ສົ້ມໝູ

Andy Souvanhphukdee
ສົ້ມໝູ ອາຫານຫໍ່ໝົກ ອີກປະເພດໜຶ່ງທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍໃນລາວ, ນຳໄປຈີ່ດ້ວຍໄຟໃຫ້ສຸກ ຈະຊ່ວຍເພີ່ມລົດຊາດ ແລະ ກິ່ນຫອມ ຫຼື ຈະຮັບປະທານກັບເຂົ້າໜຽວຮ້ອນໆ ກໍ່ແຊບເຊັ່ນດຽວກັນ
ເຮືອນຄົວລາວ
https://www.youtube.com/watch?v=ygU8DgjlQbg
May Laos.kitchen

ເຄື່ອງປະກອບ
•  ຊີ້ນໝູສົດ 1,5 ກິໂລກຼາມ
•  ໜັງໝູ 1 ກິໂລກຼາມ
•  ກະທຽມແຫ້ງ 200 ກຼາມ
•  ເກືອ 2 ບ່ວງແກງ
•  ເຂົຶາໜຽວໜຶ້ງ 1 ປັ້ນ
•  ໝາກເຜັດຂີ້ໜູ 100 ກຼາມ
•  ໃບຕອງກ້ວຍ ພ້ອມຕອກມັດ ຫຼື ຢາງບ້ວງ

ວິທີປຸງແຕ່ງ
1.  ຊີ້ນໝູສົດ ບໍ່ໃຫ້ມີນໍ້າມັນຕິດ ບົດລະອຽດ ແລ້ວບີບເອົານໍ້າອອກໃຫ້ໝົດ ປະໄວ້ໃຫ້ສະເດັດນ້ຳ
2.  ຕົ້ມໜັງໝູໃຫ້ສຸກ ແລ້ວຊອຍເປັນເສັ້ນບາງໆ, ຜຶງລົມໃຫ້ສະເດັດນ້ຳ ຫຼື ບໍ່ໃຫ້ໜັງໝູຊຸ່ມນ້ຳ
3.  ຕຳກະທຽມກັບເກືອໃຫ້ລະອຽດ
4.  ລ້າງໝາກເຜັດຂີ້ໜູ ໃຫ້ສະອາດ ແລ້ວສະເດັດນ້ຳປະໄວ້
5.  ຜຶງໃບຕອງກ້ວຍຕາກລົມໃຫ້ຫ່ຽວໜ້ອຍໜຶ່ງ, ເຊັດໃຫ້ສະອາດ
6.  ປະສົມຊີ້ນໝູ, ໜັງໝູ, ເຂົ້າໜຶ້ງ ແລະ ຜັກທຽມກັບເກືອທີ່ກຽມໄວ້ ຄົນໃຫ້ເຂົ້າກັນຈົນທົ່ວ. ຈາກນັ້ນໃຫ້ຄັ້ນຊີ້ນໝູໄປເລື້ອຍໆ, ຄັ້ນຈົນກ່ວາຊີ້ນໝູຈະໜຽວ ບໍ່ຕິດມື
7.  ຈາກນັ້ນຈຶ່ງນຳມາຫໍ່ດ້ວຍຕອງ (ເວລາຫໍ່ກໍ່ເອົາໝາກພິກຂີ້ໜູໃສ່ພ້ອມ) ປະໄວ້ປະມານ 3-5ວັນ ກໍ່ສາມາດຮັບປະທານໄດ້
ຂໍ້ມູນເພີ່ມເຕີມຈາກ ປຶ້ມອາຫານລາວ (ວິທີເຮັດອາຫານເກັບໄວ້ກິນດົນ)

ວີດີໂອແນະນຳຈາກ May Laos.kitchen

ການປະກອບສ່ວນ