ວິທີການສ້າງສວນກ້າເບ້ຍໄມ້

Andy Souvanphakdy
ສ້າງສວນກ້າເບ້ຍໄມ້ ໄວ້ເພື່ອເປັນບ່ອນອະນຸບານ, ຂະຫຍາຍພັນ, ເກັບຮວບຮວມພັນໄມ້ ຫຼື ໄວ້ຂາຍສ້າງລາຍຮັບ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ສວນກ້າແມ່ນຫຍັງ?

ສວນກ້າແມ່ນບ່ອນອະນຸບານ, ຂະຫຍາຍພັນ ແລະ ບ່ອນເກັບລວບລວມພັນໄມ້ຫຼາກຫຼາຍຊະນິດມາເກັບໄວ້ບ່ອນດຽວກັນ. ນອກນັ້ນຍັງຊ່ວຍໃຫ້ຕົ້ນໄມ້ມີຄວາມແຂງແຮງ ແລະ ສວຍງາມ ເພື່ອໄວ້ສຶກສາຄົ້ນຄວ້າ, ໄວ້ປູກປະດັບຕາມອາຄານ ຫຼື ຈັດຈຳໜ່າຍຕາມທ້ອງຕະຫຼາດ ແລະ ອື່ນໆເປັນຕົ້ນ.

ການຄັດເລືອກສະຖານທີ່ສ້າງສວນກ້າເບ້ຍໄມ້

ສະຖານທີ່ຈະສ້າງສວນກ້າເບ້ຍໄມ້ໃຫ້ເໝາະສົມນັ້ນ ຄວນເປັນພື້ນທີ່ຮາບພຽງດິນບໍ່ລຸບ ຫຼື ໂນນຈົນເກີນໄປ, ເປັນພື້ນທີ່ ທີ່ຢູ່ໃກ້ກັບແຫຼ່ງນໍ້າ ຫຼື ມີລະບົບຊົນລະປະທານ, ບໍ່ມີນໍ້າຖ້ວມຂັງ, ມີເສັ້ນທາງ ເຂົ້າ-ອອກ ສະດວກສະບາຍໃນການປະຕິບັດໜ້າທີ່ວຽກງານຕ່າງໆ, ເປັນບ່ອນທີ່ໄດ້ຮັບແສງແດດພຽງພໍ ແລະ ສາມາດຖ່າຍເທອາກາດໄດ້ດີ ເພື່ອໃຫ້ເບ້ຍໄມ້ມີຄວາມແຂງແຮງ, ສາມາດຈະເລີນເຕີບໄດ້ດີ, ປາສະຈາກເຊື້ອພະຍາດ ແລະ ສັດຕູພືດຕ່າງໆອີກດ້ວຍ.

ວິທີການສ້າງສວນກ້າ

ກ. ການກະກຽມພື້ນທີ່ສໍາລັບການສ້າງສວນກ້າ:

ສະພາບພື້ນທີ່ເໝາະສົມໃນການສ້າງເປັນສວນກ້າເບ້ຍໄມ້ນັ້ນຕ້ອງຮາບພຽງ ແລະ ສະໝໍ່າສະເໝີກັນ, ຖ້າພື້ນທີ່ມີຄວາມຄ້ອຍຊັນ ແມ່ນແນະນໍາໃຫ້ໃຊ້ຫີນ ຫຼື ໄມ້ ເພື່ອສ້າງເປັນກໍາແພງຕ້ານການເຊາະເຈື່ອນຂອງດິນ. ພື້ນທີ່ ທີ່ຈະເຮັດສວນກ້າ ນັ້ນຄວນມີການຍົກລະດັບໜ້າດິນຂຶ້ນສູງປະມານ 20-30 ຊັງຕີແມັດ ເພື່ອໃຫ້ພື້ນທີ່ດັ່ງກ່າວສາມາດລະບາຍນໍ້າໄດ້ດີ, ເພື່ອຫຼີກລ່ຽງບັນຫານໍ້າຖ້ວມຂັງ, ການຕິດເຊື້ອພະຍາດໄດ້ງ່າຍ ແລະ ບັນຫາອື່ນໆທີ່ຕາມມາອີກດ້ວຍ.

