ບຸນຄູນລານເຂົ້າ

Andy Souvanhphukdee
ປະຊາຊົນລາວ ສະໄໝບູຮານ ເພິ່ນພາກັນນິຍົມເຮັດບຸນນີ້ ກໍ່ເພາະວ່າເຂົ້າມີປະໂຫຍດເໜືອກວ່າສິ່ງໃດ. ຖ້າໄດ້ເຮັດບຸນໃຫ້ຂັວນເຂົ້າແລ້ວ, ຕາມຄວາມເຊື້ອຂອງຄົນລາວບູຮານເພິ່ນເວົ້າວ່າ ກິນບໍ່ໝົດຈົກບໍ່ລົງດັ່ງນີ້ເປັນຕົ້ນ.
ພູມປັນຍາທ້ອງຖິ່ນ
http://www.watmai.com.au/37383768373737163769373737493762373737763714377137853762.html
watmai.com.au

ມູນເຫດແຫ່ງການເຮັດບຸນຄູນເຂົ້າ
ຄັ້ງເມື່ອພະພຸດທະສາຫນາ ຂອງພະສໍາມາສຳພຸດທະເຈົ້າ ພະນາມ ວ່າກັດສະປະພຸ້ນ, ຍັງມີອ້າຍນ້ອງສອງຄົນພາກັນໄປເຮັດນາດ້ວຍກັນ “ ນ້ອງເປັນຄົນທີ່ມີສັດທາມັກເຮັດບຸນເລື້ອຍໆ ຈິ່ງຊວນອ້າຍເຮັດບຸນເຂົ້າເກົ້າທານຕໍ່ປີ ແຕ່ຜູ້ເປັນອ້າຍນັ້ນ ບໍ່ພ້ອມໃຫ້ເຮັດ. ເປັນຢ່າງນັ້ນທັງສອງຈິ່ງແບ່ງນາກັນຄົນລະເຄິ່ງ ພໍນ້ອງໄດ້ນາ ເຄິ່ງຫນຶ່ງແລ້ວກໍດີໃຈ ເພາະຈະໄດ້ຖວາຍທານຕາມໃຈຕ້ອງການຄື:
ຄັ້ງທີ່ 1: ກ່ອນຫວ່ານກ້າ
ຄັ້ງທີ່ 2: ເມື່ອເຂົ້າເປັນນ້ຳນົມ
ຄັ້ງທີ່ 3: ເມື່ອເຂົ້າເປັນເຂົ້າເໝົ້າ
ຄັ້ງທີ່ 4: ເມື່ອເຂົ້າເປັນເຂົ້າຮາງ
ຄັ້ງທີ່ 5: ກ່ອນຈະເກັບກ່ຽວ 
ຄັ້ງທີ່ 6: ເມື່ອເກັບກ່ຽວແລ້ວ 
ຄັ້ງທີ່ 7: ເມື່ອເອົາເຂົ້າໄປຕີ
ຄັ້ງທີ່ 8: ກ່ອນຈະຄູນລານເຂົ້າ 
ຄັ້ງທີ່ 9: ເວລາຄູນແລ້ວຈະຂົນເຂົ້າເມືອໃສ່ເລົ້າ ແລະ ເຍຍ ກໍ່ຖະຫວາຍທານ ອີກຄັ້ງຫນຶ່ງ

   ເມື່ອນ້ອງໄດ້ເຮັດບຸນດ້ວຍເຂົ້າເກົ້າທານຢ່າງນີ້ ກໍ່ຕັ້ງຄວາມປາຖະໜາວ່າ: ຂໍໃຫ້ຂ້າພະເຈົ້າໄດ້ເປັນພະອໍລະຫັນອົງຫນຶ່ງໃນອານາຄົດ. ຫຼັງຈາກນັ້ນ ກໍ່ຂົນເຂົ້າໄປໃສ່ເລົ້າ ເມື່ອຂົນແລ້ວກໍ່ພົບວ່າ ຂົນເທົ່າໃດໆ ເຂົ້ານັ້ນກໍ່ບໍ່ຫມົດຈັກເທື່ອ, ຂົນໃສ່ເລົ້າໃນຫ້ອງເຮືອນ ໃສ່ສິ່ງຂອງອັນໃດໆ ກໍ່ບໍ່ຫມົດ, ຈົນຊາຍນັ້ນຂໍຍອມໃຫ້ຫມົດຈິ່ງຫມົດ. ຫຼັງຈາກທີ່ຊາຍຄົນດັ່ງກ່າວ ຕາຍຈາກຊາດນັ້ນແລ້ວ ກໍ່ໄດ້ເກີດໃນສະຫວັນຊັ້ນດາວວະດິງ, ເມື່ອເຖີງພຸດທະສາສະຫນາພະໂຄຕະ ລູກໄດ້ມາເກີດເປັນອັນຍາໂກນດັນຍະ ເມື່ອອອກບວດແລ້ວໄດ້ເປັນປະລະສາວົກອົງທີ່ຫນຶ່ງໄດ້ຮັບຍົກຍ້ອງທາງ ລັດຕັນຍຸຄືຮູ້ລາຕີການ

