ຊຸບໝາກລີ້ນໄມ້
ຊຸບໝາກລີ້ນໄມ້ ສຸດຍອດອາຫານພື້ນບ້ານ ເພີ່ມຄວາມສົດຊື່ນໃຫ້ຮ່າງກາຍ ດ້ວຍລົດຊາດຂົມ ອັນແຊບຊ້ອຍຈາກໝາກລີ້ນໄມ້
ເຮືອນຄົວລາວ
phakhaolao. la
ສ່ວນປະສົມ:
- ໝາກລີ້ນໄມ້ 1 ຝັກຍາວ (ຈີ່ໃຫ້ສຸກ)
- ຜັກແພວ 2-3 ຕົ້ນ
- ຫອມປ້ອມ 2-3 ຕົ້ນ
- ຫອມບົວ 2 ຕົ້ນ
- ເຂົ້າຂົ້ວ 1 ບ່ວງແກງ
- ໝາກງາຂາວ (ຂົ້ວ) 1ບ່ວງແກງ
- ໝາກເຜັດ 2-3 ໜ່ວຍ (ປະລິມານ ຕາມຕ້ອງການ)
- ແປ້ງນົວ 1 ບ່ວງຊາ
- ເກືອ 1/3 ບ່ວງຊາ
- ນ້ຳປາ ຫຼື ປາແດກ 1 ບ່ວງຊາ
ວິທີປຸງແຕ່ງ
- ຊອຍໝາກລີ້ນໄມ້ ຕາມລວງກ້ວາງໃຫ້ເປັນຕ່ອນນ້ອຍໆ
- ຊອຍຜັກແພວ, ຫອມປ້ອມ, ຫອມບົວ ແລະ ໝາກເຜັດ
- ຕຳໝາກງາ ແລະ ເຂົາຂົ້ວໃຫ້ມຸ່ນ
- ໃສ່ໝາກລີ້ນໄມ້, ຜັກແພວ, ຫອມປ້ອມ, ຫອມບົວ ແລະ ໝາກເຜັດຊອຍ ລົງໃນຖ້ວຍ ຫຼື ຊາມ ປຸງລົດດ້ວຍແປ້ງນົວ, ເກືອ, ນ້ຳປາ ຫຼື ປາແດກ
- ໃສ່ເຂົ້າຂົ້ວ ແລະ ໝາກງາ, ຄົນສ່ວນປະສົມທັງໝົດໃຫ້ເຂົ້າກັນໃຫ້ເຂົ້າກັນ
- ຕັກໃສ່ຖ້ວຍ ຫຼື ຈານ ພ້ອມຮັບປະທານ