ປົ່ນປານິນ

Andy Souvanhphukdee
ປົ່ນປາ ອາຫານຈາກຊົນເຜົ່າລາວລຸ່ມ ສາມາດເລືອກກິນໄດ້ກັບຜັກລວກຫຼາກຫຼາຍຊະນິດ ເຊັ່ນຜັກກະລຳ, ຫົວກະລົດ, ໜໍ່ໄມ້ຕົ້ມ, ໝາກເຂືອ, ໝາກຖົ່ວ
ເຮືອນຄົວລາວ
May Laos. Kitchen

ສ່ວນປະສົມ
•  ປານິນ 1 ໂຕນ້ອຍ ຂະໜາດປະມານ 25 ຊມ
•  ນໍ້າ 2-3 ຈອກ
•  ປາແດກ 3 ບ່ວງແກງ
•  ຫົວຜັກບົ່ວ 5 ຫົວ
•  ກະທຽມ 1 ຫົວ
•  ໝາກເຜັດ 8 ໜ່ວຍ
•  ຜັກຫອມປ້ອມຊອຍ 2 ບ່ວງແກງ
•  ຜັກຫອມບົ່ວ 2 ບ່ວງແກງ
•  ເກືອ ຫຼື ນ້ຳປາ ສຳລັບເພີ່ມເຕີມລົດຊາດ

ຜັກກັບ
•  ໝາກຊູ 4 ໜ່ວຍນ້ອຍ
•  ໝາກນອຍຍາວ 2 ໜ່ວຍ (6-8 ໜ່ວຍນ້ອຍ)
•  ຍອດຂ່າ 1 ມັດ

ສຳລັບ 2-4 ຄົນ

ວິທີການ
1. ຕົ້ມນໍ້າ ແລ້ວນຳປາແດກລົງໃສ່
2. ລ້າງປາ ນຳຫາງອອກ ແລ້ວຕັດເຄິ່ງເພື່່ອນຳໄປຕົ້ມປະມານ15 ນາທີ, ຕົ້ມສຸກແລ້ວໃຫ້ຕັກອອກ ປ່ອຍໄວ້ໃຫ້ເຢັນ 
3. ຈີ່ກະທຽມ, ຫົວຜັກບົ່ວ ແລະ ໝາກເຜັດຈົນສຸກ ຫຼື ຈົນເປືອກໄໝ້ກາຍເປັນສີດຳ
4. ເອົາເປືອກດຳ ທີ່ໄຫ້ມອອກໃຫ້ໝົດ ແລ້ວໃສ່ລົງໃນຄົກ ຕຳທຸກຢ່າງໃຫ້ເຂົ້າກັນ
5. ນຳປາອອກຈາກນໍ້າໝໍ້, ໃສ່ພຽງຊີ້ນ ແລະ ໜັງປາ ລົງໃນຄົກທີ່ຕຳກະທຽມ ແລ້ວຕຳທຸກຢ່າງໃຫ້ເຂົ້າກັນອີດເທື່ອໜຶ່ງ, ຫຼັງຈາກນັ້ນກໍໃສ່ນໍ້າຕົ້ມປາລົງໄປໃນຄົກ ພ້ອມເກືອ ຫຼື ນໍ້າປາ
6. ຕັກໃສ່ຖ້ວຍ ແລ້ວນຳຜັກຫອມປ້ອມ ໂຮຍໃສ່ໜ້າ

ສຳລັບຜັກກັບ
1. ນຳນໍ້າ 4 ຈອກໃສ່ໝໍ້ແລ້ວຕົ້ມ
2. ກຽມຜັກ ຜ່າເຄິ່ງໝາກຊູ, ໝາກໜໜອຍຍາວ ແລະ ຫັກຍອດຂ່າໃຫ້ຍາວ 10 ຊມ ຫຼັງຈາກນັ້ນໃຫ້ນຳໄປຕົ້ມ
3. ສາມາດນຳໄປໜຶ້ງແທນການຕົ້ມ
4. ຕັກໃສ່ຈານ ຫຼື ຖ້ວຍ

 ເພື່ອຄວາມແຕກຕ່າງ

ສາມາດໃສ່ໝາກເຂືອເປັນສ່ວນປະສົມໄດ້

ຂໍ້ມູນສ່ວນໃຫ່ຍມາຈາກ ອາຫານຈາກພາກເໜືອລາວ ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ

ວີດີໂອຈາກ May Laos. Kitchen


 

ການປະກອບສ່ວນ