ສົ້ມຜັກກາດ

Andy Souvanhphukdee
ຜັກກາດສາມາດນຳມາເຮັດສົ້ມຜັກ ເພື່ອໄວ້ກິນໃນເຮືອນ ຫຼື ເຮັດຫຼາຍ ເພື່ອວາງຂາຍໃນຕະຫຼາດເປັນສິນຄ້າ
ເຮືອນຄົວລາວ
https://www.youtube.com/watch?v=_sNEl-xfEa4
Darly J

ສ່ວນປະສົມ
•    ຜັກກາດ 1 kg
•    ເກືອ 1 ບ່ວງແກງ
•    ຫົວຜັກທຽມ 4- 5 ກີບ

www.thai-thaifood.com
www.thai-thaifood.com

ຂັ້ນຕອນການປຸງແຕ່ງ
  1.  ເລືອກເອົາຕົ້ນຜັກກາດປູກ ທີ່ແກ່ ໃບກ້ວາງ
  2.  ນຳເອົາຜັກກາດທີ່ລ້າງສະອາດແລ້ວ ໄປຕາກແດດໃຫ້ແຫ້ງ ປະມານ 48 ຊົ່ວໂມງ
  3.  ນຳເອົາຜັກກາດແຫ້ງມາໃສ່ໄຫ ທີ່ກຽມໄວ້
  4.  ໃສ່ເກືອ 1 ບ່ວງແກງ ແລະ ຫົວຜັກທຽມ ປະມານ 4-5 ກີບ ປະສົມກັນຄົນໃຫ້ທົ່ວ, ວາງເຂົ້າໜຶ້ງ ຢອງໃສ່ທາງເທິງ ປະມານ 1 ກ້ອນນ້ອຍ
  5.  ປົກຝາໄຫດ້ວຍແຜ່ນຢາງ ມັດໃຫ້ແໜ້ນ. ປະຕາກແດດໄວ້ປະມານ 24 ຊົ່ວໂມງ

ຂໍ້ມູນຈາກ ປຶ້ມ ອາຫານບ້ານເຮົາ

ວີດີໂອຈາກ May Laos.kitchen

ການປະກອບສ່ວນ