       ສ່ວນຜູ້ເປັນອ້າຍນັ້ນ ເມື່ອກັບຊາດມາໃນຊາດນີ້ ໄດ້ມາສຸພັດທະປະຣິພາຊົກຂີ້ເຫລົ້າ ໃກ້ເວລາພະພຸດທະເຈົ້າຈະສະເດັດກັບ ເຂົ້າສູ່ພະນິບພານກໍ່ໄດ້ເຂົ້າບວດ ແລະ ບັນລຸອະນາຄາມິຜົນ. ເມື່ອໄດ້ຟັງພະທໍາມະເທສະໜາ, ກໍໄດ້ເປັນສາວົກອົງສຸດທ້າຍຂອງພະໂຄຕະມະ ເຊິ່ງແຕກຕ່າງຈາກຜູ້ເປັນນ້ອງ. ອັນນີ້ແລະ ການຟ້າວເຮັດບຸນຊ້າບຸນໄວໄດ້ຜົນຕ່າງກັນຢ່າງນີ້ແລ ດ້ວຍເຫດນີ້ພວກເຮົາທັງຫຼາຍ ຈິ່ງນິຍົມພາກັນເຮັດບຸນຄູນເຂົ້າ ມາຕາບເທົ້າທຸກວັນນີ້.

ວິທີປະຕິບັດ
      ປ່າວຮ້ອງ ຍາດພີ່ນ້ອງໃຫ້ມາຮ່ວມທຳບຸນ ແລະ ນິມົນພະສົງຢ່າງນ້ອຍຫ້າຮູບມາຈະເລີນພະພຸທະມົນ ນະສະຖານທີ່ລານ, ຢັ້ງຝ້າຍພົມມະຈະລີຮອບກອງເຂົ້າ. ຫຼັງນິມົນພະສົງຈະເລີນພະພຸທະມົນສໍາເລັດແລ້ວ ໃຫ້ຖະຫວາຍທານອາຫານບິນທະບາດ, ເທດສະຫຼອງກັນ ເມື່ອຕໍ່ມາພະສົງກໍ່ຈະສາດນ້ຳມົນ, ນ້ຳມົນນີ້ໃຫ້ ນໍາເອົາໄປສາດໃສ່ຖຽງນາ, ຫົວນາ ເພື່ອໃຫ້ເຂົ້າຫງອກງາມດີໃນປີຕໍ່ໄປ ຫຼື ຫົດໃຫ້ງົວຄວາຍກໍ່ຈະດີຢູ່ເຢັນເປັນສຸກ. ພ້ອມອຸທິດບຸນກຸສົນທີ່ຕົນທໍາໄປໃຫ້ ຍາດພີ່ນ້ອງທີ່ຕາຍໄປແລ້ວ ແລະ ເທວະດາທັງຫລາຍ. ເມືອທ່ານເຫຼົ່ານັ້ນໄດ້ຮັບຜົນບຸນທີ່ເຮົາສົ່ງໄປແລ້ວ ກໍ່ຈະມີແຕ່ອວຍໄຊໃຫ້ພອນ ຟ້າຝົນກໍ່ຈະຕົກຖືກຕ້ອງຕາມລະດູການ ເຂົ້າກ້າໃນນາກໍ່ຈະຫງອກງາມ ບໍ່ມີງົວ ຄວາຍນົກຫນູປູປາ ມາກັດກິນ, ເຮົາກໍ່ຈະໄດ້ຮັບຄວາມສຸກຄວາມຈະເລີນບໍລິບູນ ດ້ວຍສົມບັດທຸກຢ່າງ.  

ຂໍ້ມູນ: ປຶ້ມວັດທະນະທຳລາວ

ການປະກອບສ່ວນ