ເຂົ້າໜົມດອກຊໍ້
ເຂົ້າໜົມດອກຊໍ້ເປັນເຂົ້າໜົມທີ່ຈັດຢູ່ໃນອາຫານພື້ນບ້ານ ເຍື່ອງຫນຶ່ງຂອງຊາວອຸດົມໄຊ, ເຮັດຈາກເຂົ້າປະສົມກັບດອກໄມ້ປ່າຊະນິດຫນຶ່ງ ທີ່ມີຊື່ວ່າ “ດອກຊໍ້”
ຕົ້ນດອກຊໍ້ ເປັນຕົ້ນໄມ້ຊະນິດຫນຶ່ງ ທີ່ເກີດຢູ່ປ່າ ຕົ້ນໃຫຍ່ສູງ ມີດອກ ແລະ ຫມາກ. ດອກຊໍ້ເລີ່ມຈໍ່ດອກແມ່ນໃນຕົ້ນເດືອນ 3 ຂອງທຸກປີ ແລະ ດອກຈະເລີ່ມບານ ປະມານອີກ 12-15 ວັນຕໍ່ມາ ພິເສດດອກຊໍ່ອອກດອກຢູ່ພຽງແຕ່ເດືອນດຽວ ແລ້ວດອກກໍ່ຈະຮ່ວງຫຼົ່ນ.
ເຂົ້າຫນົມດອກຊໍ້ຖືເປັນເຂົ້າໜົມພື້ນເມືອງຂອງຊາວອຸດົມໄຊ ຊາວບ້ານມັກຈະເຮັດເຂົ້າຫນົມຊະນິດນີ້ໃນຍາມບຸນປະເພນີຕ່າງໆເຊັ່ນ ປີໃຫມ່ລາວ, ເອົາໃສ່ພາຂວັນ ແລະ ເວລາມີບຸນບ້ານ ຫຼື ບຸນວັດ ແຕ່ລະຄອບຄົວຈະເຮັດເຂົ້າຫນົມນີ້ໄປທານ, ເວລາຫຼີ້ນບຸນບັ້ງໄຟ ຕາມປະເພນີ ແຕ່ລະເຮືອນ ກໍມີເຂົ້າຫນົມດອກຊໍ້ໄວ້ສູ່ແຂກສູ່ຄົນທີ່ມາຢ້ຽມຢາມ ແລະ ເອົາເປັນຂອງຕ້ອນຂອງຝາກ, ປັດຈຸບັນນີ້ ເຂົາເຈົ້າບໍ່ພຽງ ແຕ່ເຮັດເຂົ້າໜົມນີ້ໃນຍາມບຸນປະເພນີ ແຕ່ຍັງເຮັດເພື່ອຂາຍເປັນສິນຄ້າສ້າງລາຍຮັບເຂົ້າສູ່ຄອບຄົວຕະຫຼອດປີອີກດ້ວຍ.
ດັ່ງນັ້ນ ການເຮັດເຂົ້າຫນົມດອກຊໍ້ຈຶ່ງທັງແມ່ນການອະນຸຮັກ ສືບສານເສີມຂະຫຍາຍພູມປັນຍາຊາວບ້ານ ທີ່ມີມາແຕ່ບູຮານນະການ ທັງສ້າງຄຸນຄ່າທາງເສດຖະກິດຂອງຊາວເມືອງໄຊ ແຂວງອຸດົມໄຊ.
ສ່ວນປະກອບທີ່ສໍາຄັນ
- ເຂົ້າສານຫນຽວ 3 ກິໂລ (ເຂົ້າໄຮ່ ຫຼື ເຂົ້ານາກໍໄດ້)
- ດອກຊໍ້ທີ່ແຫ້ງແລ້ວປະມານ 3 ກໍາມື
- ນໍ້າຕານ 1,5 ກິໂລ (ນໍ້າອ້ອຍ 3 ປ່ຽງໃຫຍ່)
- ນໍ້າກະທິຫມາກພ້າວ 1 ຖ້ວຍແກງ
- ເກືອ
- ໃບຕອງກ້ວຍ ຈີກເປັນແຜ່ນກວ້າງປະມານ 20 ຊມ.
ຂັ້ນຕອນ ແລະວິທີປຸງແຕ່ງ
- ໜ່າເຂົ້າສານຫນຽວໄວ້ 1 ຄືນ ແລ້ວເອົາມາລ້າງ ແລະ ເຊິໃສ່ ຫວດ ຫຼື ກະຕ່າ ປະໄວ້ໃຫ້ສະເດັດນາໍ້ ແລ້ວເອົາໄປໂມ້ໃຫ້ເປັນແປ້ງຜົງ.
- ຕົ້ມຂ້ຽວນໍ້າອ້ອຍ ນໍ້າປະມານເຄິ່ງລິດ ໂດຍເອົາເກືອໃສ່ໜ້ອຍຫນຶ່ງ ແລ້ວຕອງເອົາແຕ່ປະມານ 1 ຈອກໃຫ່ຍ, (ຖ້າມັກ ຫວານກໍ່ເພີ່ມນໍ້າອ້ອຍ/ນໍ້າຕານຕື່ມຕາມໃຈ) ປະສົມໃສ່ກັບນາໍ້ກະທິ ທີ່ຄັ້ນກຽມໄວ້ແລ້ວ.
- ຕໍາ ຫຼື ບົດ ດອກຊ້ໍ້ໃຫ້ມຸ່ນ (ຖ້ານໍ້າແຫ້ງສາມາດໂມ້ປົນກັບເຂົ້າເລີຍກໍໄດ້)
- ເອົາທຸກສ່ວນປະກອບມາຄົນໃຫ້ເຂົ້າກັນ ເຮັດໃຫ້ ແປ້ງຫນຽວ, ປັ້ນເປັນກ້ອນນ້ອຍແລ້ວຈຶ່ງຫໍ່ດ້ວຍຕອງກ້ວຍ, ຫຼັງຈາກ ນັ້ນນາໍໄປຫນື້ງໃຫ້ສຸກ ແລ້ວກໍ່ສາມາດຮັບປະທານໄດ້.
ສູດອາຫານ ສືບສານພູມປັນຍາທ້ອງຖິ່ນ ອາຫານພື້ນບ້ານຂອງຊາວເມືອງ ແຂວງອຸດົມໄຊ