ປາປີ້ງທົບ

Kedsalin
ປາປີ້ງທົບ ຫຼື ປາພັບ ປີ້ງຮ້ອນໆຍັດໄສ້ສະໝຸນໄພຈາກໝາກແຄ່ນ ເຮັດໃຫ້ມີກິ່ນຫອມ
ເຮືອນຄົວລາວ
phakhaolao.la
phakhaolao.la

ໝາກແຄ່ນ ພືດເປັນຢານິຍົມໃຊ້ເປັນເຄື່ອງເທດສະໝຸນໄພ ຮັກສາກະເພາະ ແລະ ພະຍາດລຳໄສ້

phakhaolao.la

ສ່ວນປະກອບ

  • ປາ 1 ໂຕ
  • ຫົວສີໄຄ 3 ຫົວ
  • ຫອມບົວແຫ້ງ 3 ຫົວ
  • ໃບຂີ້ຫູດ 3 ໃບ
  • ໝາກແຄ່ນ 1 ບ່ວງກາເຟ
  • ໝາກເຜັດດິບ 5 ໝາກ
  • ຮາກຫອມປ້ອມ 5 ຮາກ
  • ຜັກຊີ 5 ຕົ້ນ
phakhaolao.la

 

ວິທີປຸງແຕ່ງ:

  1. ນຳປາມາຄົວ,ແພ່ອອກ ແລ້ວລ້າງໃຫ້ສະອາດ
  2. ຕຳຫົວສີໄຄ,ຫອມບົວແຫ້ງ,ໝາກແຄ່ນ,ໝາກເຜັດດິບ, ຮາກຫອມປ້ອມ, ຜັກຊີ ແລະ ໃບຂີ້ຫູດ ໃຫ້ລະອຽດ, ປຸງລົດຕາມໃຈມັກ
  3. ເອົາເຄື່ອງທີ່ຕຳແລ້ວນັ້ນມາເອືອບໃສ່ປາ
phakhaolao.la

 

4. ຫັກທົບຫົວກັບຫາງປາເຂົ້າຫາກັນ ແລ້ວໃຊ້ໄມ້ຫີບຄີບ ເອົາໄມ້ຕອກມັດໃຫ້ແໜ້ນດີ

5. ນຳໄປປີ້ງ ໃຊ້ໄຟປານກາງ ປະມານ 60 ນາທີ ຫຼື ຈົນກວ່າປາສຸກດີ

6. ພ້ອມຮັບປະທານກັບລວກຜັກ ແລະ ແຈ່ວແຊບໆ
 

phakhaolao.la

 

ການປະກອບສ່ວນ