ແມງໄມ້ມີປະໂຫຍດແນວໃດຕໍ່ຮ່າງກາຍ?

Bouavone
ຊີວະນາໆພັນກະສິກຳ
ແມງໄມ້ມີປະໂຫຍດແນວໃດຕໍ່ຮ່າງກາຍ?
www.phakhaolao.la
  1. ແມງໄມ້ເປັນແຫຼ່ງໂປຣຕີນສູງ ແມງໄມ້ 100 g ມີໂປຣຕີນເຖິງ 9-65 g ຂຶ້ນຢູ່ກັບວ່າຊະນິດແມງໄມ້ ສ່ວນແມງໄມ້ທີ່ມີໂປຣຕີນຫຼາຍທີ່ສຸດໄດ້ແກ່ ຕັກກະແຕນ, ແມງມັນ ໂປຣຕີນທີ່ໄດ້ມາຈາກແມ່ນໄມ້ເປັນໂປຣຕີນທີ່ໃກ້ຄຽງກັບໂປຣຕີນທີ່ໄດ້ມາຈາກໄຂ່ໄກ່ 1 ໜ່ວຍ ຫຼື ທຽບເທົ່າກັບຊີ້ນໝູບົດ 100g ແຕ່ໜອນເປັນແມງໄມ້ທີ່ມີໂປຣຕີນທີ່ດີທີ່ສຸດ.
  2. ຊ່ວຍຫຼຸດຄໍເລດເຕີລໍ ຢູ່ໃນແມງໄມ້ມີສານໄຄຕິນ (Chitin) ເມື່ອໄຄຕິນຖືກຍ່ອຍຈົນສ່ວນໃດສ່ວນໜຶ່ງອອກເປັນໄຄໂທຊານ (chitosan) ທັງໄຄຕີນ ແລະ ໄຄໂທຊານ ສາມາດຈັບຕົວໄຂມັນ ຈະຊ່ວຍເຮັດໃຫ້ລະດັບຄໍເລດເຕີລໍຂອງເຮົາຫຼຸດລົງ.
  3. ຊ່ວຍຕໍ່ຕ້ານການຕິດເຊື້ອຈາກຢີສ (yeast)ໃນລະບົບທາງເດີນອາຫານ ເປັນຜົນພວງມາຈາກໄຄຕິນ ແລະ ໄຄໂທຊານອີກຄືກັນ.
  4. ແມງໄມ້ເປັນແຫຼ່ງອາຫານຊັ້ນດີ ທີ່ລາຄາຖືກສໍາລັບຜູ້ທີ່ຢູ່ບ່ອນຫ່າງໄກຈາກຄວາມຈະເລີນ ຈາກການລາຍງານຂອງອົງການອາຫານໂລກແຫ່ງສະຫະປະຊາຊາດ ຫຼື  FAO ກ່ຽວກັບ ແມງໄມ້ທີ່ກິນໄດ້ເປັນຄວາມຫວັງແຫ່ງອານາຄົດສໍາລັບຄວາມໝັ້ນຄົງທາງອາຫານ ແລະ ອາຫານສັດ.
  5. ນອກຈາກແມງໄມ້ຈະໃຫ້ໂປຣຕີນສູງແລ້ວ ຍັງເປັນອາຫານທີ່ຫາກິນງ່າຍ ອຸດົມໄປດ້ວຍແຮ່ທາດອື່ນໆ ບໍ່ວ່າຈະເປັນເກືອແຮ່ທາດຟອດຟໍຣັດ (phosphorus) ໂພແທສຊຽມ (Potassium) ແລະ ວິຕາມິນບີ.
  • ໂພແທສຊຽມ (Potassium) ເປັນເກືອແຮ່ຊະນິດໜື່ງ ທີ່ມີໜ້າທີ່ກ່ຽວຂ້ອງກັບການຫົດຍືດຕົວຂອງກ້າມຫົວໃຈ ແລະ ຊ່ວຍຮັກສານໍ້າໃຫ້ສົມດູນ.
ການປະກອບສ່ວນ