15 ຜັກທີ່ມີທາດເຫຼັກສູງ ແລະ ຊ່ວຍບໍາລຸງເລືອດໄດ້ດີ

Bouavone
ຊີວະນາໆພັນກະສິກຳ
15 ຜັກທີ່ມີທາດເຫຼັກສູງ ແລະ ຊ່ວຍບໍາລຸງເລືອດໄດ້ດີ
www.phakhaolao.la
  1. ຜັກກູດ: ເປັນຜັກພື້ນບ້ານທີ່ຫຼາຍຄົນມັກກິນ, ຜັກກູດສາມາດນໍາໄປປຸງແຕ່ງເຮັດຫຼາຍເມນູໄດ້ ແຖມຍັງມີເສັ້ນໃຍຫຼາຍຊ່ວຍໃນການຂັບຖ່າຍໄດ້ດີ ທີ່ສໍາຄັນຜັກກູດຍັງເປັນຜັກທີ່ມີທາດເຫຼັກສູງເຖິງ 36,3 mg ຕໍ່ 100 g.
  2. ໝາກຖົ່ວຍາວ: ສໍາລັບຄົນທີ່ມັກກິນໝາກຖົ່ວຍາວເປັນຜົນດີຕໍ່ການບໍາລຸງເລືອດ ເພາະວ່າໝາກຖົ່ວຍາວ 100 g ມີທາດເຫຼັກຢູ່ປະມານ 26 mg ແລະ ຄຸນປະໂຫຍດຂອງຖົ່ວຍາວກໍ່ຍັງມີອີກຫຼາຍຢ່າງ ນໍາໄປປຸງແຕ່ງອາຫານກໍ່ໄດ້ຫຼາຍເມນູ ແລະ ຍັງສາມາດກິນດິບໄດ້.
  3. ຜັກແວ່ນ: ຜັກແວ່ນນອກຈາກນໍາໄປເຮັດເມນູອາຫານແລ້ວຍັງມີຄຸນປະໂຫຍດຫຼາຍຢ່າງ ຕາມຕໍາລັບຢາພື້ນເມືອງທີ່ມັກໃຊ້ແກ້ໄຂ້ ຮ້ອນໃນ ແກ້ການກະຫາຍນໍ້າ,ດັບຜິດ, ຍັງໃຊ້ສະໝານບາດແຜໃນຊ່ອງປາກ ແລະ ລໍາຄໍ ທີ່ສໍາຄັນຜັກແວ່ນຍັງເປັນຜັກທີ່ມີທາດເຫຼັກຄ່ອນຂ້າງສູງ ປະມານ 25,2 mg ຕໍ່ 100 g.
  4. ເຫັດເຟືອງ: ເຫັດເຟືອງນອກຈາກນໍາມາເຮັດເມນູທີ່ຫຼາກຫຼາຍຢ່າງ ແລະ ແຊບແລ້ວ ຍັງມີປະໂຫຍດຢ່າງຫຼວງຫຼາຍໂດຍສະເພາະແມ່ນຄົນທີ່ກໍາລັງຊອກຫາອາຫານທີ່ບໍາລຸງເລືອດ ເພາະເຫັດເຟືອງ  100 g ມີທາດເຫຼັກຢູ່ປະມານ  22.2 mg ຊຶ່ງຖືວ່າເປັນເຫັດທີ່ມີທາດເຫຼັກຢູ່ຫຼາຍສົມຄວນ.
  5. ໝາກເຜັດໃຫຍ່: ໝາກເຜັດໃຫຍ່ 100 g ມີທາດເຫຼັກຢູ່ປະມານ 17.2 mg ສໍາລັບໃຜທີ່ຢາກບໍາລຸງເລືອດເພີ່ມທາດເຫຼັກໃນຮ່າງກາຍຄວນຮັບປະທານໝາກເຜັດໃຫຍ່ເພາະມັນສາມາດນໍາໄປປຸງແຕ່ງອາຫານຫຼາຍເມນູໄດ້ແຖມຍັງມີລົດຊາດທີ່ບໍ່ເຜັດຫຼາຍ.
  6. ຜັກອີ່ຕູ່: ເປັນອີກຜັກໜື່ງຊະນິດທີ່ສາມາດນໍາໄປເປັນເຄື່ອງຄຽງໃນການປຸງແຕ່ງອາຫານ ແລະ ຍັງເປັນຜັກທີ່ມີທາດເຫຼັກສູງອີກຊະນິດໜຶ່ງ ໂດຍຜັກອີ່ຕູ່ 100 g ໃຫ້ທາດເຫຼັກປະມານ 17.2 mg.
  7. ໃບກະເພົາແດງ: ໃບກະເພົາມີຫຼາຍຊະນິດແຕ່ຫາກໃບກະເພົາທີ່ມີທາດເຫຼັກຫຼາຍທີ່ສຸດແມ່ນໃບກະເພົາແດງ ຊຶ່ງໃບກະເພົາແດງ 100 g ໃຫ້ທາດເຫຼັກປະມານ 15.1 mg.
  8. ຜັກສະເມັກ ຫຼື ຜັກຕິ້ວ: ຍອດອ່ອນສາມາດຮັບປະທານສົດໄດ້ ຊ່ວຍຂັບລົມ ຫຼື ນໍາຮາກມາຕົ້ມແກ້ເບື່ອເມົາ, ແກ້ຜິດສໍາແດງ ຫຼື ໃຊ້ໃບແກ່ຕໍາທາແກ້ຟົກຊໍ້າກໍ່ໄດ້ ສໍາລັບໃຜທີ່ຢາກໄດ້ທາດເຫຼັກເສີມສ້າງຮ່າງກາຍຈາກຜັກສະເມັກແມ່ນແນະນໍາໃຫ້ກິນຍອດອ່ອນໄດ້ເລີຍ ເພາະວ່າ  100 g ໃຫ້ທາດເຫຼັກປະມານ 11.6 mg.
