ປາຢ້າງ (ປາແຫ້ງ)
ປາຢ້າງແຫ້ງ ໜຶ່ງໃນເມນູອາຫານທ້ອງຖິ່ນທີ່ປະຊາຊົນລາວລາວນິຍົມນຳມາເຮັດໄວ້ກິນ ເປັນເວລາດົນນານມາແລ້ວ ເຊິ່ງສາມາດນຳມາປຸງແຕ່ງອາຫານໄດ້ຫຼາຍຢ່າງເຊັ່ນ: ປີ້ງ, ເອາະ, ແກງ ຫຼື ແຈ່ວ ເປັນຕົ້ນ
ເຮືອນຄົວລາວ
phakhaolao.la
ສ່ວນປະສົມ
- ປາ ຊະນິດໃດກໍໄດ້ 10 ໂຕ
- ເກືອ 1/2 ບ່ວງຊາ
- ຫົວຜັກທຽມ 1 ຫົວ
- ນໍ້າຕານ 1/2 ບ່ວງຊາ
ວິທີປຸງແຕ່ງ
- ນຳປາມາຄົວ ແລະ ລ້າງໃຫ້ສະອາດ
- ທຸບ ຫຼື ຕຳກະທຽມໃຫ້ມຸ່ນ
- ນຳເກືອ, ນໍ້າຕານ ກະທຽມ ແລະ ປາ ມາຄົນໃສ່ກັນໃຫ້ທົ່ວ ແລ້ວ ນຳໄປຕາກແດດກ້າ ປະມານ 1 ມື້
- ຫຼັງຕາກແດດແຫ້ງແລ້ວ ກໍນຳມາຢ້າງໄຟ ໂດຍໃຊ້ເຕົາຖ່ານ ແລະ ໃຊ້ໄຟອ່ອນ ເພື່ອໃຫ້ຊີ້ນມາສຸກເຫຼືອງ
- ຫຼັງຈາກຢ້າງໄຟຈົນຊີ້ນປາເຫຼືອງແຫ້ງດີແລ້ວ ກໍສາມາດນຳມາປະກອບອາຫານໄດ້ ຫຼື ຈະເກັບໃສ່ຖົງຢ່າງ ໄວ້ໃນຕູ້ເຢັນກໍໄດ້