ແຈ່ວແມງແຄງ

Bouavone
ແຈ່ວແມງແຄງກີນກັບເຂົ້າໜຽວອຸ່ນ ແລະ ລວກຜັກກັບ ແຊບແບບບ້ານໆ
ເຮືອນຄົວລາວ
phakhaolao.la
www.phakhaolao.la
  • ສ່ວນປະກອບ:
  1. ແມງແຄງ                        15-20 ໂຕ
  2. ຫົວຫອມບົ່ວ                     2 ຫົວ
  3. ຫົວຫອມທຽມ                   3 ກີບ
  4. ໝາກເຜັດດິບ                   5 ໜ່ວຍ
  5. ໃບຫອມປ້ອມ                    2 ຕົ້ນ
  6. ເກືອ                               1/4 ບ່ວງກາເຟ
  7. ແປ້ງນົວ                          1/2 ບ່ວງກາເຟ                               
  • ວິທີເຮັດ:
  1. ເອົາແມງແຄງໄປປີ້ງ ຫຼື ເອົາໄປຂົ້ວ.
  2. ເອົາໝາກເຜັດ, ຫົວຫອມບົ່ວ, ຫອມທຽມໄປປີ້ງໃຫ້ມັນສຸກຈາກນັ້ນກໍເອົາໄປຕໍາຕື່ມເກືອ, ແປ້ງນົວລົງໄປແລ້ວຕໍາຄົນໃຫ້ກັນຈາກນັ້ນກໍເອົາແມງແຄງລົງໄປຕໍາຄົນໃຫ້ເຂົ້າກັນອີກຮອບໜຶ່ງແລ້ວກໍຊີມເບິ່ງວ່າລົດຊາດໄດ້ແລ້ວບໍ? ຖ້າລົດຊາດໄດ້ຕາມທີ່ຕົນເອງຕ້ອງການແລ້ວຈາກນັ້ນກໍຊອຍໃບຫອມປ້ອມລົງແລ້ວຄົນໃຫ້ເຂົ້າກັນ ກໍສາມາດຮັບປະທານໄດ້!

ແນນນຳຮັບປະທານກັບເຂົ້າໜຽວອຸ່ນ ແລະ ລວມຜັກຫຼາຍຫຼາຍຊະນິດກັບ, ເປັນອາຫານພື້ນບ້ານຫາກີນໄດ້ຕາມລະດູການ, ອາຫານແຊບໆແບບບ້ານໆ.

ການປະກອບສ່ວນ