  9. ຍອດໃບໝາກກອກ: ຍອດໃບໝາກກອກເປັນຜັກທີ່ມີຄຸນຄ່າທາງອາຫານສູງ ໂດຍສະເພາະຍອດໃບໝາກກອກ 100 g ໃຫ້ທາດເຫຼັກປະມານ  9.9 mg,ມີແຄວຊ່ຽມ  49 mg, ຟອດຟໍຮັສ ແລະ ເບຕ້າແຄໂຣທີນ ລວມທັງວິຕາມິນເອ ວິຕາມິນຊີ ຖືວ່າເປັນຜັກເພື່ອສຸຂະພາບທີ່ບໍ່ຄວນພາດ.
  10. ຍອດກະຖິນອ່ອນ: ຜັກແຄມຮົ້ວທີ່ຫາກິນໄດ້ງ່າຍ, ຍອດກະຖິນທີ່ສາມາດນໍາໄປປຸງເຮັດອາຫານຫຼາຍຢ່າງໄດ້ ແລະ ມີທາດເຫຼັກສູງ ໂດຍຍອດກະຖິນອ່ອນ 100 g ໃຫ້ທາດເຫຼັກປະມານ 9.2 mg ສໍາລັບໃຜທີ່ກໍາລັງຫາກິນຜັກເພື່ອເພີ່ມທາດເຫຼັກ ຫຼື ອາຫານບໍາລຸງເລືອດ ຍອດກະຖິນອ່ອນຖືວ່າເປັນອີກໜຶ່ງຕົວເລືອກທີ່ສໍາຄັນ.
  11. ດອກຜັກຮອງແຮງ: ເປັນຜັກທີ່ມີລົດຊາດແຊບທີ່ຫຼາຍຄົນຖືກໃຈນິຍົມມາຮັບປະທານ ຊຶ່ງດອກຜັກຮອງແຮງ 100 g ມີທາດເຫຼັກປະມານ 8.2 mg.
  12. ຜັກອີ່ເລີດ: ຖືວ່າເປັນອີກໜຶ່ງຜັກທີ່ຫຼາຍຄົນນິຍົມນໍາມາເປັນຜັກກັບ ຫຼື ຜັກຄຽງກັບຫຼາຍປະເພດອາຫານ ແຕ່ຖືວ່າເປັນຜັກສະໝູນໄພທີ່ບໍາລຸງເລືອດໄດ້ດີ  ເພາະວ່າໃບຜັກອີ່ເລີດ 100 g ມີທາດເຫຼັກປະມານ  7.6 mg.
  13. ໝາກແຄ້ງ: ຖືວ່າເປັນອີກຊະນິດໜຶ່ງທີ່ຄົນນິຍົມໄປປຸງແຕ່ງອາຫານໂດຍສະເພາະແມ່ນໃສ່ແກງໜໍ່ໄມ້, ໃສ່ແກງເຜັດ ແລະ ອື່ນໆ   ສໍາລັບຜູ້ທີ່ກໍາລັງຊອກຫາຜັກທີ່ບໍາລຸງເລືອດ ແລະ ຜັກທີ່ມີທີ່ທາດເຫຼັກສູງບໍ່ຄວນພາດກິນໝາກແຄ້ງ ເນື່ອງຈາກວ່າໝາກແຄ້ງ 100 g ໃຫ້ທາດເຫຼັກປະມານ  7.1 mg.
  14. ໃບຍານາງ: ໃບຍານາງກໍຖືວ່າເປັນອີກໜື່ງຊະນິດທີ່ມີທາດເຫຼັກຢູ່ໃນຕົວ ໂດຍ 100 g ຂອງໃບຍານາງຈະມີທາດເຫຼັກປະມານ  7 mg ນອກນັ້ນໃບຍານາງຍັງມີຄຸນປະໂຫຍດທີ່ດີຫຼາຍຢ່າງ ຕໍ່ຮ່າງກາຍອີກດ້ວຍ.
  15. ໃບຂີ້ເຫຼັກ: ໃບຂີ້ເຫຼັກ ນອກຈາກຈະມີເສັ້ນໃຍສູງຊ່ວຍໃນການຂັບຖ່າຍທີ່ດີແລ້ວ ຍັງຊ່ວຍເຮັດໃຫ້ນອນຫຼັບໄດ້ງ່າຍຂຶິ້ນ ແລະ ຍັງເປັນຜັກທີ່ມີທາດເຫຼັກຢູ່ໃນຕົວ ໂດຍໃບຂີ້ເຫຼັກ 100 g ມີທາດເຫຼັກປະມານ 6 mg ສໍາລັບຜູ້ໃດທີ່ຢາກໄດ້ຜັກທີ່ຊ່ວຍບໍາລຸງເລືອດຫຼືຢາກເຕີມທາດເຫຼັກໃຫ້ຮ່າງກາຍ ໃບຂີ້ເຫຼັກຈັດຢູ່ໃນຈໍາພວກຜັກທີ່ໜ້າສົນໃຈອີກຊະນິດໜື່ງ.
ການປະກອບສ່ວນ