ຂ. ການກະກຽມອຸປະກອນໃນການສ້າງສວນກ້າ

ວັດສະດຸໃນການສ້າງສວນກ້າປະກອບມີ:

  •  ໄມ້ເສົາ: ສາມາດເຮັດດ້ວຍເຫຼັກ, ໄມ້ແກນຫຼ້ອນ, ໄມ້ປ່ອງ ແລະ ອື່ນໆ
  • ໂຄງຫຼັງຄາ: ສາມາດເຮັດດ້ວຍເຫຼັກ, ໄມ້ປ່ອງ ແລະ ອື່ນໆ
  • ຫຼັງຄາ: ສາມາດມຸງດ້ວຍແສດຳ (50%-70%), ກະແຕະໄມ້ປ່ອງ, ໃບໄມ້ (ໃບພ້າວ, ໃບຕາວ ແລະ ອື່ນໆ)
  • ໂຕະລຽນເບ້ຍໄມ້: ສາມາດເຮັດດ້ວຍເຫຼັກ, ໄມ້ແກນຫຼ້ອນ, ໄມ້ປ່ອງ ແລະ ອື່ນໆໃນກໍລະນີທີ່ຈະສ້າງເປັນ
  • ສວນກ້າຊົ່ວຄາວບໍ່ຈຳເປັນມີໂຕະກໍໄດ້ 

ການສ້າງໂຄງເຮືອນສວນກ້າ

ການສ້າງໂຄງເຮືອນສວນກ້າປະກອບມີຫຼາຍແບບ ແລະ ຫຼາຍວິທີຂຶ້ນກັບຈຸດປະສົງໃນການສ້າງ, ຂຶ້ນກັບງົບປະມານ ແລະ ອື່ນໆ ສ່ວນໃຫຍ່ແລ້ວຈະປະກອບມີ 3 ຮູບແບບຄື: ສວນກ້າແບບຖາວອນ, ສວນກ້າແບບເຄິ່ງຖາວອນ ແລະສວນກ້າແບບຊົ່ວຄາວ.

ສວນກ້າແບບຖາວອນສວນກ້າຖາວອນ ແມ່ນສວນກ້າທີ່ສ້າງຂຶ້ນໂດຍມີຈຸດປະສົງເພື່ອເປັນບ່ອນຜະລິດ ແລະ ດູແລຮັກສາເບ້ຍໄມ້ທີ່ແນ່ນອນ ແລະ ມີອາຍຸການໃຊ້ງານຫຼາຍກວ່າ 6 ປີຂຶ້ນໄປ. ປົກກະຕິຈະມີຂະໜາດປານກາງປະມານ 10x20 ແມັດ(ຂຶ້ນກັບຫງົບປະມານ ແລະ ຈໍານວນເບ້ຍໄມ້), ມີຮູບແບບການສ້າງທີ່ໝັ້ນຄົງ, ເຊິ່ງໂຄງສ້າງທັງໝົດບໍ່ວ່າຈະເປັນເສົາ ຫຼື ໂຄງຫຼັງຄາຈະເຮັດດ້ວຍເຫຼັກ ຫຼື ໄມ້ແປຮູບກໍໄດ້. ສ່ວນຝາອ້ອມສວນກ້າຈະໃຊ້ໄມ້ດິ້ວຕີອ້ອມແບບດິ້ວເວັ້ນດິ້ວເພື່ອປ້ອງກັນສັດລ້ຽງເຂົ້າມາທຳລາຍເບ້ຍໄມ້, ມີການສ້າງປະຕູທາງເຂົ້າ 3 ດ້ານຄື: ທາງໜ້າ, ທາງຂ້າງ ແລະ ທາງຫຼັງ,ຫຼັງຄາມຸງດ້ວຍແສດຳ (50% ຫຼື 70%), ພາຍໃນສວນກ້າຈະສ້າງໂຕະທີ່ເຮັດດ້ວຍເຫຼັກ ຫຼື ໄມ້ແປຮູບເພື່ອລຽນເບ້ຍໄມ້ທີ່ຕ້ອງການດູແລຮັກສາເປັນພິເສດ, ພື້ນສວນກ້າປູດ້ວຍຫີນ, ດິນຈີ່ ຫຼື ຊີມັງ ແລະ ມີການເຮັດຮ່ອງລະບາຍນໍ້າເພື່ອຮັກສາຄວາມຊຸ່ມຊື່ນ ແລະ ລະບາຍນໍ້າໄດ້ດີຂຶ້ນ. ສວນກ້າແບບຖາວອນແບບນີ້ສ່ວນໃຫຍ່ແມ່ນສ້າງຂຶ້ນເພື່ອຜະລິດ, ດູແລຮັກສາພືດທີ່ຫາຍາກ ແລະ ມີຄຸນຄ່າທາງເສດຖະກິດ

