ສະໝຸນໄພ ຊ່ວຍຮັກສາພະຍາດກະເພາະ

bouavone
ຊີວະນາໆພັນກະສິກຳ
phakhaolao.la
www.phakhaolao.la

ກະເພາະລໍາໄສ້ ຫຼື ເອີ້ນອີກຢ່າງໜຶ່ງວ່າ ລໍາໄສ້ອັກເສບ ເປັນພະຍາດທີ່ເກີດຈາກການລະຄາຍເຄືອງບໍລິເວນພາຍໃນກະເພາະອາຫານ ຊຶ່ງສາມາດເກີດຂຶ້ນໄດ້ໃນເວລາທີ່ສັ້ນ ໂດຍຈະມີອາການເຈັບຫຼາຍໆຄັ້ງເປັນໄລຍະເວລາດົນຈົນເກີດການອັກເສບຊໍຳເຮື້ອ ເຮັດໃຫ້ເກີດມີບາດແຜໃນກະເພາະລໍາໄສ້ ລວມໄປເຖິງຄວາມສ່ຽງຕໍ່ການເປັນພະຍາດມະເຮັງກະເພາະອາຫານໄດ້ ຊຶ່ງຕາມການຮັກສາໂດຍວິທີພື້ນເມືອງແລ້ວ ໄດ້ນຳໃຊ້ພືດຊະນິດຕ່າງໆເພື່ອປິ່ນປົວໃນເບື້ອງຕົ້ນ ເຊັ່ນ:

ປໍແດງ: ເປືອກຫຸ້ມແກ່ນຂອງປໍແດງມີສັບພະຄຸນຊ່ວຍແກ້ອາການຂາດນ້ຳ ແລະ ແກ້ລຳໄສ້ອັກເສບ ແລະ ໝາກຍັງສາມາດແກ້ອາການຖອກທ້ອງ, ຮັກສາບາດແຜໃນກະເພາະ ແລະ ລຳໄສ້ໄດ້ດີ.

ຜັກຖ່ອນ: ຕົ້ນຜັກຖ່ອນມີສັບພະຄຸນທາງດ້ານການຢາໂດຍສະເພາະຮັກສາໂລກກະເພາະ ຫຼື ພະຍາດທີ່ກ່ຽວກັບການຖືພາຂອງຜູ້ຍິງ ເປັນຢາຕ້ານກັບໂລກມະເຮັງ.

ເຍົາແດງ: ໂດຍໃຊ້ຮາກຂອງຕົ້ນເຍົາແດງໄປຕົ້ມດື່ມເປັນຢາຮັກສາລໍາໄສ້ໄດ້ດີ ແລະ ຊ່ວຍຍ່ອຍອາຫານ.

ສະຕໍເບີລີ້ປ່າ: ໃບ ແລະ ກ້ານຂອງຕົ້ນສະຕໍເບີລີ້ປ່າ ນອກຈາກຈະເປັນຢາດັບພິດຮ້ອນ,ຖອນພິດໄຂ້ແລ້ວຍັງມີສັບພະຄຸນເປັນຢາດີກະເພາະເປັນບາດແຜ ໂດຍການຄັ້ນເອົານ້ຳ 1 ຈອກແລ້ວນຳໄປຕົ້ມໃຫ້ເຫຼືອເຄິ່ງຈອກ ແລ້ວດື່ມ.

ຕົ້ນເບັນໂຄກ: ໃບຂອງຕົ້ນເບັນໂຄກນອກຈາກຈະເປັນຢາຫຼຸດໄຂ້, ໃບທຽນສົດ ຫຼື ແຫ້ງນຳມາຕົ້ມເອົານ້ຳມາໃຊ້ບ້ວນປາກ ແລະ ຄໍຊ່ວຍແກ້ອາການເຈັບຄໍໄດ້, ດືື່ມແກ້ອາການຖອກທ້ອງໄດ້ດີໃນເດັກນ້ອຍ(ໃບ ແລະ ຍອດອ່ອນ),ຍັງສາມາດແກ້ອາການເຈັບທ້ອງ, ແກ້ບິດ ແລະ ກະເພາະອາຫານຜິດປົກກະຕິອີກດ້ວຍ.

 

ພືດດັ່ງກ່າວຂ້າງເທິງນັ້ນເປັນພຽງສ່ວນນ້ອຍໆຈາກພືດສະໝຸນໄພຫຼາຍຊະນິດທີ່ມີສັບພະຄຸນຮັກສາພະຍາດກະເພາະ ເຊິ່ງການນຳໃຊ້ຄວນນຳໃຊ້ໃຫ້ຖືກວິທີ, ສຶກສາຂັ້ນຕອນຈາກຊ່ຽວຊານ ຫຼື ແພດໝໍ ເພື່ອຄວາມປອດໄພຂອງທ່ານເອງ. ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບຊະນິດພັນພືດທີ່ມີສັບພະຄຸນທາງການຢາ ທ່ານສາມາດສຶກສາໄດ້ເພີ່ມເຕີມທີ່ ລະບົບແລກປ່ຽນຖານຂໍ້ມູນຄວາມຮູ້ອອນໄລນ໌ທີ່ເວົ້າເຖິງຊີວະນາໆພັນກະສິກຳລາວ https://www.phakhaolao.la/kb

 

ການປະກອບສ່ວນ