ເອາະໄກ່ໃສ່ໄຄແຫ່ວ
ເອາະໄກ່ໃສ່ໄຄແຫ່ວອາຫານພື້ນເມືອງ ແຂວງຊຽງຂວາງ
ເຮືອນຄົວລາວ
www.phakhaolao.la
ສ່ວນປະກອບ
- ຊີ້ນໄກ່ 0,5kg
- ໄຄແຫ່ວ ຕາມໃຈທີ່ຕ້ອງການ
- ໝາກແຄ່ນ 1/2 ບ່ວງກາເຟ
- ເຂົ້າເບຶອ 1 ບ່ວງແກງ
- ໃບຫອມບົ່ວ ຕາມໃຈຕ້ອງການ
- ເກືອ 1 ບ່ວງເກເຟ
- ແປ້ງນົວ 1 ບ່ວງກາເຟ
- ໝາກເຜັດປົ່ນ 1/2 ບ່ວງກາເຟ
ຂັ້ນຕອນໃນການເຮັດ
- ຕັ້ງໝໍ້ກະທະຂຶ້ນແລ້ວນໍາໄຄແຫ້ວມາຂົ້ວໃຫ້ແຫ້ງ ຫຼັງຈາກນັ້ນຍ່ອງ ຫຼື ຄັ້ນໃຫ້ມຸ່ນລະອຽດ
- ຄ້າງໝໍ້ນໍ້າໃຫ້ຮ້ອນ ໃສ່ເກືອ ແລະ ໝາກເຜັດ, ລໍຖ້າໃຫ້ໝໍ້ຟົດແລ້ວໃສ່ຊິ້ນໄກ່ລົງໄປ
- ຕໍາເຂົ້າເບືອໃຫ້ມຸ່ນລະອຽດ ແລ້ວໃສ່ໝໍ້ຕົ້ມຊິ້ນໄກ່
- ຫຼັງຈາກທີ່ເຂົ້າເບືອສຸກ ກໍນຳໝາກແຄ່ນໄປຕໍາໃຫ້ລະອຽດແລ້ວໃສ່ລົງໝໍ້
- ຫຼັງຈາກນັ້ນເອົາໄຄແຫ້ວທີ່ຍອງມຸ້ນລະອຽດນັ້ນ ເທລົງໝໍ້, ໃຊ້ເວລາຕົ້ມປະມານ 2-3 ນາທີ ເປັນອັນວ່າແລ້ວຮຽບຮ້ອຍ.