ຕົ້ມໄກ່ລາດ

bouavone
ຕົ້ມສົ້ມໄກ່ລາດເປັນອາຫານພື້ນບ້ານທີ່ເປັນທີ່ນິຍົມເຮັດກິນ
ເຮືອນຄົວລາວ
phakhaolao.la
www.phakhaolao.la

ສ່ວນປະກອບ:

  • ໄກ່ລາດ                     1 ໂຕ
  • ຫົວສີໄຄ                    2 ຫົວ
  • ຂີງ                          1 ຫົວ
  • ໝາກຂາມປຽກ          1 ກ້ອນ ຂະໜາດເທົ່າໜ່ວຍໄຂ່
  • ໝາກເລັ່ນ                 4 ໜ່ວຍ
  • ຫອມບົວໃບ               4 ຕົ້ນ
  • ຫອມປ້ອມ                4 ຕົ້ນ
  • ນໍ້າປາ                      2 ບ່ວງ
  • ເກືອ                        2 ບ່ວງກາເຟ
  • ນໍ້າດື່ມ                     1 ລິດ

ການກະກຽມ:

  • ນໍາເອົາໄກ່ມາຄົວລ້າງນໍ້າໃຫ້ສະອາດຕັດເປັນຕ່ອນພໍດີຄໍາ
  • ຫົວສີໄຄຕ້ອງທຸບໃຫ້ແຕກຫຼືຊອຍເປັນຕ່ອນບາງໆ
  • ຂີງລ້າງນໍ້າໃຫ້ສະອາດຜ່າເປັນປ່ຽງປະໄວ້
  • ໝາກເລັ່ນລ້າງນໍ້າໃຫ້ສະອາດຜ່າເປັນປ່ຽງໃຫ້ໄດ້ 4 ປ່ຽງປະໄວ້
  • ຫອມບົ່ວໃບ ແລະ ຫອມປ້ອມລ້າງນໍ້າໃຫ້ສະອາດແລ້ວຊອຍເປັນຕ່ອນຂະໜາດ 1 ຂໍ້ມືປະໄວ້

ວິທີການປຸງແຕ່ງ:

  1. ເອົານໍ້າໃສ່ໝໍ້ຕົ້ມໃຫ້ຟົດແລ້ວເອົາເກືອ, ຫົວສີໄຄ ແລະ ຂີງໃສ່ຕົ້ມພ້ອມກັບໝາກຂາມ.
  2. ໃສ່ນໍ້າປາແລ້ວອັດຝາໄວ້ຕົ້ມອີກປະມານ 30 ນາທີ.
  3. ນໍາເອົາໝາກເລັ່ນ, ຫອມບົ່ວໃບ, ຫອມປ້ອມທີ່ກຽມໄວ້ລົງໃສ່ປະໄວ້ປະມານ 2 ນາທີແລ້ວຈຶ່ງປົງແລ້ວ
  4. ຕັກໃສ່ຖ້ວຍທີ່ກຽມໄວ້ພ້ອມຮັບປະທານ.

ເຄັດລັບ: ຄວນຕົ້ມນໍ້າໃຫ້ຟົດກ່ອນແລ້ວຈຶ່ງເອົາໄກ່ໃສ່ເພື່ອບໍ່ໃຫ້ມີກິ່ນຄາວ

 

ການປະກອບສ່ວນ