ສວນກ້າແບບເຄິ່ງຖາວອນ: ສວນກ້າເຄິ່ງຖາວອນ ແມ່ນສ້າງຂຶ້ນເພື່ອເປັນບ່ອນຜະລິດ ແລະ ດູແລຮັກສາເບ້ຍໄມ້ໃນປະລິມານຫຼາຍເປັນແສນໆເບົ້າເພື່ອໃຊ້ໃນການປູກປ່າ ຫຼື ຈຳໜ່າຍຕາມຄວາມຕ້ອງການຂອງຕະຫຼາດ. ດັ່ງນັ້ນສວນກ້າຈະມີຂະໜາດໃຫຍ່ຂຶ້ນກັບຈຳນວນຂອງເບ້ຍໄມ້ທີ່ຕ້ອງການໃນແຕ່ລະປີ. ປົກກະຕິຈະມີອາຍຸປະມານ 3-5 ປີ, ມີຂະໜາດ 20x40 ຂຶ້ນໄປຮູບຮ່າງຂອງສວນກ້າເປັນແບບງ່າຍໆ. ມີໂຄງສ້າງເປັນໄມ້ເນື້ອແຂງ ແລະ ໄມ້ປ່ອງ, ເຊິ່ງເສົາເຮັດດ້ວຍໄມ້ແກນຫຼ້ອນແລະ ໂຄງຫຼັງຄາເຮັດດ້ວຍໄມ້ປ່ອງ (ຕ້ອງປ່ຽນໄມ້ທຸກໆ 3-5 ປີ), ຫຼັງຄາສາມາດມຸງດ້ວຍແສດຳ (50%, 70%) ໂຕະເຮັດດ້ວຍໄມ້ປ່ອງທັ້ງໝົດ ແລະ ອາດຈະເຮັດຝາອ້ອມສວນກ້າ ຫຼື ບໍ່ເຮັດກໍ່ໄດ້, ສ່ວນພື້ນສວນກ້າຄວນປັບໃຫ້ພຽງມີການເຮັດຮ່ອງລະບາຍນໍ້າເພື່ອໃຫ້ລະບາຍນໍ້າໄດ້ດີຂຶ້ນ.

ສວນກ້າແບບຊົ່ວຄາວ: ສວນກ້າແບບຊົ່ວຄາວເປັນສວນກ້າທີ່ສ້າງຂຶ້ນເພື່ອເກັບຮັກສາເບ້ຍໄມ້ຊົ່ວຄາວ ຫຼື ອາດໃຊ້ເປັນບ່ອນຜະລິດເບ້ຍໄມ້ໄດ້ແຕ່ຕ້ອງໄດ້ມີການປັບປຸງທຸກປີ. ເຊິ່ງຈະມີອາຍຸການໃຊ້ງານ 1-2 ປີເທົ່ານັ້ນ. ວັດສະດຸທີ່ຈະນໍາມາສ້າງບໍ່ຈຳເປັນຕ້ອງມີຄວາມທົນທານສູງ ເຊິ່ງເຮົາສາມາດຫາໄດ້ເອງເຊັ່ນ: ເສົາເຮັດດ້ວຍໄມ້ຈິງ ຫຼື ໄມ້ປ່ອງ, ໂຄງຫຼັງຄາເຮັດດ້ວຍໄມ້ປ່ອງ ແລະ ຫຼັງຄາສາມາດມຸງດ້ວຍໄມ້ປ່ອງຜ່າເປັນດິ້ວ ສານລຽນສະຫຼັບດິ້ວເວັ້ນດິ້ວ ຫຼື ນຳໃຊ້ໃບໄມ້ຕ່າງໆມາມຸງເຊັ່ນ: ໃບພ້າວ, ໃບຕາວ ແລະ ອື່ນໆ ເຊິ່ງເຮົາຈະໃຫ້ແສງຜ່ານໄດ້ປະມານ 50% ເທົ່ານັ້ນ.

ສ່ວນວີທີການຈັດລຽງຕຳແໜ່ງເບ້ຍໄມ້ພາຍໃນສວນກ້າແມ່ນມີ 3 ແບບດ້ວຍກັນເຊັ່ນ:

  • ການຈັດລຽງຢູ່ພື້ນດິນ
  • ການຈັດລຽງຢູ່ເທິງໂຕະ
  • ການຈັດລຽງແບບເກາະຫ້ອຍ

 

ສວນພຶກສາຊາດ ຜາຕັດແກ້

ການປະກອບສ່ວນ