ປະໂຫຍດຂອງແມງແຄງພິຄາດ

Sakhone INTHAVONG
ແມງແຄງເປັນແມງໄມ້ກຳຈັດຝູງບົ້ງສາລີ
ແນະນຳວິທີເຮັດ
ປະໂຫຍດຂອງແມງແຄງພິຄາດ
phakhaolao.la

ແມງແຄງພິຄາດ ຫຼື ໂຕຫ້ຳ ( ແມງໄມ້ກິນແມງ ) ມີບົດບາດໃນການຄວບຄຸມ ແລະ ກຳຈັດຝູງບົ້ງສາລີ (ໂດຍສະເພາະໃນໄລຍະທີ່ຍັງເປັນໂຕບົ້ງ) ທີ່ເປັນສັດຕູຮ້າຍແຮງຂອງສາລີ ທີ່ສຳຄັນມັນຈະບໍ່ທຳລາຍແມງໄມ້ທີ່ມີປະໂຫຍດເຊັ່ນ: ແຕນບຽນ, ໂຕຫ້ຳຊະນິດອື່ນ ແລະ ແມງໄມ້ປະສົມເກສອນ ສະນັ້ນທາງເລືອກໃນການໃຊ້ແມງໄມ້ຊະນິດນີ້ໃນການກຳຈັດສັດຕູພືດຖືເປັນທາງເລືອກໜຶ່ງທີ່ໄດ້ຮັບຜົນ ແລະ ປອດໄພຕໍ່ສິ່ງແວດລ້ອມ ລວມເຖິງຊາວກະສິກອນຜູ້ປູກສາລີອີກດ້ວຍ. ສະນັ້ນພວກເຮົາຈຶ່ງນຳເອົາວິທີການລ້ຽງແມງແຄງພິຄາດມາຝາກກັນເຊິ່ງມີດັ່ງນີ້:

ອຸປະກອນມີ:

  1. ກ່ອງຢາງ ຫຼື ແບບແກ້ວໃສ ( ເຈາະປ່ອງ ແລະ ໃສ່ຕາໜ່າງຖີ່).
  2. ສຳລີ (ສຳລັບຊຸບນ້ຳໃຫ້ແມງແຄງພິຄາດ).
  3. ຖາດ, ຟອຍຂະໜາດນ້ອຍ, ມີດຕັດ, ຄັດເຕີ້.
  4. ອາຫານສຳລັບການລ້ຽງຄື ໜອນນົກຊະນິດ Zophobas morio Fabricius.
  5. ໂຕະ ຫຼື ຊັ້ນວາງລ້ຽງແມງແຄງພິຄາດ.
  6. ໃບໄມ້ຈິງ ຫຼື ແບບປອມກໍໄດ້ (ເປັນບ່ອນລີ້ອາໄສຂອງແມງແຄງພິຄາດ).
  7. ຫ້ອງລ້ຽງ (ທີ່ສາມາດຄວບຄຸມອຸນຫະພູມໄດ້ດີ).

ຂັ້ນຕອນການລ້ຽງມີຄື:

  1. ນຳແມງແຄງພິຄາດປະມານ 4-5 ໂຕ  ແລະ ໜອນນົກ 1-2 ໂຕ ລົງໃນກ່ອງ.
  2. ເມື່ອແມງພິຄາດວາງໄຂ່ໃຫ້ແຍກພໍ່ແມ່ພັນອອກ.
  3. ໄລຍະທີ 1-2 ແມງແຄງຈະຍັງບໍ່ທັນກິນອາຫານ.
  4. ໄລຍະທີ 3 ແມງແຄງຈະເລີ່ມກິນໜອນນົກຈຳນວນຫຼາຍ ແລະ ແຂງແຮງສາມາດລ່າເຫຍື່ອໄດ້ໄວ ແລະ ຫຼາຍ.
  5. ໄລຍະ 4-5 ມັນຈະກິນອາຫານເພີ່ມຂຶ້ນເລື້ອຍໆ. (ໃນໄລຍະນີ້ຄວນໃຫ້ອາຫານພຽງພໍ ບໍ່ດັ່ງນັ້ນ ມັນຈະກິນກັນເພື່ອຄວາມຢູ່ລອດ)
  6. ຫຼັງຈາກໂຕເຕັມທີ່ແມ່ນໃຫ້ນຳໄປແຍກກ່ອງໃໝ່ເພື່ອຂະຫຍາຍພັນຕໍ່ໄປ.

ສຳລັບໄລຍະການນຳແມງພິຄາດໄປປ່ອຍໃນພື້ນທີ່ການລະບາດຂອງຝູງບົ້ງສາລີແມ່ນໄລຍະທີ 3 ຂອງການລ້ຽງ ໂດຍການປ່ອຍ ແມ່ນ 1.000 ໂຕ/ໄລ່.

ຂໍ້ມູນຈາກ: ສູນປ້ອງກັນພືດ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້

ການປະກອບສ່ວນ