີອາຍຸການເກັບກ່ຽວປະມານ 50-55 ວັນ ສາມາດປູກໃນລະດູແລ້ງ. ນອກນີ້້ຍັງເປັນແຫຼ່ງວິຕາມິນ, ຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດມະເຮັງລຳໄສ້, ມະເຮັງປອດ ທັງມີວິຕາມິນທີ່ຊ່ວຍເສີມສ້າງເນື້ອເຍື່ອໃຫ້ຊຸ່ມຊື່ນເຮັດໃຫ້ລະບົບພູມຄຸ້ມກັນໂລກມີຄວາມແຂງແຮງ ແລະ ຍັງມີແຄລຊຽມຊ່ວຍເສີມສ້າງກະດູກໃຫ້ແຂງແຮງອີກດ້ວຍ.

ການປູກພືດທີ່ເໝາະສົມຕາມລະດູການຖືເປັນປັດໃຈສຳຄັນຕໍ່ຜົນຜະລິດທີ່ຈະໄດຮັບ ຖ້າເລືອກປູກພືດທີ່ເໝາະສົມກັບສະພາບຂອງອາກາດ ກໍມີສ່ວນເຮັດໃຫ້ໄດ້ຮັບຜົນສູງ ເພາະຜັກແຕ່ລະຊະນິດນັ້້ນມີຄວາມແຕກແຕ່ງກັນທາງດ້ານລັກສະນະ,ຄວາມທົນທານຕໍ່ສະພາບແວດລ້ອມ ພືດບາງຊະນິດສາມາດໃຫ້ຜົນດີໃນລະດູຝົນ ແລະ ມີຫຼາຍຊະນິດທີ່ໃຫ້ຜົນທີ່ດີໃນລະດູແລ້ງ ເຊິ່ງພືດທັງ 7 ທີ່ກ່າວມາຂ້າງເທີງນັ້ນກໍເປັນພືດທີ່ເໝາະສົມປູກໃນລະດູແລ້ງ ນອກຈາກນີ້ກໍຍັງມີພືດອີກຫຼາຍປະເພດທີ່ສາມາດປູກໄດ້ເຊັ່ນດຽວກັນ. (ຜັກກາດນາ)

www.pexels.com wallpaper

 

ທີ່ມາ:https://secreta.doae.go.th

ການປະກອບສ່ວນ