ເຕັກນິກການລ້ຽງກຸ້ງ

Soulivanh BOUNTHAMMY
ການລ້ຽງກຸ້ງ ອີກທາງເລືອກໜຶ່ງໃນການສ້າງອາຊີບ
ແນະນຳວິທີເຮັດ
https://www.google.com/search?biw=1280&bih=610&tbm=isch&sxsrf=ACYBGNQJZ2Y_6aS2Mvpok2BYP2PUVXKeHw%3A1570001810637&sa=1&ei=klOUXeLMJszl-AbJqYiICg&q=%E0%B8%81%E0%B8%B2%E0%B8%A3%E0%B9%80%E0%B8%A5%E0%B8%B5%E0%B9%89%E0%B8%A2%E0%B8%87%E0%B8%81%E0%B8%B8%E0%B9%89%E0%B8%87&oq=&gs_l=img.1.1.35i362i39l10.54636.54636..56313...1.0..0.0.0.......0....1..gws-wiz-img.....10.67CnYlCXlGg#imgdii=OdhfXy8KpcvtRM:&imgrc=hSw84ERqb9GTdM:
palangkaset.com

ການກະກຽມໜອງ
   ໜອງທີ່ໃຊ້ໃນການລ້ຽງກຸ້ງຕ້ອງມີຂະໜາດເໝາະສົມ, ໜອງບໍ່ເກີນ 3 ໄລ່, ເລິກປະມານ 80 ຊມ ແລະ ຕ້ອງກວດສອບໃຫ້ດີກ່ອນນໍາກຸ້ງລົງໜອງວ່າມີສັດນໍ້າອື່ນຢູ່ໃນໜອງບໍ່, ເພາະຖ້າມີ ສັດເຫຼົ່ານັ້ນອາດຈະກິນກຸ້ງ ຫຼື ອາຫານຂອງກຸ້ງທີ່ນໍາລົງໄປລ້ຽງໃນໜອງໄດ້ ແລະ ຈາກນັ້ນຕ້ອງກວດສອບສະພາບຂອງນໍ້າໃຫ້ລະອຽດວ່າມີຄ່າ pH ບໍ່ໃຫ້ຕໍ່າ ຫຼື ສູງເກີນໄປ, ຄ່າ pH ທີ່ເໝາະສົມຄວນຢູ່ລະຫວ່າງ 7-8.5.

ການນໍາກຸ້ງລົງໜອງ
   ຫຼັງຈາກທີ່ກວດສອບຄວາມພ້ອມຂອງນໍ້າ ແລະ ໜອງເປັນທີ່ຮຽບຮ້ອຍແລ້ວກໍ່ສາມາດນໍາກຸ້ງລົງລ້ຽງໄດ້ເຊິ່ງໜອງທີ່ມີຂະໜາດ 1 ໄລ່ ສາມາດໃສ່ກຸ້ງໄດ້ປະມານ 300.000 ໂຕ, ຈະເລີ່ມລ້ຽງກຸ້ງໃນລະຫວ່າງເດືອນ 4-5 ຂອງທຸກໆປີ, ຫຼັງຈາກນັ້ນແມ່ນນໍາໄປລ້ຽງຕໍ່ອີກປະມານ 7 ເດືອນ ກໍ່ສາມາດນໍາອອກຂາຍໄດ້.

ການໃຊ້ໃບພັດໃນໜອງ
    ການໃຊ້ໃບພັດໃນໜອງລ້ຽງກຸ້ງເປັນການເພີ່ມອອກຊີເຈນໃຫ້ກັບນໍ້າໃນໜອງເຊິ່ງມັນເປັນການດີຕໍ່ກຸ້ງ ເພາະກຸ້ງບໍ່ມັກຢູ່ບ່ອນນໍ້ານິ່ງ ແລະ ເຮັດໃຫ້ນໍ້າບໍ່ເສຍໄວ ບໍ່ຕ້ອງປ່ຽນນໍ້າຫຼາຍຄັ້ງ. 

ອາຫານ
    ອາຫານທີ່ໃຊ້ລ້ຽງກຸ້ງຈະມີລັກສະນະເປັນເມັດນ້ອຍໆ, ການໃຫ້ອາຫານກຸ້ງທີ່ຢູ່ໃນໜອງລ້ຽງແມ່ນຈະໃຫ້ມື້ລະ 2 ຄັ້ງຄື: ຕອນເຊົ້າ ແລະ ຕອນແລງ, ສ່ວນການໃຫ້ອາຫານກຸ້ງໃຫຍ່ທີ່ມີອາຍຢເກີນ 3 ເດືອນແມ່ນໃຫ້ມື້ລະ 3 ຄັ້ງຄື: ຕອນເຊົ້າ, ຕອນທ່ຽງ ແລະ ຕອນແລງ.

- ກຸ້ງທີ່ລ້ຽງໄດ້ປະມານ 7 ເດືອນຈະມີຂະໜາດໃຫຍ່ພໍທີ່ຈະນໍາໄປຂາຍໄດ້, ຈະມີການນໍາຂຶ້ນຈາກໜອງໂດຍໃຊ້ກະດຸ້ງ ຫຼື ແຫ.

ຂໍ້ມູນຈາກ: ຖານຂໍ້ມູນດິຈິຕອນ ເພື່ອການສົ່ງເສີມການພັດທະນາເສດຖະກິດ ແລະ ສັງຄົມ.

ການປະກອບສ່ວນ